ວຕກ ລຸລ່ວງໃຫ້ພະນັກງານ ກຽມພັກການຮັບບໍານານ
ເວລາອອກຂ່າວ: 2026-07-08 09:53:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 182 | ຄວາມນິຍົມ: ![]()
ວັນທີ 7 ກໍລະກົດ 2026 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ປະກາດຂໍ້ຕົກລົງ ລຸລ່ວງໃຫ້ພະນັກງານພາຍໃນກົມກອງຂອງຕົນ ພັກການເພື່ອກຽມຮັບບໍານານ, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ອຳນວຍການ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີຄະນະຫ້ອງ, ຄະນະວິຊາ, ສູນທົດລອງ-ຝຶກຫັດ, ກອງພັນນັກສຶກສາ, ພະແນກການກ່ຽວຂ້ອງ ແລະ ພະນັກງານທີ່ກຽມຮັບບໍານານ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ຄຳເຜີຍ ທຳມະນີວົງ ຮອງອຳນວຍການ ຫົວໜ້າຫ້ອງການເມືອງ ວິທະຍາຄານເຕັກນິກການທະຫານ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ວິທະຍາຄານເຕັກນິກການທະຫານ ພັກການເພື່ອກຽມຮັບບໍານານ ໂດຍອີງຕາມ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມການສະເໜີຂອງກົມໃຫຍ່ເຕັກນິກການທັບ ແລະ ອີງຕາມໜັງສືສະເໜີຂອງ ວິທະຍາຄານເຕັກນິກການທະຫານ, ອີງຕາມການຄົນຄວ້າ ແລະ ນຳສະເໜີ ຂອງກົມໃຫຍ່ການເມືອງກອງທັບ ຕົກລົງເຫັນດີອະນຸມັດ ໃຫ້ພະນັກງານ ຢູ່ວິທະຍາຄານເຕັກນິກການທະຫານ ຈໍານວນ 8 ສະຫາຍ ພັກການເພື່ອກຽມຮັບບໍານານ ໃນນີ້, ມີສະຫາຍ ພັນໂທ ຈັນທະວອນ ສອນສຸວັນໄຊ ຮອງຫົວໜ້າຫ້ອງເຕັກນິກ, ສະຫາຍ ພັນໂທ ບຸນຫຼາຍ ສີສົມບູນ ຮອງຫົວໜ້າ ສູນທົດລອງ-ຝືກຫັດ, ສະຫາຍ ພັນໂທ ພາວັນ ພີມມະໂຄດ ຮອງຫົວໜ້າຄະນະວິຊາການເມືອງ, ສະຫາຍ ພັນໂທ ຄຳອ້ວນ ພັນສະຫວັນ ຫົວໜ້າພະແນກສື່ສານ, ສະຫາຍ ພັນໂທ ໄຊຍະແສງ ວ່າງຈົງທາວ ຫົວໜ້າກອງພັນນັກສຶກສາທີ 2, ສະຫາຍ ພັນໂທ ຫຸມພັນ ຈິດຕະພົງ ຫົວໜ້າສາຂາ ວິຊາ ປະດິດເຄື່ອງຈັກ, ສະຫາຍ ພັນໂທ ສາຍຄຳ ພົມມີສິດ ຫົວໜ້າສາຂາວິຊາພື້ນຖານຂະແໜງ ແລະ ສະຫາຍ ພັນໂທ ສຸກັນ ສົງບົວໄລ ຄູສອນວິຊາເຊື່ອມຈອດ ສູນທົດລອງ-ຝຶກຫັດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຜົນງານການປະກອບສ່ວນອັນສໍາຄັນ ຂອງບັນດາພະນັກງານໃນຄັ້ງນີ້ ທີ່ໄດ້ຄຽງບ່າຄຽງໄຫຼ່ ອຸທິດເຫື່ອແຮງສະຕິປັນຍາ ປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະຜ່ານມາ ໂດຍສຸມໃສ່ພາລະກິິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າສະເພາະແມ່ນໄດ້ມີຜົນງານ, ຄຸນງາມຄວາມດີພົ້ນເດັ່ນຫຼາຍດ້ານໃນ ວິທະຍາຄານເຕັກນິກການທະຫານ, ທັງເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບ ຮຸ່ນສືບທອດ ໃນການປະຕິບັດ
ໜ້າທີ່ປິ່ນອ້ອມຂອງກົມກອງ, ກອງທັບ ຕາມການຈັດຕັ້ງມອບໝາຍຂອງຂັ້ນເທິງມີຜົນສໍາເລັດຫຼາຍດ້ານ.
ໂດຍ: ໄຂຄຳ ພົມມະສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















