ງານພົບປະມິດຕະພາບວຽກງານປ້ອງກັນຊາດ ຢູ່ເຂດຊາຍແດນ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ລາວ–ຫວຽດນາມ ຄັ້ງທີ 3 ມາຮອດປັດຈຸບັນ ມີຄວາມພ້ອມ 100%
ເວລາອອກຂ່າວ: 2026-07-08 14:44:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 750 | ຄວາມນິຍົມ: ![]()
ງານພົບປະມິດຕະພາບວຽກງານປ້ອງກັນຊາດ ຢູ່ເຂດຊາຍແດນ ຂັ້ນລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ–ຫວຽດນາມ ຄັ້ງທີ 3 ຈະຈັດຂຶ້ນໃນ ລະຫວ່າງ ວັນທີ 9-10 ກໍລະກົດ 2026 ນີ້, ຢູ່ດ່ານທ້ອງຖິ່ນນໍ້າອ້ອນ ແຂວງບໍລິຄໍາໄຊ ສປປ ລາວ ແລະ ດ່ານທ້ອງຖິ່ນ ແທ້ງຖຸ້ຍ ແຂວງເຫງະອານ ສສ ຫວຽດນາມ, ກິດຈະກໍາຄັ້ງນີ້ ນັບເປັນເຫດການສໍາຄັນທາງການເມືອງ ແລະ ການຕ່າງປະເທດ ຂອງສອງກະຊວງປ້ອງກັນປະເທດ ທີ່ສະທ້ອນໃຫ້ເຫັນເຖິງຄວາມສໍາພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບ ປະຊາຊົນລາວ, ຄະນະຊີ້ນໍາລວມງານພົບປະມິດຕະພາບວຽກງານປ້ອງກັນຊາດ ຢູ່ເຂດຊາຍແດນ ຂັ້ນລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຄັ້ງທີ 3 ໄດ້ລາຍງານການກະກຽມວ່າ: ພາຍຫຼັງການກະກຽມວຽກງານຢ່າງຮັດກຸມ ແລະ ຕໍ່ເນື່ອງເປັນເວລາຫຼາຍເດືອນ ໂດຍການປະສານງານຢ່າງໃກ້ຊິດ ລະຫວ່າງ ກະຊວງປ້ອງກັນປະເທດຂອງສອງປະເທດ, ກອງບັນຊາການທະຫານແຂວງສອງຝ່າຍ, ອໍານາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ, ມາຮອດປັດຈຸບັນ ທຸກວຽກງານໄດ້ສໍາເລັດຕາມແຜນການທີ່ວາງໄວ້. ບັນດາພາກສ່ວນຕ່າງໆ ໄດ້ມີຄວາມພ້ອມ 100% ໃນການຮອງຮັບການຈັດງານໃຫ້ດໍາເນີນໄປຢ່າງສົມກຽດ, ປອດໄພ ແລະ ບັນລຸຜົນສໍາເລັດຕາມເປົ້າໝາຍ.
ຄະນະອະນຸກໍາມະການກະກຽມວຽກງານຂອງສອງຝ່າຍ ໄດ້ປະສານງານຢ່າງໃກ້ຊິດໃນທຸກດ້ານໃນວຽກງານ ພິທີການ, ການຮັບຮອງຄະນະຜູ້ແທນ, ການຈັດສະຖານທີ່, ການຈັດລະບົບການຈະລາຈອນ, ການຄຸ້ມຄອງຄວາມປອດໄພ, ວຽກງານຂ່າວສານ, ວຽກງານສາທາລະນະສຸກ, ວຽກງານພິທີການ ແລະ ການອໍານວຍຄວາມສະດວກໃນດ້ານຕ່າງໆ. ພ້ອມກັນນັ້ນ ຍັງໄດ້ຈັດການເຝິກຊ້ອມພິທີການ, ກວດກາລະບົບເຕັກນິກ, ກວດກາສະຖານທີ່ ແລະ ທົບທວນແຜນຮອງຮັບໃນທຸກສະຖານະການ ເພື່ອຮັບປະກັນການຈັດງານດໍາເນີນໄປດ້ວຍຜົນສຳເລັດ.
ນອກຈາກນັ້ນ ບັນດາພາກສ່ວນຕ່າງໆ ຂອງແຂວງບໍລິຄໍາໄຊ ແລະ ແຂວງເຫງະອານ ຍັງໄດ້ຮ່ວມມືຢ່າງໃກ້ຊິດໃນການປັບປຸງພູມີທັດ, ຕົບແຕ່ງສະຖານທີ່, ຈັດລະບົບປ້າຍປະຊາສໍາພັນ, ປັກທຸງຊາດ ແລະ ທຸງມິດຕະພາບ ຕາມສາຍທາງ ແລະ ບໍລິເວນຈັດງານ ເພື່ອສ້າງບັນຍາກາດແຫ່ງຄວາມອົບອຸ່ນ ແລະ ສະແດງເຖິງມິດຕະພາບອັນແໜ້ນແຟ້ນຂອງສອງຊາດ. ຕາມກໍານົດການຈະມີຫຼາຍກິດຈະກໍາສໍາຄັນ ເຊັ່ນ: ພິທີຕ້ອນຮັບຢ່າງເປັນທາງການ, ການພົບປະຫາລື ລະະຫວ່າງ ລັດຖະມົນຕີປ້ອງກັນປະເທດຂອງສອງປະເທດ, ການເຂົ້າຮ່ວມກິດຈະກໍາມິດຕະພາບຢູ່ເຂດຊາຍແດນ, ການພົບປະກັບກໍາລັງປ້ອງກັນຊາຍແດນ ແລະ ປະຊາຊົນ, ລົງຢ້ຽມຢາມ, ຊຸກຍູ້ສົ່ງເສີມ ສຸກສາລາ, ບັນດາໂຮງຮຽນປະຖົມ ແລະ ບັນດາກິດຈະກຳປິ່ນອ້ອມ ພ້ອມທັງແລກປ່ຽນຄວາມເຫັນເພື່ອຍົກລະດັບການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ການຄຸ້ມຄອງຊາຍແດນໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ການພົບປະມິດຕະພາບຄັ້ງນີ້ ບໍ່ພຽງແຕ່ເປັນການສືບຕໍ່ຮັກສາ ແລະ ເສີມສ້າງຄວາມສໍາພັນອັນດີງາມ ລະຫວ່າງ ກອງທັບຂອງສອງປະເທດເທົ່ານັ້ນ ຍັງມີຄວາມສໍາຄັນໃນການເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ຍົກລະດັບການຮ່ວມມືດ້ານການປ້ອງກັນຊາດ, ຮ່ວມກັນຮັກສາເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງຍືນຍົງ. ພ້ອມທັງ ຈະສ້າງເງື່ອນໄຂອັນດີໃຫ້ແກ່ການພັດທະນາດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການແລກປ່ຽນລະຫວ່າງປະຊາຊົນຕາມແນວຊາຍແດນຂອງສອງປະເທດ.
ດ້ວຍຄວາມພ້ອມຢ່າງຄົບຖ້ວນຂອງທຸກພາກສ່ວນ ແລະ ການປະສານງານຢ່າງມີປະສິດທິຜົນຂອງສອງຝ່າຍ ຈຶ່ງມີຄວາມເຊື່ອໝັ້ນວ່າ ງານພົບປະມິດຕະພາບວຽກງານປ້ອງກັນຊາດ ຢູ່ເຂດຊາຍແດນ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຄັ້ງທີ 3 ຈະປະສົບຜົນສໍາເລັດຢ່າງສົມບູນ ແລະ ສືບຕໍ່ເປັນໜຶ່ງໃນເຫດການສໍາຄັນ ທີ່ຈາລຶກໄວ້ໃນປະຫວັດສາດຄວາມສໍາພັນອັນພິເສດ ໃນໄລຍະໃໝ່.
ໃນໂອກາດດັ່ງກ່າວນີ້, ສະຫາຍຍັງໄດ້ສະແດງຄວາມຮູ້ບຸນຕໍ່ການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ທີ່ໄດ້ຈັດງານພົບປະມິດຕະພາບວຽກງານປ້ອງກັນຊາດ ຢູ່ເຂດຊາຍແດນ ຂັ້ນລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຄັ້ງທີ 3 ໃນຄັ້ງນີ້ ເພື່ອເປັນການເພີ່ມທະວີວຽກງານປ້ອງກັນຊາດ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນດີງາມຂອງສອງຊາດ, ສອງກອງທັບ ກໍຄື ປະຊາຊົນ ຢູ່ເຂດດ່ານຊາຍແດນ ນໍ້າອ້ອນ - ແທັງຖຸ້ຍ ມີເງື່ອນໄຂອັນດີງາມໃຫ້ແກ່ການພັດທະນາດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການແລກປ່ຽນ ລະຫວ່າງ ປະຊາຊົນຕາມແນວຊາຍແດນຂອງສອງປະເທດ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















