ກົມ 213 ຈັດຕັ້ງເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-07-08 10:48:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 237 | ຄວາມນິຍົມ: ![]()
ວັນທີ 2 ກໍລະກົດ 2026 ນີ້, ກົມ 213 ໄດ້ຈັດຕັ້ງເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ (ສະບັບປັບປຸງໃໝ່), ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ເຜີຍເພັດ ພົມສີຈັນ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກົມ 213, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ພະແນກການ, ກອງພັນ, ສູນ, ໂຮງຮຽນ ແລະ ພະນັກງານ-ນັກຮົມ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ເຜີຍເພັດ ພົມສີຈັນ ໄດ້ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວສະບັບປັບປຸງ ປີ 2026, ປະກອບມີ XVI ພາກ, 56 ໝວດ, 299 ມາດຕາ. ຈຸດປະສົງໃນການເຜີຍແຜ່ກົດລະບຽບ ຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ຕະຫຼອດຮອດ ນາຍ ແລະພົນທະຫານ ໄດ້ຮັບຮູ້ ແລະ ເຂົ້າໃຈບັນດາຂໍ້ກຳນົດ ກົດລະບຽບ ຂອງກອງທັບປະຊາຊົນລາວ ເພື່ອພ້ອມກັນຈັດຕັ້ງປັບປຸງ, ເສີມຂະຫຍາຍ ໃຫ້ຖືກຕ້ອງຕາມລະບຽບການ ຂອງກອງທັບປະຊາຊົນລາວ ໃຫ້ເຂັ້ມງວດ, ຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່, ປັບປຸງກໍ່ສ້າງກຳລັງໃຫ້ເປັນເອກະພາບ ແລະ ກາຍເປັນກຳລັງແຮງສັ່ງລວມ ໃຫ້ກອງທັບສາມາດເຮັດສຳເລັດທຸກໜ້າທີ່ວຽກງານຕາມການຈັດຕັ້ງຂັ້ນເທິງມອບໝາຍ, ກົດລະບຽບສະບັບນີ້ ແມ່ນຄຳສັ່ງອັນເດັດຂາດ ຂອງຜູ້ບັນຊາສູງສຸດ ນາຍ ແລະ ພົນທະຫານທຸກຄົນ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ.
ໂດຍ: ຄອນສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















