ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ຫ້ອງການ ແລະ ບໍລິຫານ ກອງ​ພົນ​ທີ 3 ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ 6 ເດືອນ​ຕົ້ນ​ປີ 2026
ເວລາອອກຂ່າວ: 2026-07-21 09:00:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ວັນ​ທີ 10 ກໍລະກົດ 2026, ຫ້ອງການ-ບໍລິຫານ ກອງ​ພົນ​ທີ 3 ໄດ້​ສະ​ຫຼູບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ຮອບດ້ານ ປະຈຳ 6 ເດືອນ​ຕົ້ນ​ປີ ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ 6 ເດືອນ​ທ້າຍ​ປີ 2026, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສົມ​ມິດ ເພັດ​ລາຕີ ຫົວໜ້າ​ຫ້ອງການ ແລະ ບໍລິຫານ ກອງ​ພົນ​ທີ 3, ມີ​ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ, ພະແນກການ ຕະຫຼອດ​ຮອດ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແສງ​ພອນ ໄມ​ສຳພັນ ຫົວໜ້າ​ພະ​ແນກ​ບໍລິຫານ ຫ້ອງການ ແລະ ບໍລິຫານ​ກອງ​ພົນ​ທີ 3 ໄດ້​ສະຫຼຸບ​ຕີ​ລາຄາ​ການເຄື່ອນໄຫວ ນຳພາ-ຊີ້​ນຳ, ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕະຫຼອດ​ໄລຍະ 6 ເດືອນ​ຕົ້ນ​ປີຜ່ານມາ; ຄະນະ​ພັກ-ຄະນະ​ບັນຊາ ຫ້ອງການ ແລະ ບໍລິຫານ ກອງ​ພົນ​ທີ 3 ໄດ້​ຖື​ເອົາ​ການ​ສຶກ​ສາ​ອົບ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ເປັນຕົ້ນ ແມ່ນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ ທັງ​ປັບປຸງ​ກໍ່ສ້າງ​ກົມ​ກອງ ແລະ ປູກຝັງ-ລ້ຽງສັດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່. ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2026 ມາ​ສາມາດ​ສ້າງ​ລາຍ​ຮັບ​ທັງ​ໝົດ 33.311.500 ກີບ, ປະຕິບັດ​ຂໍ້​ກຳນົດ​ວ່າ​ດ້ວຍ 7 ລະບອບ 18 ວຽກ​ຢ່າງ​ເຂັ້ມ​ງວດ ແລະ ເປັນ​ປົກກະຕິ ເປັນຕົ້ນ ແມ່ນ​ລະບົບ​ປະຈຳການ ແລະ ວຽກ​ງານ​ວິຊາ​ສະເພາະ. ໃນ​ໂອກາດ​ດຽວ​ກັນ​ນີ້, ຍັງ​ໄດ້​ຈັດ​ພິທີ​ມອບ​ຫຼຽນ​ໄຊ​​ແຮງ​ງານ, ຫຼຽນ​ກາ​ແຮງ​ງານ ໃຫ້​ພະນັກງານ​ຜູ້​ທີ່​ມີ​ຜົນງານ​ດີເດັ່ນ​ໄລຍະ 5 ປີຜ່ານມາ ໃນ​ນີ້, ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ ຊັ້ນ l ຈຳນວນ 1 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ ll ຈຳນວນ 1 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ III ຈຳນວນ 12 ສະຫາຍ ແລະ ຫຼຽນ​ກາ​ແຮງ​ງານ 8 ສະຫາຍ. ໂດຍ: ສິນ​ລະ​ກອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ