ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2026-07-17 15:00:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 967 | ຄວາມນິຍົມ: ![]()
ວັນທີ 17 ກໍລະກົດ 2026 ນີ້, ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄໍາເຫຼັກ ວົງດອນໄຊ ຫົວໜ້າກົມກົດລັບ, ມີສະຫາຍ ພັນເອກ ດວງຕາ ສຸວັນນະລາດ ຫົວໜ້າກົມກົດລັບ ກະຊວງປ້ອງກັນຄວາມສະຫງົບ, ມີສະຫາຍ ຕາງໜ້າພະແນກ ຈາກກົດລັບກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດ, ໂຮງຮຽນເຫຼົ່າຮົບກົດລັບ, ສູນເຕັກນິກລະຫັດກົດລັບ, ໂຮງພິມກົດລັບ, ສູນເຂົ້າ-ແກ້ລະຫັດ, ພະແນກກົດລັບ ກົມປ້ອງກັນອາກາດ, ພະແນກກົດລັບ ກອງບັນຊາການ ທະຫານອາກາດ ແລະ ພະນັກງານຫຼັກແຫ່ງທົ່ວກົມເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳແສງ ອິນທະວອນ ຫົວໜ້າພະແນກແຜນການ-ສັງລວມ ກົມກົດລັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ຄະນະພັກ-ຄະນະບັນຊາ ໄດ້ຊີ້ນໍາບັນດາກົມກອງເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບເປັນຫຼັກ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ຂໍ້ກຳນົດກົດລະບຽບຂອງລັດ, ຂອງກອງທັບຢ່າງທົ່ວເຖິງ ສາມາດນຳໄປ ຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນຢ່າງແທ້ຈິງ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານຕ່າງໆ ແລະ ປາຖະກະຖາມູນເຊື້ອວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ ແລະ ຂອງເຫຼົ່າຮົບກົດລັບ, ຄະນະກົມກົດລັບ ແລະ ພະນັກງານວິຊາການ ໄດ້ລົງຕິດຕາມເຄື່ອນໄຫວເຮັດວຽກກັບພະແນກ, ຂະແໜງກົດລັບ, ຄະນະພັກ-ຄະນະບັນຊາກົມກອງກຳລັງຫຼວງ ແລະ ກໍາລັງທ້ອງຖິ່ນ ເພື່ອເຮັດວຽກງານສຶກສາອົບຮົມການເມືອງແນວຄິດ, ປັບປຸງການຈັດຕັ້ງ, ພົບປະໂອ້ລົມພະນັກງານ-ນັກຮົບກົດລັບ, ກວດກາຄວາມພ້ອມທາງດ້ານກຳລັງວິຊາສະເພາະ ແລະ ວຽກງານເຕັກນິກກົດລັບ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະ, ໄດ້ຊີ້ນຳບັນດາກົມກອງຮັບປະກັບວຽກງານວິຊາສະເພາະເຂົ້າ-ແກ້ລະຫັດ, ຮັບ-ສົ່ງຄໍາສັ່ງ, ໂທລະເລກຂອງຂັ້ນເທິງ ແລະ ການຄົ້ນຄວ້າຜະລິດເຕັກນິກ ຮຽບຮຽງສ່ວນແຈ້ງກົດບັນຊາ, ຜະລິດກະແຈລະຫັດ, ຈັດພິມເອກະສານເຕັກນິກວິຊາສະເພາະ, ເຈ້ຍຂຽນ ໂທລະເລກແຈ້ງໄປ-ມາ, ເຈ້ຍຂຽນໂທລະເລກລັບ ແລະ ເອກະສານວິຊາການ ແລະ ປຶ້ມບັນທຶກວຽກງານວິຊາສະເພາະຕ່າງໆ, ຄົ້ນຄວ້າສ້າງລະບົບເມວເຊີເວີ (Mail server) ຂອງຈັກລະຫັດ VLE-23 ສຳເລັດ 100% ແລະ ໄດ້ປະກາດນໍາໃຊ້ເປັນທາງການ, ການຄົ້ນຄວ້າສ້າງໂປຼແກຼມຄຸ້ມຄອງນັກວິຊາສະເພາະກົດລັບ (eCOMS) ຂອງເຫຼົ່າຮົບກົດລັບສໍາເລັດແລ້ວປະມານ 70% ແລະ ປັບປຸງ, ຍົກລະດັບໂປຼແກຼມຈັກ ລະຫັດ MFAX ໃຫ້ສາມາດນໍາໃຊ້ລະບົບປະຕິບັດການ Windows 10: 64 bit ສຳເລັດ, ຊີ້ນຳຕິດຕາມການຮຽນ-ການສອນ, ການຈັດຕັ້ງສອບເສັງຈົບພາກວິຊາຂອງນັກຮຽນ, ພ້ອມທັງຮັບປະກັນວຽກງານກົດລັບໃນການກຽມພ້ອມສູ້ຮົບ, ປະກອບ, ຕິດຕັ້ງ, ປ່ຽນຖ່າຍຈັກລະຫັດ ແລະ ປະກອບ-ປ່ຽນຖ່າຍເອກະສານເຕັກນິກວິຊາສະເພາະກົດລັບ ໃຫ້ກົມກອງທ້ອງຖິ່ນຕາມແຜນການ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















