ພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ເປີດຕະຫຼາດນັດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ
ເວລາອອກຂ່າວ: 2026-07-08 15:05:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 718 | ຄວາມນິຍົມ: ![]()
ໃນວັນທີ 8 ກໍລະກົດ 2026 ນີ້, ຢູ່ທີ່ເດີນຫ້ອງວ່າການກະຊວງປ້ອງກັນປະເທດ, ພະເເນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດງານງານເປີດຕະຫຼາດນັດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ1955-20 ກໍລະກົດ 2026), ໂດຍການເຂົ້າຮ່ວມຂອງ ສະຫານ ພົນຈັດຕະວາ ຄໍາແຫວນ ຫຼ້າບົວ ມະຫາໄຊ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີ ສະຫາຍ ພົນຈັດຕະວາ ສະຫຼອງໄຊ ໄຊຍະເສນາ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະບັນຊາ, ພະເເນກການ, ຂະເເໜງການ, ລັດວິສາຫະກິດ ຕະຫຼອດຮອດສະມາຊິກເເມ່ຍິງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ນາງ ອໍາມາລາ ຄໍາບຸນເຮືອງ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ, ຫ້ອງວ່າການກະຊວງປ້ອງກັນ ໄດ້ກ່າວໃຫ້ຮູ້ວ່າ: ການຈັດງານຕະຫຼາດນັດໃນຄັ້ງນີ້, ແມ່ນກິດຈະກຳໜຶ່ງ ທີ່ສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກ ແລະ ເປັນການສ້າງໂອກາດໃຫ້ສະມາຊິກສະຫະພັນແມ່ຍິງ ຫ້ອງວ່າການກະຊວງ ໄດ້ວາງສະແດງສິນຄ້າ ແລະ ອາຫານ ເພື່ອຈຳໜ່າຍ ທັງເປັນການໂຄສະນາໃຫ້ເຂົ້າເຖິງການຕະຫຼາດທົ່ວໄປ ເຮັດໃຫ້ແນວຄິດ ແລະ ວິທີການໃໝ່ໆ ເພື່ອສ້າງລາຍໄດ້ເຂົ້າໃນຄອບຄົວ ຫຼື ກົມກອງ ໃຫ້ມີຄວາມເຂັ້ມແຂງດ້ວຍຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອແນ່ໃສ່ສົ່ງເສີມໃຫ້ສະຫະພັນແມ່ຍິງຫ້ອງວ່າການກະຊວງ ໄດ້ສ້າງລາຍຮັບໃຫ້ຄອບຄົວ ແລະ ກົມກອງມີຊີວິດການເປັນຢູ່ດີຂຶ້ນ.
ພ້ອມນີ້, ສະຫາຍ ຍັງຮຽກຮ້ອງມາຍັງຄະນະນໍາສະຫະພັນແມ່ຍິງທຸກຂັ້ນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທຸກສະຫາຍ ທີ່ໄດ້ນໍາເອົາສິນຄ້າ, ອາຫານ ມາວາງຈໍາໜ່າຍໃນງານຕະຫຼາດນັດຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ຮັກສາຄວາມສະຫງົບປອດໄພ, ມີຄວາມສາມັກຄີຢ່າງແໜ້ນແຟ້ນ ແລະ ເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ ການວາງຂາຍ ເຖິງວ່າຈະໄດ້ໜ້ອຍ ຫຼື ຫຼາຍ ກໍຖືວ່າພວກເຮົາພ້ອມກັນປະກອບສ່ວນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນ ແມ່ຍິງລາວ ຄົບຮອບ 71 ປີ ໃຫ້ເປັນຂະບວນການຟົດຟື້ນ, ມ່ວນຊື່ນ.
ສຳລັບ ບັນດາຫ້າງຮ້ານເຂົ້າຮ່ວມວາງສະແດງສິນຄ້າ ແລະ ອາຫານ ໃນຄັ້ງນີ້ ມີທັງຫມົດ 12 ຫົວໜ່ວຍ ກົມກອງ, ມີ 18 ຮ້ານ, ສ່ວນງານແມ່ນຈະດໍາເນີນໄປເປັນເວລາ 03 ວັນ, ນັບແຕ່ວັນທີ 08-10 ກໍລະກົດ 2026, ເລີ່ມເປີດແຕ່ເວລາ 8: 30 ໂມງເຖິງ 18:00 ໂມງແລງ.
ໂດຍ: ສຸກສົງການ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















