ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ສະຫຼຸບ​ຕີ​ລາຄາ​ການ​ນຳພາ​ຄະນະ​ບໍລິຫານ​ງານ​ພັກ​ ກອງ​ພົນ​ທີ 4 ຄັ້ງ​ທີ VI ສະໄໝ​ທີ VII
ເວລາອອກຂ່າວ: 2026-07-09 09:10:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ກອງ​ພົນ​ທີ 4 ໄດ້​ສະຫຼຸບ​ຕີ​ລາຄາ​ການ​ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ພັກ ຄັ້ງ​ທີ VI ສະໄໝ​ທີ VII ປະຈຳ​ໄຕ​ມາດ II ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ​ໄຕ​ມາດ III ປີ 2026 ຂຶ້ນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ໃຈ​ເພັດ ວົງ​ແສນ​ສົມ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະ ເທດ, ຫົວໜ້າ​ການເມືອງ ກອງ​ພົນ​ທີ 4, ມີ​ສະຫາຍ ພັນ​ເອກ ເຂັມ​ພອນ ມູນ​ທະ​ດີ ຮອງ​ເລຂາ​ຄະນະ​ພັກ​ກອງ​ພົນ, ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 4, ມີ​ຄະນະ​ພັກ​ກອງ​ພົນ​ທີ 4, ພະແນກການ​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ເຂັມ​ພອນ ມູນ​ທະ​ດີ ຮອງ​ເລຂາ​ຄະນະ​ພັກ​ກອງ​ພົນ, ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 4 ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ການ​ນຳພາ​ຂອງ​ຄະນະ​ບໍລິ ຫານ​ງານ​ພັກ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ຄະນະ​ພັກ-ຄະນະ​ບັນຊາ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຊີ້​ນຳ - ນຳພາ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ອົງຄະ​ນະ​ພັກ​ກອງ​ພົນ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ໃນ​ນີ້ ໄດ້​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຢູ່​ບັນດາ​ຂອບ​ເຂດ​ກົມ​ກອງ​ຕັ້ງ​ທັບ ພົວພັນ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ບ້ານ, ເມືອງ, ແຂວງ, ບົນ​ພື້ນຖານ​ປະຕິບັດ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ, ພ້ອມ​ນີ້​ ຍັງ​ໄດ້​ຈັດ​ຕັ້ງ​ລະບອບ​ປະຈຳການ 3 ຂັ້ນ ຕະຫຼອດ 24 ຊົ່ວໂມງ​ຢ່າງ​ເຂັ້ມ​ງວດ ເຮັດ​ໃຫ້​ສະພາບ​ໃນ​ຂອບ​ເຂດ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ, ນອກ​ນັ້ນ​ຍັງ​ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ໃຫ້​ພະນັກງານ-ສະມາຊິກ​ພັກ ແລະ ນັກຮົບ ເປັນ​ສຳຄັນສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ ​ງານ​ຂອງ​ກົມ​ກອງ ພ້ອມ​ທັງ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ພັກ-ພະນັກງານ ປະຕິບັດ​ຕາມ 5 ຫຼັກ ການ 3 ທິດ​ນຳ ຂອງ​ພັກ​ວາງ​ອອກ ຕິດ​ພັນ​ກັບ ການ​ກໍ່ສ້າງໜ່ວຍ​ ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ນອກ​ນັ້ນ​ຍັງ​ໄດ້ ເອົາໃຈໃສ່​ປັບປຸງ​ລະບຽບ​ແບບແຜນ​ປະຕິບັດ​ຕາມ​ຂໍ້​ກຳນົດ 7 ລະບອບ 18 ວຽກ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ, ຊີ້​ນຳ​ບັນດາ​ກົມ​ກອງ ເອົາໃຈໃສ່​ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ໂດຍ​ປະຕິບັດ​ຕາມ​ທິດ​ນຳ ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ສຸມ​ໃສ່​ຊີ້​ນຳ​ວຽກ​ງານ​ການ​ກໍ່ສ້າງ ແລະ ສ້ອມແປງ ພື້ນຖານ​ໂຄງ​ລ່າງ​ຂອງ​ບັນດາ​ກົມ​ກອງ​ໃນ​ທົ່ວ​ກອງ​ພົນ, ເອົາໃຈໃສ່ ຊີ້​ນຳ-ນຳພາ ພະນັກງານ ນັກຮົບ​ອົບຮົມ​ການເມືອງ, ຫັດ​ແອບ​ການ​ທະຫານ, ພະລາທິການ-ເຕັກນິກ ປະຈຳ​ປີ ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ກາຍເປັນ​ພະນັກງານ​ຮຸ້ນ​ສືບ​ທອດ​ປ່ຽນ​ແທນ​ທີ່​ດີ​ໃນ​ສຸມ​ປີ​ຕໍ່ໜ້າ. ໃນ​ກອງ​ປະຊຸມ​ຍັງ ໄດ້​ປະກອບ​ຄຳ​ເຫັນ​ໃສ່​ບົດ​ສະຫຼຸບ​ຢ່າງ​ມີ​ເນື້ອ​ໃນ​ເລິກເຊິ່ງ​ເພື່ອ​ໃຫ້​ບັນລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້​ໃນຕໍ່ໜ້າ. ພ້ອມ​ດຽວ​ກັນ​ນັ້ນ, ບັນດາ​ສະຫາຍ​ໃນ ຄະນະ​ພັກ​ກອງ​ພົນ ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ປະກອບ​ຄຳ​ຄິດ-ຄຳ​ເຫັນ​ໃສ່​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການ ດ້ວຍ​ຄວາມ​ເປັນ​ເອກະ​ພາບ​ສູງ, ບົນ​ພື້ນຖານ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ, ຄວາມ​ສາມັກຄີ, ຄວາມ​ເປັນ​ປຶກ​ແຜນ​ແກ່ນສານ ແລະ ພ້ອມ​ກັນ​ຕຳ​ນິ​ກໍ່ສ້າງ​ເຊິ່ງ​ກັນ ແລະ ກັນ, ເສີມ​ຂະຫຍາຍ​ຈຸດ​ດີ, ແກ້​ໄຂ​ຂໍ້ຄົງຄ້າງ ເພື່ອ​ເຮັດ​ໃຫ້ ທິດ​ທາງ​ແຜນການ​ປະຈຳ ໄຕ​ມາດ III ປີ 2026 ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເລື້ອຍໆ. ໂດຍ: ພອນ​ເທບ ຈອມ​ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ