ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ກຳລັງ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ ສຳເລັດ​ໜ້າທີ່​ຢ່າງ​ດີເລີດ
ເວລາອອກຂ່າວ: 2026-07-09 09:31:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ຂ່າວ​ຫວຽດນາມ​ອອນ​ໄລ, ວັນ​ທີ 5 ກໍລະກົດ, ທີ່​ກົມ​ໃຫຍ່ II ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ ໄດ້​ດຳເນີນ​ກອງ​ປະຊຸມ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ ຄັ້ງ​ທີ 21, ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ພົນ​ເອກ ຟານ​ວັນ​ຢາງ ກຳມະການ​ກົມ​ການເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ເຂົ້າ​ຮ່ວມ ແລະ ຊີ້​ນຳ​ກອງ​ປະຊຸມ. ກອງ​ປະຊຸມ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ ຄັ້ງ​ທີ 21 ໄດ້​ຈັດ​ຂຶ້ນ​ເພື່ອ​ແນໃສ່​ສະຫຼຸບ, ຕີ​ລາຄາ​ໝາກຜົນ​ທີ່​ບັນລຸ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ ໄລຍະ 2024-2026, ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ນຳພາ-ຊີ້​ນຳ, ການ​ສົມທົບ​ກັນ ແລະ ການຈັດຕັ້ງ​ປະຕິບັດ​ບັນດາ​ໜ້າທີ່​ໃນ​ວຽກ​ງານ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ; ເຊື່ອມ​ຊຶມ​ບັນດາ​ແຜນ​ນະໂຍບາຍ, ແນວທາງ​ຂອງ​ພັກ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາກົນ ແລະ ການ​ທູດ​ປ້ອງ​ກັນ​ຊາດ​ໃນ​ສະພາບ​ການ​ໃໝ່, ເປັນຕົ້ນ​ແມ່ນ ມະຕິ​ເລກ​ທີ 59 ຂອງ​ກົມ​ການເມືອງ ແລະ ຜັນ​ຂະຫຍາຍ​ແນວທາງ​ການ​ພົວພັນ​ຕ່າງປະເທດ ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XIV ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ອົງຄະ​ນະ​ພັກ​ກອງທັບ. ກ່າວ​ຄຳ​ປາ​ໄສ​ທີ່​ກອງ​ປະຊຸມ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ໄດ້​ຮັບ​ຮູ້, ຕີ​ລາຄາ​ສູງ​ວຽກ​ງານ​ນຳ ພາ, ການ​ຊີ້​ນຳ​ຂອງ​ຄະນະ​ປະຈຳ​ຄະນະ​ພັກ ກົມ​ໃຫຍ່ II ກ່ຽວ​ກັບ​ວຽກ​ງານ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ, ພ້ອມ​ທັງ ຍ້ອງຍໍ​ຊົມເຊີຍ​ບັນດາ​ໝາກຜົນ, ຜົນງານ​ທີ່​ກອງ​ກຳລັງ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ບັນລຸ​ໃນ​ໄລຍະ​ຜ່ານ​ມາ. ກຳລັງ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ໄດ້​ເຊື່ອມ​ຊຶມ, ປະຕິບັດ​ບັນດາ​ຄຳ​ສັ່ງ, ມະຕິ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ, ສ້າງ​ເຈດ​ຈຳນົງ​ຕັດສິນ​ໃຈ​ສູງ, ເປັນ​ເຈົ້າ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ປະຕິບັດ​ໜ້າທີ່​ເປັນ​ຢ່າງ​ດີ ແລະ ດີເລີດ. ຜ່ານ​ນັ້ນ​ປະກອບສ່ວນ​ເຂົ້າ​ໃນ​ການ​ເປີດ​ກວ້າງ​ການ​ພົວພັນ​ຕ່າງປະເທດ ແລະ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ, ຫຼາຍ​ຝ່າຍ ລະຫວ່າງ ຫວຽດນາມ ແລະ ບັນດາ​ຄູ່​ຮ່ວມ​ມື​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດທິ​ຜົນ.. ທີ່​ກອງ​ປະຊຸມ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ຍັງ​ໄດ້​ມອບ​ລາງວັນ​ໃຫ້​ແກ່​ກົມ​ກອງ​ລວມ​ໝູ່, ບຸກຄົນ​ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ປະຕິບັດ​ໜ້າທີ່​ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ