ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ສຳເລັດກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ VI ປະຈໍາໄຕມາດ II ປີ 2026
ເວລາອອກຂ່າວ: 2026-07-08 14:50:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 689 | ຄວາມນິຍົມ:



ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ VI ປະຈໍາໄຕມາດ II ( 6 ເດືອນຕົ້ນປີ ) ແລະ ທິດທາງແຜນການນໍາພາ ປະຈໍາ 6 ເດືອນທ້າຍປີ 2026 ( ເປີດກວ້າງ ) ໄດ້ສຳດລັດລົງຢ່າງຈົບງາມ ໃນວັນທີ 8 ກໍລະກົດ 2026 ນີ້, ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄິ່ງ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາ ສະຫາຍ ຮອງເລຂາຄະນະພັກ, ຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ ແລະ ບັນດາສະຫາຍຄະນະນໍາທີ່ເປັນພະນັກງານຫຼັກແຫຼ່ງ ຈາກພາກສ່ວນຕ່າງໆ ຢູ່ບັນດາອົງການອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສືບຕໍ່ສຸມໃສ່ນໍາພາ-ຊີ້ນໍາ ກໍາລັງຫຼວງ-ກໍາລັງທ້ອງຖິ່ນ ທົ່ວກອງທັບ ເຄື່ອນໄຫວເຮັດໃຫ້ສະພາບໃນຂອບເຂດທົ່ວປະເທດມີຄວາມສະຫງົບ, ເຮັດໃຫ້ສັງຄົມມີຄວາມປອດໄພ, ສຸມໃສ່ຊີ້ນໍາເປີດຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຂອງບັນດາກົມໃຫຍ່ ແລະ ມະຕິກອງປະຊຸມໃຫຍ່ ຂອງບັນດາກົມກອງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນຂະບວນການກວ້າງຂວາງ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້, ສຸມໃສ່ນໍາພາ-ຊີ້ນໍາປັບປຸງກົງຈັກການຈັດຕັ້ງຕາມແຜນຍຸດທະສາດ ປັບປຸງກໍ່ສ້າງກອງທັບ ແຕ່ປີ 2026-2030, ສຸມໃສ່ນໍາພາເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃນທົ່ວກອງທັບ ໃຫ້ແຂງແຮງ, ມີປະສິດທິຜົນ, ເປັນຂະບວນການແທດເຖິງທຸກເປົ້າໝາຍໃນທົ່ວກອງທັບ, ຍູ້ບັນດາຄະນະພັກ ແຕ່ລະຂັ້ນເຮັດວຽກແນວຄິດໃຫ້ເປັນປົກກະຕິ ແລະ ເປັນວຽກງານທີ່ຂາດບໍ່ໄດ້, ຈັດຕັ້ງຜັນຂະຫຍາຍ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ ໂດຍສະເພາະແມ່ນມະຕິສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສຸມໃສ່ນໍາພາ-ຊີ້ນໍາຮັບປະກັນວຽກງານພະລາທິການ ວຽກງານເສດຖະກິດ, ວຽກງານທຸລະກິດ ແລະ ການຜະລິດຂອງກອງທັບ ໃຫ້ເຂົ້າສູ່ການຄຸ້ມຄອງລວມສູນ ຫັດກຸມດໍາເນີນທຸລະກິດການຜະລິດມີປະສິດທິພາບ ແລະ ປະສິດຕິຜົນ ມີການຫັນປ່ຽນຢ່າງແທ້ຈິງ, ດ້ານວຽກງານເຕັກນິກກໍ່ຕ້ອງກໍ່ຕ້ອງມີຄວາມຮັບປະກັນເພື່ອກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ພ້ອມນັ້ນ ກໍໃຫ້ຍົກສູງຄວາມຮັບຜິດຊອບ ຂອງບັນດາສະຫາຍຄະນະບໍລິຫານງານພັກກະຊວງ ໃຫ້ສູງຂຶ້ນຫຼາຍກວ່າເກົ່າ ຕັດສິນໃຈບຸກບືນສູ້ຊົນຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ໜ້າທີ່ການເມືອງຂອງຕົນ ໃຫ້ມີການຫັນປ່ຽນໃໝ່ຢ່າງແທ້ຈິງ ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ສ້າງໃຫ້ມີອັນໃໝ່ທີ່ດີເກີດຂຶ້ນໃນທຸກອົງການ, ທຸກຂະແໜງການ, ທຸກເຫຼົ່າຮົບວິຊາສະເພາະ ແລະ ທຸກກົມກອງ ໃຫ້ດີຂຶ້ນ ເພື່ອແນ່ໃສ່ເຮັດໃຫ້ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ VI ປະຈໍາໄຕມາດ II ( 6 ເດືອນຕົ້ນປີ ) ແລະ ທິດທາງແຜນການນໍາພາ ປະຈໍາ 6 ເດືອນທ້າຍປີ 2026 ( ເປີດກວ້າງ ) ບັນລຸຕາມຈຸດປະສົງ ແລະ ຄາດໝາຍ. ໂດຍ: ຈອນນີ້ ອິນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ