ກອງບັນຊາການທະຫານແຂວງຜົ້ງສາລີ ເຜີຍແຜ່ເຊື່ອມຊຶມ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ກົດລະບຽບຂອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-07-08 15:34:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 666 | ຄວາມນິຍົມ: ![]()
ໃນວັນທີ 7 ກໍລະກົດ 2026 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ກົດລະບຽບພັກປະຊາຊົນປະຕິວັດລາວ ແລະ ກົດລະບຽບຂອງກອງທັບປະຊາຊົນລາວ, ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ, ສໍາຮອງ, ນາຍ ແລະ ພົນທະຫານອົງການ 5 ຫ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ຜ່ານມະຕິຕົກລົງຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປະກາດໃຊ້ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII, ໂດຍອີງໃສ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ທີ່ຖືກຮັບຮອງເອົາໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເຊິ່ງກົດລະບຽບດັ່ງກ່າວປະກອບມີ XV ໝວດ 64 ມາດຕາ, ທີ່ໄດ້ກໍານົດເນື້ອໃນພື້ນຖານກ່ຽວກັບພັກປະຊາຊົນປະຕິວັດລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງ, ແມ່ນອົງການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກໍາມະກອນ ແລະ ຂອງລະບອບປະຊາທິປະໄຕປະຊາຊົນລາວ, ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໜີປາຍຕໍ່ສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ, ພັກປະຊາຊົນປະຕິວັດລາວກໍ່ສ້າງ ແລະ ປັບປຸງຕົນເອງ ຕາມ 5 ຫຼັກການ 3 ທິດນໍາ, ນໍາພາທົ່ວປວງຊົນລາວທັງຊາດ, ປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ ແລະ ໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງ, ສ້າງການຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ແກ່ການບູລະນະລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັງຄັ່ງເຂັ້ນແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ພ້ອມນີ້ ກໍໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການນໍາໃຊ້ເອກະສານກົດລະບຽບຂອງກອງທັບປະຊາຊົນລາວ, ກອງທັບປະຊາຊົນລາວ ແມ່ນກໍາລັງປະກອບອາວຸດປະຕິວັດຂອງປະຊາຊົນລາວບັນດາເຜົ່າ. ໂດຍແມ່ນພັກປະຊາຊົນລາວ ເປັນຜູ້ຈັດຕັັ້ງນໍາພາ, ສຶກສາອົບຮົມ ແລະ ເຝິກຝົນຫຼໍ່ຫຼອມພາຍໃຕ້ການນໍາພາເດັດຂາດໂດຍກົງຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ແລະ ໄດ້ຮັບການອຸ້ມຊູ, ລ້ຽງດູເບິ່ງແຍງຂອງປະຊາຊົນບັນດາເຜົ່າ; ສືບທອດມູນເຊື້ອຕໍ່ສູ້ບໍ່ຍອມຈໍານົນຂອງຊາດ, ແມ່ນພາຫະນະອັນແຫຼມຄົມຂອງພັກ, ຂອງຊົນຊັັ້ນກໍາມະກອນລາວໃນການຕໍ່ສູ້ປະຕິວັດ; ໂອກາດນີ້ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານ-ນັກຮົບ ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນບັນດາກົດລະບຽບຂອງພັກປະຊາຊົນປະຕິວັດລາວ ແລະ ຂອງກອງທັບ ໃຫ້ເລິກເຊິ່ງ, ຍົກສູງສະຕິໃນການປະຕິບັດລະບຽບວິໄນ, ເປັນແບບຢ່າງໃນການຈັດຕັັ້ງປະຕິບັດກົດໝາຍຂອງລັດ ແລະ ກໍານົດກົດລະບຽບຂອງກອງທັບ, ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ.
ໂດຍ: ທອງສຸກ ຈັນຖະໝອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















