ການຊຳລະແບບບໍ່ໃຊ້ເງິນສົດ ຊຸກຍູ້ການພັດທະນາການທ່ອງທ່ຽວໃຫ້ສະດວກວ່ອງໄວ ງ່າຍດາຍຍິ່ງຂຶ້ນ
ເວລາອອກຂ່າວ: 2026-07-09 09:29:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ: ![]()
ແຫຼ່ງຂ່າວຫວຽດນາມ, ສຳ ລັບແຂກທ່ອງທ່ຽວສາກົນຫຼາຍຄົນ, ການໃຊ້ຈ່າຍຢູ່ ຫວຽດນາມ ໃນປັດຈຸບັນໄດ້ມີຄວາມສະດວກຫຼາຍຂຶ້ນ, ພຽງແຕ່ນຳໃຊ້ສະມາດໂຟນ ແລະ ລະຫັດ QR, ແຂກທ່ອງທ່ຽວກໍ່ບໍ່ຈຳເປັນຕ້ອງແລກເງິນຕາຕ່າງປະເທດ ຫຼື ຊອກຫາຕູ້ ATM. ເມື່ອບັນດາຮູບແບບການຊຳລະບໍ່ນຳໃຊ້ເງິນສົດນັບມື້ນັບກາຍເປັນກາຮູບແບບທົ່ວໄປ, ຄວາມສະດວກພວມກາຍເປັນທ່າໄດ້ປຽບໃຫ້ແກ່ຂະແໜງການທ່ອງທ່ຽວ ຫວຽດນາມ.
ໃນຕອນບ່າຍມື້ໜຶ່ງຢູ່ຮ້ານຄ້າທີ່ຖະໜົນ ຮ່າງດ່າວ, ເມືອງ ຮວ່ານກຽມ, ຮ່າໂນ້ຍ, ນາງ Sophia Miller, ແຂກທ່ອງທ່ຽວມາຈາກ ການາດາ ມາຍັງຮ້ານຂາຍເຄື່ອງທີ່ລະນຶກແຫ່ງໜຶ່ງ, ເລືອກເອົາຂອງຕ້ອນຈຳນວນໜຶ່ງ ແລ້ວເອົາໂທລະສັບອອກມາ ແທນທີ່ຈະເອົາກະເປົາເງິນອອກ. ພາຍຫຼັງ Scan QR 2-3 ວິນາທີ, ການຊຳລະເງິນກໍສຳເລັດ. ເອື້ອຍບໍ່ຈຳເປັນຕ້ອງມີເງິນນ້ອຍ, ບໍ່ຕ້ອງແລກປ່ຽນເງິນ ແລະ ບໍ່ຈຳເປັນຕ້ອງສົນໃຈເຖິງອັດຕາແລກປ່ຽນ.
ນາງ Sophia Miller ແບ່ງປັນວ່າ: ຂ້າພະເຈົ້າໄດ້ໄປທ່ອງທ່ຽວຢູ່ສອງປະເທດໃນອາຊີ ແລະ ຂ້າພະເຈົ້າຮູ້ສຶກຫຍຸ້ງໆ ແລະ ສັບສົນທີ່ສຸດ ເມື່ອຍາມໃດກໍຕ້ອງຖືເງິນສົດໄປນຳ. ແຕ່ປັດຈຸບັນ, ຂ້າພະເຈົ້າໄດ້ເລືອກເອົາວິທີຊຳລະໃໝ່ດ້ວຍການ Scan QR ອັນໄດ້ຊ່ວຍໃຫ້ການໄປທ່ອງທ່ຽວຂອງຂ້າພະເຈົ້າມີຄວາມສະດວກ ແລະ ງ່າຍດາຍກວ່າເກົ່າ. ແມ່ຄ້າຂາຍເຄື່ອງຫຼາຍທ່ານແບ່ງປັນວ່າ, ຈຳນວນແຂກທ່ອງທ່ຽວສາກົນຊຳລະດ້ວຍລະຫັດ QR ເພີ່ມຂຶ້ນຢ່າງຈະແຈ້ງໃນໄລຍະມໍ່ໆມານີ້.
“ໃນເມື່ອກ່ອນ, ແຂກທ່ອງທ່ຽວ ສ ເກົາຫຼີ, ຈີນ, ໄທ ແລະ ກຳປູເຈຍ ເຄີຍຊຳລະດ້ວຍເງິນສົດ ຫຼື ສະແກນ ບັດສິນເຊື່ອ. ບາງເທື່ອ, ແຂກທ່ອງທ່ຽວຊຳລະດ້ວຍເງິນ ຕາຕ່າງປະເທດທີ່ມີມູນຄ່າສູງ, ເຂົາເຈົ້າຕ້ອງລໍຖ້າດົນເຕີບຈຶ່ງໄດ້ຮັບເງິນທອນ. ປັດຈຸບັນ, ເຂົາເຈົ້າພຽງແຕ່ຊຳລະດ້ວຍການ ສະແກນ ຄິວອາຣ (Scan QR) ແລະ ສຳເລັດການຊຳລະໃນເວລາສັ້ນໆ. ການຊຳລະແບບບໍ່ໃຊ້ເງິນສົດ ບໍ່ພຽງແຕ່ຊ່ວຍໃຫ້ການຊຳລະໄດ້ປະຕິບັດຢ່າງວ່ອງໄວເທົ່ານັ້ນ ຫາກຍັງເຮັດໃຫ້ແຂກທ່ອງທ່ຽວໃຊ້ຈ່າຍຢ່າງສະດວກສະບາຍກວ່າ ໂດຍບໍ່ຈຳເປັນຕ້ອງແລກເງິນ”.
ນັບແຕ່ຮ້ານຂາຍເຄື່ອງນ້ອຍໆ ຢູ່ເມືອງເກົ່າ ຮ່າໂນ້ຍ ຕະຫຼອດຮອດບັນດາການບໍລິການຂົນ ສົ່ງ ແລະ ພັກອາໄສ, ແຂກທ່ອງທ່ຽວສາກົນສາມາດ Scan QR ແລະ ຊຳລະແບບອອນໄລດ້ວຍແອັບທະນາຄານຂອງປະເທດຕົນ ພາຍໃນເວລາພຽງ 2-3 ວິນາທີ ໄດ້ຢ່າງງ່າຍດາຍ. ຕາມບົດລາຍງານ e-Conomy SEA 2025, ຍອດມູນຄ່າການເຮັດທຸລະກຳດ້ານການທ່ອງທ່ຽວທາງອອນໄລຢູ່ ຫວຽດນາມ ຄາດວ່າບັນລຸ 4 ຕື້ໂດລາ, ເພີ່ມຂຶ້ນ 16%, ອັນໄດ້ສ່ອງແສງໃຫ້ເຫັນທ່າອ່ຽງຫັນປ່ຽນ ຈາກການທຸລະກຳແບບເກົ່າ ເປັນການທຸລະກຳດີຈີຕອນ. ຂໍ້ມູນຈາກແພຼດຟອມ Payoo ສະແດງໃຫ້ເຫັນວ່າ, ໃນຊຸມເດືອນທ້າຍປີ 2025, ການຊຳລະເງິນແບບບໍ່ໃຊ້ເງິນສົດຈາກແຂກທ່ອງທ່ຽວສາກົນຢູ່ ຫວຽດນາມ ເພີ່ມຂຶ້ນສະເລ່ຍປະມານ 10% ຕໍ່ເດືອນ.
ຕາມ ທ່ານ ຫງວຽນດັງຮຸ່ງ ຮອງຜູ້ອຳນວຍການໃຫຍ່ ບໍລິ ສັດຫຸ້ນສ່ວນຊຳລະແຫ່ງຊາດ ຫວຽດນາມ (NAPAS) ແລ້ວ, ເມື່ອກ່ອນ ບັນດາວິທີຊຳລະແບບເກົ່າແມ່ນຮົ້ວກີດຂວາງຕໍ່ແຂກທ່ອງທ່ຽວມາ ຫວຽດນາມ. ແຕ່ປັດຈຸບັນ, ການຊຳລະທາງອອນໄລຈາກບັນຊີ ຫຼື ກະເປົາເງິນເອເລັກໂຕຣນິກ ໄດ້ສ້າງຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວຕ່າງປະເທດ, ກະຕຸກຊຸກຍູ້ເຂົາເຈົ້າຊື້ເຄື່ອງຂອງເມື່ອມາທ່ອງທ່ຽວ ຫວຽດນາມ.
ຢູ່ຫຼາຍປະເທດ, ແຂກທ່ອງ ທ່ຽວນຳໃຊ້ Mobile Banking ຂອງທະນາຄານ ກໍຄື ກະເປົາເງິນເອເລັກໂຕຣນິກ ແລະ Scan QR ເພື່ອຊຳລະບັນດາບ້ວງເງິນໃຊ້ຈ່າຍ. ເມື່ອມາ ຫວຽດນາມ, ເຂົາເຈົ້າກໍປະຕິບັດການຊຳລະດ້ວຍການ Scan QR ຈ່າຍ. ການຊຳລະ ບໍ່ມີຫຍັງແຕກຕ່າງກັນລະຫວ່າງປະເທດຂອງເຂົາເຈົ້າ ກັບຢູ່ ຫວຽດນາມ. ໄປຄຽງຄູ່ກັບປັດໄຈສະດວກ, ການຊຳລະແບບບໍ່ໃຊ້ເງິນສົດ ຍັງປະກອບສວ່ນຍົກສູງລັກສະນະໂປ່ງໃສ. ລາຄາໄດ້ກຳນົດຢ່າງ ຈະແຈ້ງ, ຂໍ້ມູນການທຸລະກຳໄດ້ຮັກ ສາໄວ້, ຜ່ານນັ້ນ ກໍປັບປຸງຄວາມເຊື່ອໝັ້ນຂອງແຂກທ່ອງທ່ຽວຕໍ່ການບໍລິການຂອງທ້ອງຖິ່ນ.
ນາງ ຫງວຽນເຕິມອານ ຫົວໜ້າລະບົບໂຮງແຮມ ແລະ ຫ້ອງການທົວທ່ອງທ່ຽວ ໃຫ້ຮູ້ວ່າ: ເມື່ອໂຮງແຮມນຳໃຊ້ຫຼາຍຮູບການຊຳລະ, ແຂກທ່ອງທ່ຽວຮູ້ສຶກໄດ້ຄວາມສະດວກ ແລະ ອຸ່ນອ່ຽນໃຈເມື່ອຈອງຫ້ອງ ແລະ ບັນດາທົວທ່ອງທ່ຽວ. ສິ່ງນີ້ຊ່ວຍໃຫ້ພວກຂ້າພະເຈົ້າເຂົ້າເຖິງຫຼາຍເປົ້າໝາຍທີ່ແຕກຕ່າງກັນ. ຢູ່ຮາກຖານຂອງພວກຂ້າ ພະເຈົ້າ, ນອກຈາກການຊຳລະທາງອອນໄລຢູ່ກັບທີ່, ພວກຂ້າພະເຈົ້າຍັງນຳໃຊ້ ລິ້ງຊຳລະເງິນ(Payment link) ຂອງ 9Pay ເພື່ອສົ່ງລິ້ງ ໃຫ້ແຂກທ່ອງທ່ຽວ. ເມື່ອເຂົາເຈົ້າຈອງຫ້ອງຜ່ານ ອີເມວ ຫຼື ສື່ສັງຄົມອອນໄລ, ເຂົາເຈົ້າພຽງແຕ່ເປີດ ລິ້ງ link, ຊຳລະດ້ວຍບັດ ຫຼື ບັນດາພາຫະນະຊຳລະທາງອອນໄລໃນໂທລະສັບໄດ້ຢ່າງວ່ອງໄວ ແລະ ສະດວກ.
ໃນສັງກາດດີຈີຕອນ, ທ່າໄດ້ປຽບແກ້ງແຍ້ງຂອງແຂກທ່ອງທ່ຽວ ບໍ່ພຽງແຕ່ແມ່ນຊັບພະຍາກອນ ຫຼື ການໂຄສະນາເທົ່ານັ້ນ, ຫາກຍັງແມ່ນຄວາມສາມາດຈັດຕັ້ງກະແສເງິນ, ຂໍ້ມູນ ແລະ ການໃຊ້ ຈ່າຍໃຫ້ກາຍເປັນລະບົບຢ່າງຕໍ່ນື່ອງ.ສຳລັບຫວຽດນາມ, ການຫັນປ່ຽນໄປໃຊ້ QR Code ບໍ່ພຽງແຕ່ແມ່ນເຄື່ອງມືຊຳລະເທົ່ານັ້ນ ຫາກຍັງກາຍເປັນສ່ວນໜຶ່ງຂອງອິນເຕີເຟດເຄື່ອນໄຫວຂອງການທ່ອງທ່ຽວໃນຕົວເມືອງທີ່ທັນສະໄໝອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















