ປະກາດການແຕ່ງຕັ້ງປະທານ, ຄະນະປະທານສະພາ ວສ-ປສ ການທະຫານຂັ້ນຮາກຖານ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 1
ເວລາອອກຂ່າວ: 2026-07-08 09:18:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ: ![]()
ພິທີ ປະກາດການແຕ່ງຕັ້ງປະທານ, ຄະນະປະທານສະພາ ວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ຂັ້ນຮາກຖານ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາ ສາດ-ປະຫວັດສາດ ການທະຫານ, ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ພະແນກການ, ກອງພັນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ສິງ ພິມມະວົງ ຫົວໜ້າພະແນກ ວິທະຍາສາດ-ປະຫວັດສາດ ການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດ ຈາກຄະນະພັກ-ຄະນະບັນຊາໂຮງຮຽນ ຄວບຄູ່ກັບການຊີ້ນຳທາງວິຊາການ ຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານບັນລຸຜົນສຳເລັດ ຕາມແຜນການທີ່ວາງໄວ້. ຈາກນັ້ນ, ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຫົວໜ້າພະແນກການເມືອງ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານຂັ້ນຮາກຖານ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານ ເປັນປະທານ, ສະຫາຍ ພັນໂທ ບຸນຮຽງ ພິມະວົງ ຮອງຫົວໜ້າການເມືອງໂຮງຮຽນ ເປັນຮອງປະທານ, ສະຫາຍ ພັນໂທ ສິງ ພິມມະວົງ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດການທະຫານ ເປັນຜູ້ປະຈຳການ, ສະຫາຍພັນເອກ ລຸນທອງ ແກ້ວໂພໄຊ ຮອງຫົວໜ້າການທະຫານ ໂຮງຮຽນ ເປັນຄະນະ, ສະຫາຍ ພັນເອກ ບົວແກ້ວ ກິ່ງບຸດດີ ຮອງອຳນວຍການໂຮງຮຽນ ຮັບພິຊອບວຽກງານພະລາທິການ ເປັນຄະນະ, ສະຫາຍ ພັນໂທ ບຸນສົດ ມະລິຍາ ຮອງອຳນວຍການໂຮງຮຽນ ຮັບຜິດຊອບວຽກງານເຕັກນິກ ເປັນຄະນະ, ສະຫາຍ ພັນໂທ ຄຳແກ້ວ ສະໜາມໄຊ ຫົວໜ້າຫ້ອງການໂຮງຮຽນ ເປັນຄະນະ, ສະຫາຍ ພັນໂທ ວົງເພັດ ໄຊຍະວົງ ຫົວໜ້າພະແນກສູ້ຮົບ ເປັນຄະນະ ແລະ ສະຫາຍ ພັນໂທ ສາຍສະໝອນ ແສນສາທິດ ຫົວໜ້າພະແນກການເງິນ ເປັນຄະນະ.
ຂ່າວໂດຍ: ຮ.ອ ອາລຸນ ແກ້ວຜາສຸກ; ພາບໂດຍ: ຮ.ອ ນາງ ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















