ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ສະພາ​ສູງ​ຟິ​ລິບ​ປິນ ເລີ່ມ​ໄຕ່​ສວນ​ຄະດີ​ຖອດ​ຖອນ ຮອງ​ປະທານາທິບໍດີ
ເວລາອອກຂ່າວ: 2026-07-08 09:27:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ຕອນ​ບ່າຍ​ວັນ​ທີ 6 ກໍລະກົດ ນີ້, ສະພາ​ສູງ​ຟິ​ລິບ​ປິນ ໄດ້​ເລີ່ມ​ໄຕ່​ສວນ​ຄະດີ​ຖອດ​ຖອນ​ທ່ານ​ນາງ ຊາ​ຣາ ດູ​ເຕີ​ເຕ ຮອງ​ປະທາ ນາທິບໍດີ​ຟິ​ລິບ​ປິນ ອອກ​ຈາກ​ຕຳແໜ່ງ​ຢ່າງ​ເປັນ​ທາງ​ການ. ເນື້ອ​ໃນ​ຂອງ​ໜັງສື​ຮ້ອງ​ຟ້ອງ​ກ່າວ​ໂທດ​ລະບຸ​ວ່າ: ທ່ານ ນາງ ຊາ​ຣາ ດູ​ເຕີ​ເຕ ຖືກ​ສົງໄສ​ວ່າ​ມີ​ຄວາມ​ຜິດ 4 ຂໍ້​ຫາ ຄື: ນຳ​ໃຊ້​ເງິນ​ທຶນ​ຂອງ​ຫ້ອງ​ວ່າການ​ຮອງ​ປະທານາທິບໍດີ ແລະ ກະຊວງ​ສຶກ​ສາ​ຟິ​ລິບ​ປິນ ຕາມ​ລຳພັງ​ໃຈ, ແຫຼ່ງ​ທີ່​ມາ​ຂອງ​ຊັບ​ສິນ​ບໍ່​ຊັດ​ເຈນ, ຮັບ​ສິນ​ບົນ ແລະ ການ​ຈັດ​ຊື້​ທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ການ, ຂົ່ມຂູ່​ວ່າ​ຈະ​ລອບ​ສັງຫານ​ທ່ານ ເຟີ​ດີ​ນານ ມາ​ຄອດ ຈູ​ເນຍ ປະທານາທິບໍດີ​ຟິ​ລິບ​ປິນ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ທ່ານ ເຟີ​ດີ​ນານ ມາ​ຕິນ ໂຣ​ມູ​ອັນ​ເຕ​​ສ ອະດີດ​ປະທານ​ສະພາ​ຕ່ຳ​ຟິ​ລິບ​ປິນ. ຕາມ​ແຫຼ່ງ​ຂ່າວ, ຕາມ​ຂໍ້​ກຳນົດ​ຂອງ​ລັດ​ຖະ​ທຳ​ມະນູນ​ຟິ​ລິບ​ປິນ, ຖ້າ​ຄະດີ​ຮ້ອງ​ຟ້ອງ​ກ່າວ​ໂທດ​ດັ່ງກ່າວ​ໄດ້​ຮັບ​ຄະແນນ​ສຽງ​ສະໜັບສະໜູນ 2 ສ່ວນ 3 ຂອງ​ຄະແນນ​ສຽງ​ທັງ​ໝົດ​ໃນ​ສະພາ​ສູງ, ທ່ານ ນາງ ຊາ​ຣາ ດູ​ເຕີ​ເຕ ຈະ​ຖືກ​ປົດ​ອອກ​ຈາກ​ຕຳແໜ່ງ ແລະ ຈະ​ບໍ່​ອະນຸຍາດ​ໃຫ້​ດຳລົງ​ຕຳແໜ່ງ​ຂອງ​ລັດ​ຕະຫຼອດ​ຊີວິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ