ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກົມໂຄສະນາອົບຮົມ ລົງຊຸກຍູ້ວຽກງານໂຄສະນາ ຢູ່ກອງພົນທີ 1
ເວລາອອກຂ່າວ: 2019-10-17 09:10:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 281 | ຄວາມນິຍົມ:



ໃນວັນທີ 10 ຕຸລາ 2019 ນີ້, ສະຫາຍ ພັນເອກ ຄໍາຂື່ນ ເລີດສະ ໄຫວ ຮອງຫົວໜ້າກົມ ໂຄສະນາ ອົບຮົມກົມໃຫຍ່ການເມືອງກອງ ທັບ ພ້ອມດ້ວຍຄະນະໄດ້ລົງຊຸກ ຍູ້ວຽກງານໂຄສະນາຢູ່ກອງພົນ ທີ 1 ເຊິ່ງໃຫ້ກຽດຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງ ກອງພົນທີ 1 ພ້ອມດ້ວຍຄະນະ. ໂອກາດການລົງເຮັດວຽກ ຂອງຄະນະກົມໂຄສະນາອົບຮົມ ໃນຄັ້ງນີ້ ກໍໄດ້ຮັບຟັງການລາຍ ງານຂົງເຂດວຽກງານດັ່ງກ່າວ ໂດຍ ສະຫາຍ ພັນໂທ ສຸດໃຈ ເຈີ ບົວແພງ ຮອງຫົວໜ້າຫ້ອງ ການ ເມືອງກອງພົນທີ 1 ເຊິ່ງໃນໄລຍະ ຜ່ານມາ ໂດຍພາຍໃຕ້ການຊີ້ນໍາ ໂດຍກົງຂອງຄະນະພັກ-ຄະນະ ບັນຊາການກອງພົນທີ 1 ເຮັດໃຫ້ ພະນັກງານ-ນັກຮົບມີແນວຄິດ ການເມືອງໜັກແໜ້ນ, ມີຄວາມ ອຸ່ນອຽນທຸ່ນ ທ່ຽງ, ຫ້າວຫັນປະ ຕິບັດມະຕິຄໍາສັ່ງ, ໜ້າທີ່ການ ເມືອງຂອງກົມກອງກໍຄືການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້ມີຜົນ ສຳເລັດຫຼາຍດ້ານ, ມີຄວາມຈົງ ຮັກພັກດີຕໍ່ ພັກ-ລັດ, ຕໍ່ປະເທດ ຊາດ, ເຮັດສໍາເລັດໜ້າທີ່ການ ເມືອງຂອງຕົນ. ເວລາໃດກໍເຊື່ອ ໝັ້ນຕໍ່ການນໍາພາຂອງພັກ, ການ ຈັດຕັ້ງ, ປະຕິບັດມະຕິຄໍາສັ່ງຂໍ້ ກໍານົດກົດລະບຽບຂອງພັກ, ກົດ ໝາຍຂອງລັດຂອງກອງທັບ ຢ່າງ ເຂັ້ມງວດ, ພາຍໃນກົມກອງມີ ຄວາມສາມັກຄີເປັນເອກະພາບ, ເຮັດວຽກເປັນໝູ່ຄະນະແບ່ງ ປັນບຸກຄົນຮັບຜິດຊອບ, ພະນັກ ງານ-ນັກຮົບທົ່ວກົມກອງຍັງໄດ້ ສ້າງຂະບວນການຕ່າງໆຢ່າງ ຕໍ່ເນື່ອງ ເພື່ອຂໍ່ານັບຮັບຕ້ອນ ວັນສໍາຄັນປະຫວັດສາດຂອງ ຊາດ, ຂອງພັກ, ຂອງກອງທັບ, ໂດຍສະເພາະວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 70 ປີ ແລະ ວັນສ້າງຕັ້ງກອງພົນທີ 1 ຄົບຮອບ 35 ປີ ທີ່ຈະມາເຖິງຢ່າງ ເປັນຂະບວນການຟົດຟື້ນ. ໄດ້ ຈັດຕັ້ງອົບຮົມການເມືອງປະ ຈໍາປີ, ເຊື່ອມຊຶມບັນດາແນວ ທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄໍາສັ່ງ, ເອກະສານຕ່າງໆຂອງຂັ້ນເທິງ, ໄດ້ເປີດອົບຮົມໄລຍະສັ້ນທິດສະ ດີມາກ-ເລນິນ ໃຫ້ພະນັກງານ ຂັ້ນກອງຮ້ອຍທີ່ບໍ່ໄດ້ຜ່ານໂຮງ ຮຽນ ແລະ ເປີດອົບຮົມຮຽນ ການເມືອງ-ການທະຫານ, ໄດ້ ເປີດບັ້ນດໍາເນີນຊີວິດການເມືອງ ປົວແປງພາຍໃນພັກ ແລະ ຈັດ ຕັ້ງປາຖະກະຖາວັນສໍາຄັນທາງ ດ້ານປະຫວັດສາດຕ່າງໆ. ພ້ອມ ນີ້ວຽກງານສື່ມວນຊົນ, ວຽກ ງານຫໍສະໝຸດ, ວຽກງານໂທ ລະໂຄ່ງ, ວຽກງານປະດັບ ປະດາ, ວຽກງານຮູບເງົາ, ວຽກງານສິ ລະປະ-ວັນນະຄະດີແມ່ນໄດ້ມີ ບົດບາດສໍາຄັນ ເຊິ່ງໄດ້ເຄື່ອນ ໄຫວເປັນປະຈໍາສາມາດຍາດໄດ້ ຜົນງານທີ່ໂດດເດັ່ນ ແລະ ມີຜົນ ສໍາເລັດດ້ວຍດີຕະຫຼອດມາ. ໂອກາດນີ້ ສະຫາຍຮອງຫົວ ໜ້າກົມໂຄສະນາອົບຮົມກໍໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາຕ້ອງເຫັນໄດ້ວຽກງານ ການເມືອງແນວຄິດ, ໃຫ້ການ ໃກ້ຊິດຕິດແທດ, ຊີ້ນໍາ-ນໍາພາ ບັນດາກົມກອງໃນການສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດໃຫ້ພະນັກງານ-ນັກຮົບຢ່າງ ເປັນປະຈໍາ ແລະ ທົ່ວເຖິງທຸກ ເປົ້າໝາຍ, ເຮັດໃຫ້ພະນັກງານ- ນັກຮົບມີຄວາມອຸ່ນອຽນທຸ່ນ ທ່ຽງ, ເຊື່ອໝັ້ນຕໍ່ການນໍາພາ ຂອງພັກ ແລະ ການຈັດຕັ້ງ, ເອົາ ໃຈໃສ່ຊີ້ນໍາພາກສ່ວນທີ່ເຮັດວຽກ ງານໂຄສະນາກໍາແໜ້ນທິດສະດີ, ຫຼັກການ, ເຄື່ອນໄຫວຕາມພາ ລະບົດບາດ, ສິດໜ້າທີ່ຂອງຕົນ ຢ່າງເຕັມສ່ວນ, ປະຕິບັດຄໍາສັ່ງ ຂອງຜູ້ບັນຊາຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງຕໍ່ການ ຈັດຕັ້ງ ແລະ ໜ້າທີ່ອັນມີກຽດສະ ຫງ່າຂອງຕົນ. ເພື່ອໃຫ້ການປະຕິບັດໜ້າທີ່ ຂອງພະແນກໂຄສະນາໄດ້ຮັບ ໝາກຜົນດີຂຶ້ນນີ້ ກົມໂຄສະນາ ອົບຮົມກໍໄດ້ມອບຄອມພິມເຕີຈໍາ ນວນ 1 ເຄື່ອງໃຫ້ພະແນກໂຄ ສະນາກອງພົນທີ 1 ເພື່ອນໍາໃຊ້ ເຂົ້າໃນໜ້າວຽກຕົວຈິງ ເຊິ່ງກ່າວ ມອບໂດຍ ສະຫາຍ ພັນເອກ ຄໍາຂື່ນ ເລີດສະໄຫວ ຮອງຫົວໜ້າກົມ ໂຄສະນາອົບຮົມ ແລະ ກ່າວຮັບ ໂດຍ ສະຫາຍ ພົນຈັດຕະວາ ແສງ ຍືນ ລັດສະໝີ ຫົວໜ້າການເມືອງ ກອງພົນທີ 1. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ