ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 279 ສ່ອງ​ແສງ​ວຽກ​ງານ​ປະຈຳ​ເດືອນ​ກໍລະກົດ 2026
ເວລາອອກຂ່າວ: 2026-07-21 08:59:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 106 | ຄວາມນິຍົມ:



ວັນ​ທີ 10 ກໍລະກົດ 2026, ຂະແໜງ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 279 ໄດ້​ຈັດ​ຕັ້ງ​ສ່ອງ​ແສງ​ວຽກ​ງານ ປະຈຳ​ເດືອນ​ກໍລະກົດ 2026 ແລະ ວາງ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ນາງ ສຸກ​ສະ​ຫັວນ ເທບ​ພະ​ພອນ ຫົວໜ້າ​ຂະແໜງ​ສະຫະພັນ​ແມ່ຍິງ ກອງພັນ​ໃຫຍ່ 279. ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ​ແຕ່​ລະ​ໜ່ວຍ ໄດ້​ຜັດປ່ຽນ​ກັນ​ລາຍ​ງານ​ການເຄື່ອນໄຫວ​ວຽກ​ງານ ໃນ​ໄລຍະ 1 ເດືອນ​ຜ່ານ​ມາ ແລະ ທິດ​ທາງ​ໃນ​ເດືອນ​ຕໍ່ໜ້າ, ໃນ​ການ ນຳພາ-ຊີ້​ນຳ ບັນດາ​ວຽກ​ງານ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ຕາມ​ພາລະ​ບົດບາດ​ຂອງ​ຕົນ, ໂດຍ​ຖື​ສຳຄັນ​ໃນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ເອື້ອຍ​ນ້ອງ​ສະມາຊິກ​ສະຫະພັນ​ແມ່ຍິງ​ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ ເພື່ອ​ເຮັດ​ສຳເລັດ​ທຸກ​ວຽກ​ງານ​ຂອງ​ກົມ​ກອງ. ສະຫາຍ ພັນ​ໂທ ນາງ ສຸກ​ສະຫວັນ ເທບ​ພະ​ພອນ ໄດ້​ເນັ້ນ​ໜັກ​ໃຫ້ ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ​ແຕ່​ລະ​ໜ່ວຍ ເອົາ​ໃສ່ໃຈ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ເອື້ອຍ​ນ້ອງ​ສະມາຊິກ​ສະຫະພັນ​ແມ່ຍິງ​ພາຍ​ໃນ​ໜ່ວຍ​ຂອງ​ຕົນ​ຢ່າງ​ເປັນ​ປົກກະຕິ, ປະຕິບັດ​ລະບຽບ​ໃນ​ການ​ນຸ່ງ​ຖື ແລະ ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ສະຫະພັນ​ແມ່ຍິງ​ກອງທັບ ກໍ​ຄື ຂອງ​ກົມ​ກອງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ມີ​ແບບແຜນ​ວິທີ​ເຮັດ​ວຽກ​ທີ່​ດີ, ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ໜັກ​ແໜ້ນ, ຍົກ​ສູງ​ສະຕິ​ຕໍ່​ການຈັດຕັ້ງ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ວຽກ​ງານ​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ ໂດຍ: ສາຄອນ ສຸລິເຍດ ພາບ: ນາງ ກິ່ງ​ແກ້ວ ສີ​ສະກຸນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ