ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ປະກາດ​ເລື່ອນ​ຊັ້ນ​ຂຶ້ນ ພົນ​ເອກ 2 ທ່ານ
ເວລາອອກຂ່າວ: 2026-07-08 09:30:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 167 | ຄວາມນິຍົມ:



ເມື່ອບໍ່ດົນມາ​ນີ້, ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ໄດ້​ຈັດ​ພິທີ​ປະກາດ​ເລື່ອນ​ຊັ້ນ​ຂຶ້ນ​ເປັນ​ພົນ​ເອກ ຈຳນວນ 2 ທ່ານ ຢູ່​ຫໍ​ປ່າ​ຢີ່ ທີ່​ນະຄອນຫຼວງ​ປັກ​ກິ່ງ. ໂດຍ​ມີ​ທ່ານ ສີ ຈິ້ນ​ຜິງ ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ໃຫ້​ກຽດ​ເຂົ້າ​ຮ່ວມ. ເວລາ 10 ໂມງ 30 ນາທີ​ຂອງ​ວັນ​ທີ 3 ກໍລະກົດ​ ນີ້, ທ່ານ ຈ່າງ​ເຊີ່ງ​ໝິນ ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ໄດ້​ເປັນ​ປະທານ​ພິທີ​ປະກາດ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ​ຂັ້ນ​ສູງ, ຂຶ້ນ​ປະກາດ​ຄຳ​ສັ່ງ​ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ​ພົນ​ເອກ​ທີ່​ລົງ​ນາມ​ໂດຍ ທ່ານ ສີ ຈິ້ນ​ຜິງ ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ. ທ່ານ ສີ ຈິ້ນ​ຜິງ ໄດ້​ມອບ​ໃບຢັ້ງຢືນ​ການ​ເລື່ອນ​ຊັ້ນ, ພ້ອມ​ທັງ ສະແດງ​ຄວາມ​ຊົມເຊີຍ​ຕໍ່​ທ່ານ ຈ່າງ​ສູ໋ກ​ວ່າງ ເລຂາ​ຄະນະ​ກວດກາ​ວິໄນ ທັງ​ເປັນ​ປະທານ​ຄະນະ​ກວດກາ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ແລະ ທ່ານ ຫວາງ​ກ່າງ ຜູ້​ບັນຊາ​ການ​ກອງທັບ​ອາກາດ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ຂຶ້ນ​ເປັນ​ພົນ​ເອກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ