ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແລກປ່ຽນວັດຖະນະທຳອາຊຽນຄັ້ງທີ 17 ແລະ ອາຊຽນ +3 ຄັ້ງທີ 7
ເວລາອອກຂ່າວ: 2019-10-17 09:14:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ:



ໃນວັນທີ 14 ຕຸລາ 2019 ນີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດງານແລກ ປ່ຽນວັດທະນະທຳອາຊຽນຄັ້ງທີ 17 ແລະອາຊຽນ +3 ຄັ້ງທີ 7 ໂດຍການເປັນປະທານຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການ ບໍດີ ມຊ, ທ່ານ ປອ. ໂຊທິດ ດິຣາດ ທິຕິ ປະທານຜູ້ບໍລິຫານເຄື່ອ ຂ່າຍມະຫາວິທະຍາໄລອາຊຽນ (AUN), ທ່ານຜູ້ຕາງໜ້າຈາກ ສູນກາງຊາວໜຸ່ມປະຊາຊົນ ປະ ຕິວັດລາວ, ເຂົ້າຮ່ວມມີ ທ່ານ ຫົວ ໜ້າກົມ, ຫົວໜ້າຫ້ອງການຈາກ ກະຊວງທີ່ກ່ຽວຂ້ອງ, ມີຄະນະນໍາ, ຜູ້ຕາງໜ້າ ແລະ ຜູ້ຮັບຜິດຊອບ ນຳພາຊາວໜຸ່ມນັກສຶກສາ, ແຂກ ຖືກເຊີນພ້ອມດ້ວຍນັກສຶກສາ ຈາກ 22 ມະຫາວິທະຍາໄລເຂົ້າ ຮ່ວມ. ງານແລກປ່ຽນ ວັດທະນະທໍາ ອາຊຽນຄັ້ງທີ 17 ແລະ ອາຊຽນ +3 ຄັ້ງທີ 7 ທີ່ ມຊ ໄດ້ເປັນເຈົ້າພາບ ຈັດຂຶ້ນຄັ້ງນີ້ແມ່ນເພື່ອເປັນການ ເຜີຍແຜ່ ແລະ ແລກປ່ຽນວັດທະ ນະທໍາຂອງຊາວໜຸ່ມນັກສຶກສາ ໃນປະເທດອາຊຽນ ແລະ ອາຊຽນ + 3 ຈີນ, ສ ເກົາຫຼີ ແລະ ຍີ່ປຸ່ນໂດຍຜ່ານສຽງດົນຕີ, ບົດຟ້ອນ ແລະ ການສະແດງສິລະປະໃນ ຮູບແບບຕ່າງໆ ທີ່ເປັນມໍລະດົກ ທາງວັດທະນະທຳ ແລະ ສື່ເຖິງ ເອກະລັກສະເພາະຂອງຊາດຕົນ; ເພື່ອໃຫ້ຊາວໜຸ່ມນັກສຶກສາໄດ້ ເຂົ້າເຖິງຄວາມຫຼາກຫຼາຍທາງ ວັດທະນະທຳ, ເສີມສ້າງຄວາມ ເຂົ້າໃຈເຊິ່ງກັນ ແລະ ກັນພ້ອມ ທັງເພີ່ມທະວີການຮ່ວມມືລະ ຫວ່າງຊາວໜຸ່ມດ້ວຍກັນໃນການ ສົ່ງເສີມແລກປ່ຽນ ແລະ ຮັບຮູ້ວັດ ທະນະທຳຂອງກັນ ແລະ ກັນ; ເພື່ອສ້າງໂອກາດໃຫ້ບັນດາຊາວ ໜຸ່ມນັກສຶກສາ ແລະ ຜູ້ຮັບຜິດ ຊອບດ້ານວັດທະນະທຳໄດ້ພົບປະ ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບບັນຫາ ແລະ ຄວາມກັງ ວົນທີ່ມີຕໍ່ສິລະປະ-ວັດທະນະທຳ ຢູ່ໃນປະເທດຂອງຕົນ. ງານຄັ້ງນີ້, ແມ່ນດຳເນີນເປັນ ເວລາ 6 ວັນ ຄື ວັນທີ 13 -18 ຕຸລາ 2019; ເຊິ່ງໃນງານແມ່ນໄດ້ຮັບ ຊົມການສະແດງສິລະປະຂອງ ແຕ່ລະປະເທດ, ຮັບຟັງການບັນ ຍາຍພິເສດໃນຫົວຂໍ້ “ສະເໜ່ ຂອງປະຫວັດສາດ ແລະ ວັດທະ ນະທຳລາວ”, ສໍາມະນາກ່ຽວກັບ ສິລະປະການສະແດງຂອງລາວ ໃນຫົວຂໍ້ “ເຕັ້ນບັດສະຫຼົບ, ຟ້ອນ ລາວເດີມ”, “ສິລະປະດົນຕີ ລາວ” ແລະ ຫົວຂໍ້“ວັດທະນະທຳການ ຂັບລຳ”, ຈັດກອງປະຊຸມປຶກສາ ຫາລືກ່ຽວກັບເຄືອຂ່າຍມະຫາ ວິທະຍາໄລອາຊຽນ-ສິລະປະ ແລະ ວັດທະນະທໍາ, ສໍາມະນາວິ ຊາການດ້ານສິລະປະ-ວັດທະ ນະທໍາ ແລະ ຈັດກອງປະຊຸມສຳ ມະນາແລກປ່ຽນຄຳຄິດຄຳເຫັນ ຕໍ່ການສະແດງສິລະປະແບບລວມ ໝູ່ຂອງນັກສຶກສາ ນອກຈາກ ນັ້ນ, ຍັງໄດ້ໄປທັດສະນະສຶກສາ ຕາມສະຖານທີ່ທາງດ້ານວັດທະ ນະທໍາຂອງລາວເຊັ່ນ: ພະທາດ ຫຼວງວຽງຈັນ, ປະຕູໄຊ, ຫໍພະ ແກ້ວ ແລະ ວັດສີສະເກດ. ຄາດວ່າການຈັດງານຄັ້ງນີ້ ຈະເຮັດໃຫ້ຊາວໝຸ່ມນັກສຶກສາມີ ຄວາມຕື່ນຕົວຕໍ່ກັບອາຊຽນ, ມີ ຄວາມຮູ້ ແລະ ເຂົ້າໃຈເຖິງເອກະ ລັກສະເພາະຂອງອາຊຽນ, ມີ ຄວາມ ຮູ້ ແລະ ການຍອມຮັບວັດ ທະນະທຳ, ພາສາ ແລະ ສາສະໜາ ອື່ນໆ. ຂ່າວ: ພະແນກປະຊາສຳພັນ ຫ້ອງການສັງລວມ ມຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ