ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລົງຊຸກຍູ້ຂະບວນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019
ເວລາອອກຂ່າວ: 2019-10-17 09:12:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ໃນວັນທີ11 ຕຸລາ ນີ້, ຄະນະ ກວດກາການນຳພາກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ຂອງກົມໃຫຍ່ ເສນາທິການກອງທັບນຳໂດຍ ສະຫາຍ ພົນຈັດຕະວາ ໄພລັດ ພິມມະສັກ, ກຳມະການຄະນະພັກ ກົມໃຫຍ່, ຫົວໜ້າກົມປ້ອງກັນ ອາກາດ ພ້ອມດ້ວຍຄະນະລົງກວດກາ ແລະ ຊີ້ນຳບາງວຽກ ງານຈຸດສຸມໃນການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຊິ່ງມີຄະນະພັກ-ຄະນະຫ້ອງພະ ນັກງານ, ສະມາຊິກພັກເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນໂທ ໄຊພອນ ສອນມະນີ ຮອງເລຂາ ໜ່ວຍພັກ, ຮອງຫົວໜ້າຫ້ອງ ການເມືອງກົມໃຫຍ່ເສນາທິການ ກອງທັບໄດ້ຂຶ້ນລາຍງານ ແລະ ສະຫຼຸບຕີລາຄາຄືນການນຳພາ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈຳປີ 2019 ແລະ ທິດທາງແຜນການໃນຕໍ່ ໜ້າ ເຊິ່ງຍົກໃຫ້ເຫັນຜົນງານໃນ ການເຄື່ອນໄຫວເປັນຕົ້ນແມ່ນ ໄດ້ຈັດຕັ້ງເຊື່ອມຊຶມມະຕິ 7 ສະ ໄໝທີ X ສຳເລັດ, ຊີ້ນຳ-ນຳພາ ຕິດຕາມ, ກວດກາ, ກະກຽມດຳ ເນີນກອງປະຊຸມໃຫຍ່, ຮາກຖານ ພັກສຳເລັດ 21 ຮາກຖານ, ຄະ ນະພັກຮາກຖານສຳເລັດ 32 ຄະ ນະ ແລະ ໜ່ວຍພັກເອກະ ລາດ 23 ໜ່ວຍພັກຂຶ້ນກັບຄະນະພັກ ຮາກຖານຄົ້ນຄວ້ານຳສະເໜີຄະ ນະພັກຂັ້ນເທິງຂະຫຍາຍມະຫາ ຊົນກ້າວໜ້າເຂົ້າພັກ 330 ສະ ຫາຍ, ເລື່ອນສະມາຊິກພັກສຳ ຮອງຂຶ້ນສົມບູນໄດ້ 205 ສະ ຫາຍ, ນອກນີ້ຍັງໄດ້ມີການເຄື່ອນ ໄຫວຄຸ້ມຄອງ-ປ້ອງກັນພັກໄດ້ ດີພາຍໃນມີຄວາມປອດໃສ ເຂັ້ມ ແຂງ ໜັກແໜ້ນ, ພ້ອມນີ້ ຄະນະ ໜ່ວຍຍັງໄດ້ກຳແໜ້ນແນວທາງ ຂອງພັກໃນການສ້າງພະນັກ ງານນຳພາ-ບັນຊາ, ພະນັກງານ ຄຸ້ມຄອງ ແລະ ພະນັກງານວິຊາ ສະເພາະ ແລະ ຮັກສາພະນັກງານ ໄດ້ 3 ຮຸ່ນຢ່າງຕໍ່ເນື່ອງ, ໃນ 1 ປີ ຜ່ານມາຄະນະໜ່ວຍພັກໄດ້ຄົ້ນ ຄວ້ານຳສະເໜີກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໂດຍຜ່ານສະພາ ແລະ ຄະນະ ປະຈຳພັກກົມໃຫຍ່ເສນາທິການ ກອງທັບ ເຊິ່ງມີພະນັກງານໄດ້ ຮັບການແຕ່ງຕັ້ງມອບໝາຍໜ້າ ທີ່ທັງໝົດ 218 ສະຫາຍ ໄດ້ຮັບ ການເລື່ອນຊັ້ນນັບແຕ່ຂັ້ນຮ້ອຍຕີ ເຖິງຂັ້ນນາຍພົນ ຈຳນວນ 784 ສະຫາຍ, ໄປຄົ້ນຄວ້າຕໍ່, ທັດສະ ນະສຶກສາຢູ່ພາຍໃນ ແລະ ຕ່າງ ປະເທດ ຈຳນວນ 51 ສະຫາຍ, ກວດກາບັນຊີເງິນເດືອນ, ອຸປະ ໂພກເປັນປົກກະຕິ, ເດັ່ນກວ່າໝູ່ ແມ່ນການເກັບກຳຊີວະປະຫວັດ ນາຍ ແລະ ພົນທະຫານທົ່ວກົມ ໃຫຍ່ເສນາທິການກອງທັບໃຫ້ ການກຽມພ້ອມສູ້ຮົບໄດ້ສຳເລັດ 100%, ຜ່ານການຈັດຕັ້ງປະຕິ ບັດໃນໄລຍະຜ່ານມາໜ່ວຍພັກ ຫ້ອງການເມືອງມີສະມາຊິກພັກ ທັງໝົດ 40 ສະຫາຍ, ສະມາຊິກ ພັກແຂງ 34 ສະຫາຍ, ກາງ 5 ສະຫາຍບໍ່ໄດ້ແບ່ງປະເພດ 2 ສະຫາຍຍ້ອນຂະຫຍາຍໃໝ່, ຈາກຜົນງານດັ່ງກ່າວກົມກອງ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 95% ແລະ ສາມາດຮັກສາໄດ້ນາມມະຍົດເປັນໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ 9 ສະ ໄໝຕິດຕໍ່ກັນຢ່າງສົມກຽດ. ໃນ ຕອນທ້າຍຂອງກອງປະຊຸມຍັງ ໄດ້ຮັບຟັງການໂອ້ລົມຂອງ ສະ ຫາຍ ພົນຈັດຕະວາ ໄພລັດ ພິມ ມະສັກ ເຊິ່ງກ່ອນອື່ນສະຫາຍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນງານດັ່ງກ່າວທີ່ບັນດາສະ ຫາຍຍາດມາໄດ້ ແລະ ພ້ອມທັງ ເນັ້ນໜັກຫຼາຍບັນຫາສຳຄັນ ເປັນ ຕົ້ນແມ່ນຕ້ອງເຮັດວຽກງານ ການເມືອງ-ນຳພາແນວຄິດຢ່າງ ຕໍ່ເນື່ອງ, ເຮັດໃຫ້ນາຍ ແລະ ພົນ ທະຫານມີແນວຄິດຫຼັກໝັ້ນຊົນ ຊັ້ນໜັກແໜ້ນ, ເຊີດຊູບົດບາດ ການນຳພາຂອງພັກໃຫ້ສູງເດັ່ນ ຂຶ້ນຖືເອົາການສ້າງກອງ 3 ປອດ, ຍູ້ແຮງການສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ, ກອງ ວັດທະນະທຳ-ນັກຮົບວັດທະນະ ທຳໃຫ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ມາ ໃນວັນທີ 15 ຕຸລານີ້, ຄະນະກວດ ກາຂອງກົມໃຫຍ່ເສນາທິການ ກອງທັບຍັງໄດ້ສືບຕໍ່ເຄື່ອນໄຫວ ລົງກວດກາຢູ່ກົມອົບຮົມກົມ ໃຫຍ່ເສນາທິການກອງທັບ ເຊິ່ງ ນຳໂດຍສະຫາຍ ພັນເອກ ຄຳຕາ ວົງວັນດີ ກຳມະການຄະນະພັກ ກົມໃຫຍ່ ຫົວໜ້າກົມໂຮງຮຽນ ຕື່ມອີກ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ