ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ຫ້ອງການ-ບໍລິຫານ ກອງບັນຊາການທະຫານແຂວງຫົວພັນ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026
ເວລາອອກຂ່າວ: 2026-07-08 09:43:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ:



ວັນທີ 7 ກໍລະກົດ 2026 ນີ້, ຫ້ອງການ-ບໍລິຫານ ກອງບັນຊາການທະຫານແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳເມືອງ ໂຄດວົງຄູນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານ-ນັກຮົບ ພາຍໃນກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ແອງ ສິງຄຳໄຊ ຫົວໜ້າພະແນກບໍລິຫານ-ຫ້ອງການ ກອງບັນຊາການທະຫານແຂວງຫົວພັນ ໄດ້ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 6 ເດືອນຜ່ານມາເປັນຕົ້ນຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຕິດຕາມກວດກາຊຸກຍູ້ໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງມີສະຕິລະວັງຕົວຕໍ່ກົນອຸບາຍ ມ້າງເພຂອງສັດຕູ, ຕິດຕາມກຳແໜ້ນສະພາບການຊີ້ນຳລະບອບກຽມພ້ອມສູ້ຮົບ ໂດຍຫັນເອົາລະບົບປະຈຳການ 3 ຂັ້ນປະຈຳການບັນຊາ, ປະຈຳການບໍລິຫານ ແລະ ລົດນ້ອຍຕະຫຼອດ 24 ຊົ່ວໂມງຢ່າງເຂັ້ມງວດ, ສຸ່ມໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງມີແນວຄິດອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ຕົນເອງຮັບຜິດຊອບ, ເຊື້ອໝັ້ນຕໍ່ການນຳພາຂອງພັກ-ລັດ ປະຕິບັດລະບອບສ່ອງແສງລາາຍງານປະຈຳອາທິດ, ປະຈຳເດືອນຈັດຕັ້ງເຂົ້າຮ່ວມເຊື່ອມຊຶມແນວທາງ ມະຕິຄຳສັ່ງຂອງຂັ້ນເທິງຢ່າງຕໍ່ເນື່ອງ, ເຂົ້າຮ່ວມພິທີປະກາດວຽກງານນະໂຍບາຍເຊື່ອມຊຶມເອກະສານຕ່າງໆ ເປັນຕົ້ນແມ່ນວັນຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ ແລະ ວັນສ້າງຕັ້ງແມ່ຍິງສາກົນຄົບຮອບ 116 ປີຢ່າງເປັນຂະບວນການຟົດຟື້ນ, ອົງການຈັດຕັ້ງມະຊົນ ຊາວໜຸ່ມ-ແມ່ຍິງ ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍຕິດພັນກັບຂະບວນການຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມລາວ ແລະ ຂໍ້ແຂ່ງຂັນແມ່ ຍິງ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກ, ການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ພາຍໃນກົມກອງ ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍໄດ້ສຸມໃສ່ການປູກໄມ້ອຸດສາຫະກໍາ, ໄມ້ກິນໝາກ ແລະ ໄດ້ຈັດຕັ້ງປູກຕົ້ນຫົວດຸກເດືອ 600 ກິໂລ ຕົ້ນທືນແນວພັນປູກ ແລະ ແພຢາງປົກ ລວມມູນຄ່າ 20.800.000 ກີບ, ປັດຈຸບັນມີ ງົວ 9 ໂຕ ແລະ ລ້ຽງສັດປີກຈຳນວນໜຶ່ງ. ປັດຈຸບັນຫ້ອງການ ກອງບັນຊາການ ມີເງິນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຈຳນວນ 98.170.000 ກີບ. ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳເມືອງ ໂຄດວົງຄູນ ໄດ້ມີຄໍາເຫັນໂອລົມ ພ້ອມທັງສະແດງຄວາມຍ້ອງຊົມເຊີຍຕໍ່ຜົນສຳເລັດໃນໄລຍະ 6 ເດືອນຜ່ານ ແລະ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ກໍາແໜ້ນຕໍ່ແນວທາງແຜນການທີ່ວາງໄວ້ ຊີ້ນຳ-ນໍາພາ ປະຕິບັດຕາມພາລະບົດບາດຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຊຸກຍູ້ສົ່ງເສີມແກ້ໄຂຊີວິດການຢູ່ຂອງພະນັກງານ-ນັກຮົບ ພາຍໃນກົມກອງໃຫ້ນັບມື້ດີຂຶ້ນເລື້ອຍໆ. ໂດຍ: ສົມເພັດ ວິໄລຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ