ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ສິງຫາ 2026

  

ມູນເຊື້ອ​ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ ຂອງ​ສານ​ທະຫານ​ຂັ້ນ​ສູງ
ເວລາອອກຂ່າວ: 2026-07-13 09:07:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 802 | ຄວາມນິຍົມ:



ພາຍຫຼັງ​ປະເທດ​ຊາດ ໄດ້​ຮັບ​ການ​ປົດ​ປ່ອຍພັກ ແລະ ລັດ ຖະບານ ໄດ້​ນຳພາ​ປວງຊົນລາວ ​ທັງ​ຊາດ ປະຕິບັດ​ສອງ​ໜ້າທີ່ຍຸດ ​ທະ​ສາດ ຄື: ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາປະເທດຊາດ ເປັນຕົ້ນ​ແມ່ນ ໄດ້​ສຸມ​ໃສ່​ຮຳບາດ ແຜສົງຄາມ, ຟື້ນ​ຟູ​ເສດຖະກິດ ແລະ ປັບປຸງອຳນາດການປົກຄອງ ​ທຸກ​ຂັ້ນ ໃຫ້​ເຂັ້ມແຂງ, ປົວແປງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ແລະ ຈິດໃຈ​ຂອງ​ປະຊາຊົນ ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ໃນ​ເວລາ​ດຽວ​ກັນ ກໍ​ໄດ້​ຍຶດ​ໝັ້ນ​ອຸດົມ​ການ ແລະ ແນວທາງ​ຂອງ​ພັກ ໃນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງຄົມ ດ້ວຍ​ລະບຽບ​ກົດໝາຍ ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ລັດ, ຂອງ​ປະຊາຊົນ ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ, ຕໍ່​ມາ ພັກ ແລະ ລັດຖະ ບານ ໄດ້​ກຳນົດ​ແນວທາງ​ໃນ​ການ​ຄຸ້ມ​ຄອງ​ລັດ-ຄຸ້ມ​ຄອງ​ສັງຄົມ​ດ້ວຍ​ລະບຽບ​ກົດໝາຍ ເທື່ອ​ລະ ​ກ້າວ ໂດຍ​ຖື​ເອົາ​ວຽກ​ງານ​ຕຸລາ ການ ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ, ເປັນ​ເຄື່ອງມື​ພະ​ເດັດ​ການ​ໃນ​ການ​ຕ້ານ​ທຸກ​ປະກົດ​ການ​ຂອງ​ສັດຕູ ແລະ ພວກ​ຄົນ​ບໍ່​ຫວັງ​ດີ ເພື່ອ​ປົກ​ປັກ​ຮັກສາ​ລະບອບ​ໃໝ່ໄວ້ໃຫ້​ ໝັ້ນຄົງ ເຊິ່ງ​ພາໃຫ້​ມີ​ການ​ກຳເນີດ​ສານ​ທະຫານ​ຂຶ້ນ. ໃນ​ເບື້ອງ​ຕົ້ນ​ທີ່​ບໍ່​ມີ​ການຈັດຕັ້ງ​ຂອງ​ສານ​ທະ ຫານ ການເຄື່ອນໄຫວ​ດຳເນີນ​ຕັດ ສິນ​ຄະດີ​ໃນ​ກອງທັບ ແມ່ນ​ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ​ໂດຍ​ກົງ ເມື່ອ​ມີ​ຄະດີ​ເກີດ​ຂຶ້ນ ກະຊວງ​ປ້ອງ​ກັນ​ປະເທດ ຈະ​ແຕ່ງຕັ້ງສານ​ ຂຶ້ນ ເພື່ອ​ພິຈາລະນາ​ຕັດສິນ ເມື່ອ ​ຕັດສິນ​ຄະດີ​ສຳເລັດ​ແລ້ວ ການ ຈັດຕັ້ງ​ຂອງ​ສານ ກໍ​ສິ້ນ​ສຸດ​ໄປ ແລະ ເມື່ອ​ມີ​ຄະດີ​ໃໝ່​ເກີດ​ຂຶ້ນ ກໍ​ແຕ່ງຕັ້ງ​ສານ​ຂຶ້ນ​ມາ​ໃໝ່ຕາມ​ເງື່ອນໄຂ​ຕົວ​ຈິງ. ໂດຍ​ອີງໃສ່​ສະພາບ​ການ​ຂະ ຫຍາຍຕົວ ທາງ​ດ້ານ​ເສດຖະກິດ ແລະ ສັງຄົມ ທີ່​ຕ້ອງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ລັດ-ຄຸ້ມ​ຄອງ​ສັງ ຄົມ​ດ້ວຍ​ລະບຽບ​ກົດໝາຍ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ, ຄະ ນະ​ເລຂາທິການ​ສູນ​ກາງພັກ ໄດ້​ມີ​ມະຕິ​ຕົກລົງ ສະບັບ​ເລກ​ທີ 107/​ຄລສພ, ລົງ​ວັນ​ທີ 13 ກໍລະກົດ 1982 ວ່າ​ດ້ວຍ​ການ​ສ້າງຕັ້ງ ກົມ​ສານ​ທະຫານ​ກອງທັບ​ປະຊາຊົນ​ລາວ​ຂຶ້ນ ເຊິ່ງ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ໂດຍ​ກົງ ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ໄດ້​ແຕ່ງຕັ້ງ​ສະຫາຍ ພັນ​ເອກ ສົມ​ສັກ ພົມ​ມະ​ວົງ ເປັນ​ຫົວໜ້າ​ກົມ, ສະຫາຍ ພັນ​ໂທ ກາສີ ຫຼ່ຽມ​ຜີ ເປັນ​ຮອງ​ຫົວໜ້າ​ກົມ, ໂຄງ​ປະ ກອບ​ການຈັດຕັ້ງ​ໃນ​ເວລາ​ນັ້ນ ປະກອບ​ມີ 4 ພະ​ແນກ ຄື: ພະ​ແນກ​ຫ້ອງ ການ​ສານ​ທະຫານ, ພະ​ແນກ​ຄົ້ນຄວ້າ​ຮູບ​ການ​ປະຕິບັດ​ໂທດ, ພະ​ແນກ​ກວດກາ​ຄຳ​ຕັດສິນ ແລະ ພະ​ແນກ​ຄົ້ນ ຄວ້າ​ກົດໝາຍ, ໜ້າທີ່​ຕົ້ນຕໍ​ຂອງ​ກົມ​ສານ​ທະຫານ ແມ່ນ​ພິຈາລະນາ​ຕັດສິນ​ຄະດີ​ອາ ຍາ ທີ່​ເກີດ​ຂຶ້ນ​ໃນ​ກອງທັບ ແລະ ຄະດີ​ຄອບຄົວ​ຂອງ​ນາຍ ແລະ ພົນທະຫານ ໃຫ້ມີຄວາມຖືກຕ້ອງ, ເປັນ​ທຳ ແນໃສ່​ປົກ​ປັກ​ຮັກສາ​ໝາກຜົນ​ຂອງ​ການ​ປະຕິວັດ, ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ກອງທັບ, ຂອງ​ນາຍ ແລະ ພົນທະຫານ ແລະ ປະຊາຊົນ​ບັນ ດາເຜົ່າ. ການຈັດຕັ້ງ ແລະ ການເຄື່ອນ ໄຫວ​ຂອງ​ສານ​ທະຫານ ໃນ​ເບື້ອງ​ຕົ້ນ​ແມ່ນ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ປະການ ອັນ​ເນື່ອງ​ມາຈາກ ​ພະນັກງານ​ບໍ່​ພຽງພໍ, ຂາດ​ພາ ຫະນະ​ອຸປະກອນ, ງົບປະມານ​ມີ​ໜ້ອຍ ແລະ ບໍ່​ທັນ​ມີ​ກົດໝາຍ​ເປັນ​ບ່ອນ​ອີງ ໃນ​ການເຄື່ອນໄຫວ​ວຽກ​ງານ ແລະ ບັນຫາ​ອື່ນໆ. ແຕ່​ແນວໃດ​ກໍ​ຕາມ ຍ້ອນ​ມີ​ແນວທາງ​ນະໂຍ​ບາຍ​ອັນ​ຖືກຕ້ອງ​ຂອງ​ພັກ ແລະ ໄດ້​ຮັບ​ການ​ຊີ້​ນຳ-ນຳພາ​ຢ່າງ​ໃກ້ຊິດ ຈາກ​ຄະນະ​ພັກ​ກະ ຊວງ​ປ້ອງ​ກັນ​ປະເທດ, ຄະນະ​ພັກ-ຄະນະ​ບັນຊາ​ສານ​ທະຫານ​ຊຸດ​ທຳ​ອິດ ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ ໃຫ້​ພະ ນັກ​ງານ​ວິຊາ​ການ ເພີ່ມ​ທະວີ​ຍົກ​ສູງ​ຄວາມ​ຮັບຜິດຊອບ, ມີ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຍົກ​ສູງ​ຈິດໃຈ​ຮັກ​ຊາດ, ຮັກ​ລະບອບ​ປະຊາທິປະໄຕ​ປະຊາຊົນ ອັນ​ໄດ້​ເຮັດ​ໃຫ້​ສານ​ທະຫານສາ ມາດ​ຜ່ານ​ຜ່າ​ຂໍ້​ຫຍຸ້ງຍາກ​ຕ່າງໆ ແລະ ເຄື່ອນ​ໄຫວປະຕິບັດ​ພາລະ​ບົດບາດ​ຂອງຕົນ ​ຢ່າງ​ຕັ້ງໜ້າປະ ກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ສອງ​ໜ້າທີ່​ຍຸດ​ທະ​ສາດ​ເຮັດ​ໃຫ້​ບັນຫາ​ຂໍ້​ຂັດ​ແຍ່ງ, ການ​ລະເມີດ​ກົດໝາຍ ແລະ ບັນຫາ​ຕ່າງໆ ທີ່​ເກີດ​ຂຶ້ນ​ໄດ້​ຮັບ​ການ​ແກ້​ໄຂ​ຫຼຸດ​ໜ້ອຍ​ຖອຍ​ລົງ​ເທື່ອ​ລະ​ກ້າວ, ເຮັດ​ໃຫ້​ສັງຄົມ ກໍ​ຄື ກອງທັບ​ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໂດຍ​ພື້ນຖານ. ໃນ​ປີ 1986 ພັກ ແລະ ລັດຖະ ບານ ໄດ້​ປະຕິບັດ​ແນວທາງ​ປ່ຽນ ແປງ​ໃໝ່​ຮອບດ້ານເຮັດໃຫ້ການ​ ພັດທະ​ນາ​ເສດຖະກິດ-ສັງຄົມ​ຂອງ​ປະເທດ ມີ​ການ​ຂະຫຍາຍຕົວ​ຢ່າງ​ວ່ອງໄວ, ບັນຫາ​ສິ່ງ​ຫຍໍ້ທໍ້​ຂໍ້​ຂັດ​ແຍ່ງ​ຕ່າງໆ ໃນ​ສັງຄົມ ໄດ້​ເພີ່ມ​ຂຶ້ນດັ່ງນັ້ນ, ລະບົບ​ການຈັດຕັ້ງ​ສານ​ທະຫານ ກໍ​ໄດ້​ຮັບ​ການ​ປັບ ປຸງ​ໃຫ້​ມີ​ປະສິດທິພາບ​ສູງ​ກວ່​​າ​ ເກົ່າ, ກົດໝາຍ​ວ່າ​ດ້ວຍສານປະ ຊາຊົນ​ສະບັບ​ທຳ​ອິດ ໄດ້​ຖືກ​ຮັບ ຮອງໃນກອງປະຊຸມສະໄໝສາ ມັນ​ ເທື່ອ​ທີ 1 ຂອງ​ສະພາ​ປະຊາ ຊົນ​ສູງ​ສຸດ​ຊຸດ​ທີ II ໃນ​ວັນ​ທີ 23 ທັນວາ 1989 ແລະ ໄດ້​ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 9 ມັງກອນ 1990 ເຊິ່ງ​ເປັນ​ຂີດ​ໝາຍ​ປະຫວັດສາດ​ທີ່​ສຳຄັນ ໃນ​ການ​ກຳນົດ​ການຈັດຕັ້ງ, ບຸກ​ຄະລາ​ກອນ, ສິດ ແລະ ໜ້າທີ່ ຂອງ​ສານ​ປະຊາຊົນ ແລະ ສານ​ທະຫານ​ຢ່າງ​ເປັນ​ຮູບ​ປະ​ທຳ. ຈາກ​ນັ້ນ​ມາ ກົມ​ສານ​ທະຫານ ໄດ້​ປ່ຽນ​ຊື່​ມາ​ເປັນ ສານ​ທະຫານ ມີ​ຖານະ​ທຽບ​ເທົ່າ​ກົມ​ທີ່​ຂຶ້ນ​ກັບ​ການ​ຊີ້​ນຳ-ນຳພາ ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ, ໃນ​ປີ 1992 ສານ​ທະຫານ ໄດ້​ມີ​ການ​ປັບປຸງ​ລະບົບ​ການຈັດຕັ້ງ ໂດຍ​ປ່ຽນ ຈາກສານ​ທະຫານ ມາ​ເປັນສານ​ທະຫານ​ຂັ້ນ​ສູງ ແລະ ໄດ້​ມີ​ການ​ສ້າງຕັ້ງ​ສານ​ທະຫານ​ຂັ້ນ​ຕົ້ນ ເຂດ​ພາກ​ເໜືອ ແລະ ເຂດ​ພາກ​ໃຕ້​ຂຶ້ນ. (ອ່ານ​ຕໍ່​ສະບັບ​ໜ້າ) ສານ​ທະຫານ​ຂັ້ນ​ຕົ້ນ ເຂດ​ພາກ​ເໜືອ ຕັ້ງ​ຢູ່​ແຂວງ​ຫຼວງ​ພະ​ບາງ ມີ​ພາລະ​ບົດບາດ ດຳເນີນ​ການ​ຕັດສິນ​ຄະດີ​ອາຍາ ແລະ ຄອບຄົວ​ເປັນ​ຂັ້ນ​ຕົ້ນ, ການ​ດຳເນີນ​ຊີວິດ​ການເມືອງ, ງົບປະມານ​ຮັບ​ໃຊ້ ແລະ ນະໂຍບາຍ ອື່ນໆ ແມ່ນ​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ດ້ານ​ວຽກ​ງານ​ວິຊາ​ສະເພາະ​ແກ້​ໄຂ​ຄະດີ ແມ່ນ​ຂຶ້ນ​ກັບ​ສານ​ທະຫານ​ຂັ້ນ​ສູງ ເປັນ​ຜູ້​ຊີ້​ນຳ​ໂດຍ​ກົງ, ຂອບ​ເຂດ​ການເຄື່ອນໄຫວ​ວຽກ​ງານ​ປະກອບ​ມີ ບັນດາ​ກົມ​ກອງ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ແຂວງ​ຫຼວງ​ພະ​ບາງ, ອຸດົມ​ໄຊ, ໄຊ​ຍະ​ບູ​ລີ, ຫຼວງ​ນ້ຳ​ທາ, ບໍ່​ແກ້ວ ແລະ ແຂວງ​ຜົ້ງ​ສາລີ. ສານ​ທະຫານ​ຂັ້ນ​ຕົ້ນ ເຂດ​ພາກ​ໃຕ້ ຕັ້ງ​ຢູ່​ແຂວງ​ຈຳປາ​ສັກ ມີ​ພາລະ​ບົດບາດດຳເນີນ​ການ​ຕັດ ສິນ​ຄະດີ​ອາຍາ ແລະ ຄອບຄົວ​ເປັນ​ຂັ້ນ​ຕົ້ນ, ການ​ດຳເນີນ​ຊີວິດ​ການເມືອງ, ງົບປະມານ​ຮັບ​ໃຊ້ ແລະ ນະໂຍບາຍ​ອື່ນໆ ແມ່ນ​ຂຶ້ນ​ກັບ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈໍ​ປາ​ສັກ, ດ້ານ​ວຽກ​ງານ​ວິຊາ​ສະເພາະ​ແກ້​ໄຂ​ຄະດີ ແມ່ນ​ຂຶ້ນ​ກັບ​ສານ​ທະຫານ​ຂັ້ນ​ສູງ ເປັນ​ຜູ້​ຊີ້​ນຳ​ໂດຍ​ກົງ, ຂອບ​ເຂດ​ການເຄື່ອນໄຫວ​ວຽກ​ງານ​ປະກອບ​ມີ ບັນດາ​ກົມ​ກອງ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ແຂວງ​ສະຫວັນ​ນະ​ເຂດ, ຈຳປາ​ສັກ, ສາລະ​ວັນ, ເຊ​ກອງ ແລະ ແຂວງ​ອັດ​ຕະ​ປື. ສານ​ທະຫານ​ຂັ້ນ​ຕົ້ນ ເຂດ​ພາກ​ກາງ ແມ່ນ​ຈັດ​ຕັ້ງ​ເປັນ​ພະ​ແນກ​ໜຶ່ງ​ຂຶ້ນ​ກັບ ສານ​ທະຫານ​ຂັ້ນ​ສູງ ມີ​ພາ ລະ​ບົດບາດ​ດຳເນີນ​ການ​ຕັດສິນ​ຄະດີ​ອາຍາ ແລະ ຄອບຄົວ​ເປັນ​ຂັ້ນ​ຕົ້ນ, ຂອບ​ເຂດ ​ການເຄື່ອນໄຫວ​ວຽກ​ງານ​ປະ ກອບມີບັນດາ​ກົມ​ກອງ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ແຂວງ​ວຽງ​ຈັນ, ຊຽງ​ ຂວາງ, ຫົວພັນ, ບໍ​ລິ​ຄຳໄຊ ແລະ ແຂວງ​ຄຳ​ມ່ວນ, ໃນ​ປີ 2006 ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ ເທດ ໄດ້​ອະນຸມັດສ້າງຕັ້ງສານ ​ທະຫານ​ພາກ​ກາງ​ຂຶ້ນ ແລະ ໄດ້​ ປະກາດ​ແຕ່ງຕັ້ງ​ຢ່າງເປັນທາງ ​ການ ໃນ​ປີ 2007 ເຊິ່ງ​ມີ​ພາລະ​ບົດບາດໃນ​ການພິຈາລະນາຕັດ ສິນ​ຄະດີ​ອາຍາ​ເປັນ​ຂັ້ນ​ຕົ້ນ, ການ ​ດຳເນີນ​ຊີວິດ​ການເມືອງ, ງົບປະ ມານ​ຮັບ​ໃຊ້ ແລະ ນະໂຍບາຍ​ອື່ນໆ ແມ່ນ​ຂຶ້ນ​ກັບກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງວຽງຈັນ, ດ້ານ​ວຽກ​ງານ​ວິຊາ​ສະເພາະແກ້​ ໄຂ​ຄະດີ ແມ່ນຂຶ້ນກັບ​ສານທະ ຫານຂັ້ນ​ສູງ ເປັນ​ຜູ້​ຊີ້​ນຳ​ໂດຍ​ກົງ. ໂດຍ​ອີງໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ໜ້າທີ່​ວຽກ​ງານ​ໃນ​ໄລຍະ​ໃໝ່ ກົດໝາຍ​ວ່າ​ດ້ວຍ​ສານ​ທະຫານ​ສະບັບ​ທຳ​ອິດ ໄດ້​ຖືກ​ຮັບຮອງ​ໃນ​ກອງ​ປະຊຸມ​ສະ ໄໝ​ສາມັນ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ໃນ​ວັນ​ທີ 17 ທັນວາ 2013 ແລະ ປະທານ​ປະເທດ ໄດ້​ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ​ຕາມ​ລັດ​ຖະ​ດຳລັດ ສະ ບັບ​ເລກ​ທີ 067/​ປປທ, ລົງ​ວັນ​ທີ 28 ມັງກອນ 2014 ເຊິ່ງ​ຖື​ວ່າ​ເປັນ​ຂີດ​ໝາຍ​ປະຫວັດສາດ​ອັນ​ສຳຄັນ ໃນ​ການ​ກຳນົດ​ກົງຈັກ ການຈັດຕັ້ງ, ບຸກ​ຄະລາ​ກອນ, ພາລະ​ບົດບາດ, ສິດ ແລະ ໜ້າທີ່​ຂອງ​ສານ​ທະຫານ ຢ່າງ​ເປັນ​ຮູບ​ປະ​ທຳ ແລະ ເປັນ​ລະບົບ​ຄົບ​ຊຸດ, ໄດ້​ກາຍເປັນ​ບ່ອນ​ອີງ​ໃຫ້​ສານ​ທະຫານ ໄດ້​ເຄື່ອນ​ໄຫວ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ ເປັນ​ຢ່າງ​ດີ, ຢູ່​ໃນ​ມາດຕາ 51 ຂອງ​ກົດໝາຍ​ວ່າ​ດ້ວຍ​ສານ​ທະຫານ ໄດ້​ກຳນົດ​ວັນ​ສ້າງຕັ້ງ​ສານ​ທະຫານ ເຊິ່ງ​ແມ່ນ​ວັນ​ທີ 13 ກໍລະກົດ 1982, ໃນ​ແຕ່​ລະ​ປີ ເມື່ອ​ຮອດ​ວັນ​ດັ່ງກ່າວ ທັງ​ສູນ​ກາງ ແລະ ທ້ອງຖິ່ນ ຕ້ອງ​ຈັດ​ຕັ້ງ​ພິທີ​ສະເຫຼີມສະຫຼອງ ຕາມ​ຄວາມ​ເໝາະ​ສົມ. ໃນ​ປີ 2016 ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ອະນຸມັດ​ໃຫ້​ສານ​ທະຫານ​ພາກ​ເໜືອ, ພາກ​ກາງ ແລະ ພາກ​ໃຕ້ ມາ​ຂຶ້ນ​ກັບ​ສານ​ທະ ຫານ​ຂັ້ນ​ສູງ ແລະ ກົມ​ໃຫຍ່ການ ເມືອງ​ກອງທັບ ເປັນ​ຜູ້​ຊີ້​ນຳ​ໂດຍ​ກົງ​ຮອບດ້ານ, ປີ 2017 ຈຶ່ງໄດ້​ ໂອນ​ພະ​ແນກປະຕິບັດຄຳຕັດສິນ ​ຂອງ​ສານ ໄປ​ຂຶ້ນ​ກັບ​ກົມ​ກົດ ໝາຍ. ການ​ພິຈາລະນາ​ຕັດສິນ​ຄະດີ​ຂອງ​ສານ​ທະຫານ ໃນ​ປັດຈຸບັນ ປະກອບ​ມີ 2 ຂັ້ນ ຄື: ຂັ້ນ​ຕົ້ນ ແລະ ຂັ້ນ​ອຸທອນ, ໂດຍສານທະຫານ​ພາກຕັດສິນ​ເປັນ​ຂັ້ນ​ຕົ້ນຕາມ​ຂໍ້​ ມູນ​ຫຼັກ​ຖານ ແລະ ກົດໝາຍ, ສ່ວນ ​ສານ​ທະຫານ​ຂັ້ນ​ສູງພິພາກສາ​ເປັນຂັ້ນ​ອຸທອນຕາມ​ຂໍ້​ມູນ​ຫຼັກ​ຖານ ແລະ ກົດໝາຍ, ຄະດີ​ທີ່​ສານ​ ທະຫານພາກ ໄດ້ຕັດສິນ​ເປັນຂັ້ນ ​ຕົ້ນ ເຊິ່ງຖືກຂໍອຸທອນໂດຍຄູ່ຄວາມ ຫຼື ຖືກ​ສະເໜີ​ຄັດຄ້ານ ໂດຍ​ໄອ​ຍະ​ການ​ທະຫານ. ຕະຫຼອດ​ໄລຍະ​ຜ່ານມາ, ສານ ​ທະຫານ​ຂັ້ນ​ສູງ ໄດ້​ຕັ້ງໜ້າ​ປະຕິ ບັດ​ພາລະ​ບົດບາດ​ຂອງ​ຕົນ, ທັງ​ປັບປຸງ​ໂຄງ​ປະກອບ​ການຈັດຕັ້ງ, ພັດທະນາ​ບຸກ​ຄະລາ​ກອນ, ທັງ​ປັບປຸງ​ກົນ​ໄກ​ການເຄື່ອນໄຫວ​ວຽກ​ງານ ໃຫ້​ສອດຄ່ອງ​ກັບ​ໜ້າທີ່​ການເມືອງ ໃນ​ແຕ່​ລະ​ໄລຍະ ອັນ​ໄດ້​ເຮັດ​ໃຫ້ ອົງ​ການຈັດຕັ້ງ​ສານ​ທະຫານ​ຂັ້ນ​ສູງ ນັບ​ມື້​ເຕີບ​ໃຫຍ່​ເຂັ້ມແຂງ​ໜັກ​ແໜ້ນ ສາມາດ​ເຄື່ອນ​ໄຫວ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ຕາມ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ມອບ​ໝາຍ​ໃຫ້ ດ້ວຍ​ໝາກຜົນ​ອັນ​ຈົບງາມ. ຮຽບ​ຮຽງ​ໂດຍ: ນາງ ຍ້ອມ​ພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ