ເປັນເຈົ້າການໃນການກຳນົດທິດ, ຮັກສາສະໜາມຮົບທາງດ້ານການເມືອງ-ແນວຄິດ ໃນທົ່ວກອງທັບ
ເວລາອອກຂ່າວ: 2026-07-08 09:31:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ: ![]()
ຕາມຂ່າວ ກປ.ອອນໄລ, ຕອນບ່າຍວັນທີ 4 ກໍລະກົດ, ທີ່ຮ່າໂນ້ຍ, ກົມໃຫຍ່ການເມືອງ ໄດ້ຈັດກອງປະຊຸມສະຫຼຸບວຽກງານພັກ, ວຽກງານການເມືອງ 6 ເດືອນຕົ້ນປີ 2026, ໂດຍການເຂົ້າຮ່ວມຂອງທ່ານ ພົນເອກ ຫງວຽນຈ້ອງເຫງັຍ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານກອງປະຊຸມ.
ໃນ 6 ເດືອນຕົ້ນປີ 2026, ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ ໃນທົ່ວກອງທັບ ໄດ້ຮັບການນຳພາ, ຊີ້ນຳຢ່າງໜັກແໜ້ນ, ເປັນເຈົ້າການຄົ້ນຄວ້າ, ເປັນເສນາທິການ, ສະເໜີຫຼາຍແຜນນະໂຍບາຍ, ມາດຕະການ ແລະ ຈັດຕັ້ງປະຕິບັດຢ່າງຄົບຊຸດ, ສຳເລັດຮອບດ້ານບັນດາໜ້າທີ່ຕາມແຜນການ ແລະ ໜ້າທີ່ໃໝ່, ຍາກ, ກະທັນຫັນ, ເກີດຂຶ້ນໃໝ່, ຫຼາຍໜ້າທີ່ສຳເລັດເປັນຢ່າງດີ ແລະ ດີເລີດ.
ສະຫຼຸບກອງປະຊຸມ, ທ່ານ ພົນເອກ ຫງວຽນຈ້ອງເຫງັຍ ຮັບຮູ້, ຍ້ອງຍໍຊົມເຊີຍຄວາມຮັບ ຜິດຊອບ, ການເປັນເຈົ້າການ, ຮີບຮ້ອນຂອງບັນດາອົງການ, ກົມກອງໃນການກະກຽມ ແລະ ຈັດຕັ້ງກອງປະຊຸມ; ພ້ອມທັງ ຕີລາຄາສູງຜົນການເຄື່ອນໄຫວວຽກງານພັກ, ວຽກງານການ ເມືອງ 6 ເດືອນຕົ້ນປີ 2026.
ທ່ານ ພົນເອກ ຫງວຽນຈ້ອງເຫງັຍ ມີຄໍາເຫັນເນັ້ນໜັກຕື່ມວ່າ, ໃນສະພາບການໂລກ, ພາກພື້ນສືບຕໍ່ຜັນແປຢ່າງໄວວາ, ສັບສົນ, ຄາດເດົາໄດ້ຍາກ; ຮຽກຮ້ອງໃຫ້ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດວາງອອກນັບມື້ນັບສູງຂຶ້ນ, ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ ຕ້ອງສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງ, ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງ, ຄາດຄະເນລ່ວງໜ້າ, ຄາດຄະເນແຕ່ທາງໄກ, ເປັນເຈົ້າການໃນການກຳນົດທິດແນວຄິດ, ຮັກສາສະໜາມຮົບທາງດ້ານການເມືອງແນວຄິດໃນທົ່ວກອງທັບ.
ທ່ານ ພົນເອກ ຫງວຽນຈ້ອງເຫງັຍ ເຊື່ອໝັ້ນວ່າ, ດ້ວຍຄວາມຮັບຜິດຊອບ, ສາມັກຄີ, ເປັນເອກະພາບ, ການເປັນເຈົ້າການ, ມີຫົວຄິດປະດິດສ້າງ, ທົ່ວກອງທັບ ຈະສືບຕໍ່ປະຕິບັດສຳເລັດໜ້າທີ່ວຽກງານພັກ, ວຽກງານການເມືອງ 6 ເດືອນທ້າຍປີ 2026, ປະ ກອບສ່ວນກໍ່ສ້າງກອງທັບ ໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການ ເມືອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















