ຍົກສູງບົດບາດ ກຳລັງ ປກຊ-ປກສ ໃນການປົກປັກຮັກສາປະເທດຊາດ ແລະ ຮັບໃຊ້ປະຊາຊົນ
ເວລາອອກຂ່າວ: 2026-07-08 10:17:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 449 | ຄວາມນິຍົມ: ![]()
ການປົກປັກຮັກສາເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນ ຂອງຊາດ ເປັນພາລະກິດພື້ນຖານ ຂອງລັດ ແລະ ສັງຄົມ, ການປົກປັກຮັກສາຄວາມໝັ້ນຄົງ ບໍ່ແມ່ນພາລະກິດສະເພາະຂອງກອງທັບ ຫຼື ກຳລັງປ້ອງກັນຄວາມສະຫງົບ ເທົ່ານັ້ນ, ແຕ່ເປັນວຽກງານ ຂອງປວງຊົນທັງຊາດ ທີ່ຕ້ອງອາໄສການປະສານກຳລັງ ຈາກທຸກພາກສ່ວນ, ໃນນັ້ນ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນກຳລັງຫຼັກແຫຼ່ງ ທີ່ປະຕິບັດໜ້າທີ່ໂດຍກົງ ໃນການຄຸ້ມຄອງ ແລະ ຮັກສາ ຜົນປະໂຫຍດຂອງຊາດ.
ໃນກົດໝາຍກອງທັບປະຊາຊົນລາວ (ສະບັບປັບປຸງ ປີ 2018) ມາດຕາ 6 ແລະ ກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ ປີ 2018) ມາດຕາ 6 ໄດ້ກຳນົດພັນທະໜ້າທີ່ ແລະ ຫຼັກການພື້ນຖານ ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄວ້ຢ່າງຄົບຖ້ວນ ໂດຍເນັ້ນໃຫ້ກຳລັງທຸກລະດັບຍຶດໝັ້ນຄວາມຈົງຮັກພັກດີຕໍ່ປະເທດຊາດ, ປະຕິບັດໜ້າທີ່ຕາມກົດໝາຍ, ຮັກສາລະບຽບວິໄນ ແລະ ຍົກສູງຈັນຍາບັນຂອງຜູ້ຮັບໃຊ້ຊາດ, ນີ້ເປັນຫຼັກການທາງກົດໝາຍທີ່ວາງຮາກຖານໃຫ້ການກໍ່ສ້າງກຳລັງ ມີທິດທາງທີ່ຊັດເຈນ ແລະ ສອດຄ່ອງກັບພາລະກິດການປ້ອງກັນຊາດ ໃນສະພາບການໃໝ່.
ໃນສະພາບການປັດຈຸບັນ ມີຮູບແບບຄວາມທ້າທາຍ ດ້ານຄວາມໝັ້ນຄົງ, ມີຄວາມສັບຊ້ອນຫຼາຍຂຶ້ນ, ນອກເໜືອຈາກການປົກປ້ອງຊາຍແດນ ແລະ ອະທິປະໄຕແລ້ວ ຍັງມີພາລະກິດໃນການຮັບມືກັບອາຊະຍາກຳຂ້າມຊາດ, ການຄ້າຢາເສບຕິດ, ການຄ້າມະນຸດ, ອາຊະຍາກຳທາງເຕັກໂນໂລຊີ ແລະ ໄພພິບັດທຳມະຊາດ, ເຊິ່ງສະພາບການເຫຼົ່ານີ້ ຮຽກຮ້ອງໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງພັດທະນາຂີດຄວາມສາມາດຢ່າງຕໍ່ເນື່ອງ ທັງດ້ານບຸກຄະລາກອນ, ການເຝິກອົບຮົມ, ການນຳໃຊ້ເຕັກໂນໂລຊີ ແລະ ການປະສານງານລະຫວ່າງພາກສ່ວນ. ເຊິ່ງການກໍ່ສ້າງກຳລັງປ້ອງກັນຊາດ ໃຫ້ເຂັ້ມແຂງຈຳເປັນຕ້ອງຄຳນຶງເຖິງການສ້າງຄົນເປັນສຳຄັນ, ການຍົກສູງຄຸນນະພາບ ຂອງນາຍ ແລະ ພົນທະຫານ ທັງດ້ານຄວາມຮູ້, ຄວາມສາມາດ, ວິໄນ, ຈັນຍາບັນ ແລະ ຄວາມຮັບຜິດຊອບ ເປັນປັດໄຈພື້ນຖານ ທີ່ຈະຊ່ວຍໃຫ້ກຳລັງມີຄວາມພ້ອມໃນການປະຕິບັດທຸກພາລະກິດ, ຄຽງຄູ່ກັນນັ້ນ ການສ້າງວິໄນ, ຄວາມສາມັກຄີ ແລະ ການຍຶດໝັ້ນໃນຫຼັກການຍຸດຕິທໍາ ເປັນອົງປະກອບທີ່ຊ່ວຍໃຫ້ກຳລັງປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ. ພາລະກິດຂອງກຳລັງປ້ອງກັນຊາດ ບໍ່ໄດ້ຈຳກັດພຽງແຕ່ວຽກງານດ້ານການທະຫານ, ໃນຫຼາຍໂອກາດ ກຳລັງທະຫານ ໄດ້ເຂົ້າຮ່ວມຊ່ວຍເຫຼືອປະຊາຊົນ ເມື່ອເກີດໄພພິບັດທາງທໍາມະຊາດ ເປັນຕົ້ນ: ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ໄຟໄໝ້ ແລະ ໄພພິບັດ ອື່ນໆ... ພາບຂອງທະຫານທີ່ຢູ່ຄຽງຂ້າງປະຊາຊົນ ໃນຍາມທຸກຍາກ ສະທ້ອນໃຫ້ເຫັນບົດບາດການຮັບໃຊ້ສັງຄົມ ແລະ ຄວາມຜູກພັນ ລະຫວ່າງ ກຳລັງປະກອບອາວຸດກັບປະຊາຊົນ ຄືດັ່ງຄໍາຂວັນທີ່ວ່າ” ກອງທັບກັບປະຊາຊົນ ເໝືອນດັ່ງປາ ກັບ ນ້ຳ”.
ສະນັ້ນ, ການກໍ່ສ້າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ທັນສະໄໝເຂັ້ມແຂງ ແລະ ມີຄຸນນະພາບສູງ ຈຶ່ງເປັນວຽກງານທີ່ຕ້ອງສືບຕໍ່ດຳເນີນຢ່າງບໍ່ຢຸດຢັ້ງ, ນີ້ຈະເປັນພື້ນຖານສຳຄັນໃນການຮັກສາສະຖຽນລະພາບ ຂອງປະເທດຊາດ ແລະ ສ້າງເງື່ອນໄຂອັນເໝາະສົມ ໃຫ້ແກ່ການພັດທະນາຢ່າງຍືນຍົງ.
ໂດຍ: ສົມພອນ ສີສຸມັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















