ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ຄະນະ​ນາຍ​ທະຫານ​ໜຸ່ມ​ກອງທັບ ລາວ-ຫວຽດນາມ ທັດສະນະ​ສຶກ​ສາ ຢູ່​ຫໍ​ພິ​ພິ​ທະ​ພັນ ໄກສອນ ພົມວິຫານ
ເວລາອອກຂ່າວ: 2026-07-08 09:10:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ:



ວັນ​ທີ 6 ກໍລະກົດ 2026 ນີ້, ຄະນະ​ນາຍ​ທະຫານ​ໜຸ່ມ ກອງທັບ​ປະຊາຊົນ​ລາວ ແລະ ຄະນະ​ນາຍ​ທະຫານ​ໜຸ່ມ ກອງທັບ​ປະຊາຊົນ​ຫວຽດນາມ, ນຳພາ​ໂດຍ ສະຫາຍພັນ​ເອກ ຫົງ​ທອງ ສີ​ຊາ​ນົນ ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ, ຫົວໜ້າ​ຄະນະ​ນາຍ​ທະຫານ​ໜຸ່ມ ກອງທັບ​ປະຊາຊົນ​ລາວ ແລະ ສະຫາຍ ເລ່​ຫ້າວ ຮອງ​ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ, ຫົວໜ້າ​ຄະນະ​ນາຍ​ທະຫານ​ໜຸ່ມ ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ເຂົ້າ​ທັດສະນະ​ສຶກ​ສາ ແລະ ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ ໄກສອນ ພົມວິຫານ ເນື່ອງ​ໃນ​ໂອກາດ ທີ່​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ ຢູ່ ​ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 5 ຫາ 14 ກໍລະກົດ 2026 ນີ້. ໂອກາດ​ນີ້, ໄດ້​ນຳ​ເອົາ​ກະຕ່າ​ດອກ​ໄມ້ ເຂົ້າ​ວາງ​ຕໍ່ໜ້າ​ຮູບ​ປັ້ນ​ຫຼໍ່ ປະທານ ໄກສອນ ພົມວິຫານ ເພື່ອ​ລະນຶກ​ເຖິງ​ຄຸນງາມຄວາມດີ ແລະ ນ້ຳໃຈ​ເສຍສະຫຼະ​ຂອງ​ປະທານ ໄກສອນ ພົມວິຫານ ທີ່​ໄດ້​ອຸທິດ​ເພື່ອ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ຍາດ​ເອກະລາດ ມາ​ໃຫ້​ປວງ​ຊົນ​ລາວ​ບັນດາເຜົ່າ. ເຊິ່ງ​ການ​ທັດສະນະ​ສຶກ​ສາ​ຄັ້ງ​ນີ້, ເພື່ອ​ສຶກ​ສາ​ປະຫວັດ​ຄວາມ​ເປັນ​ມາ ຂອງ​ປະທານ ໄກສອນ ພົມວິຫານ, ມູນເຊື້ອ, ນ້ຳໃຈ ແລະ ແນວ​ຄິດ​ການ​ປະຕິວັດ ຂອງ​ຜູ້ນຳ​ທີ່​ເຄົາລົບ​ຮັກ​ຂອງ​ປວງ​ຊົນ​ລາວ, ເປັນ​ຜູ້​ລິ​ເລີ່ມ​ເສີມ​ສ້າງ​ສາຍ​ພົວພັນ​ລະຫວ່າງ ສອງ​ຊາດ ລາວ-ຫວຽດນາມ ຮ່ວມ​ກັບ​ຜູ້ນຳ​ການ​ປະຕິວັດ​ລາວ​ທ່ານ​ອື່ນໆ ເພື່ອ​ນຳ​ເອົາ​ແນວ​ຄິດ​ການ​ປະຕິວັດ, ຕໍ່ສູ້​ຍາດ​ເອົາ ​ເອກະລາດ ປະຊາ​ທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ມາ​ໃຫ້​ປວງ​ຊົນ​ລາວ, ສຶກ​ສາ​ມູນເຊື້ອ​ນ້ຳໃຈ​ສາມັກຄີ​ພິເສດ ຂອງ​ຜູ້ນຳ ລາວ-ຫວຽດນາມ ໂດຍ​ສະເພາະ​ປະທານ ໄກສອນ ພົມວິຫານ ແລະ ປະທານ ໂຮ່​ຈີ​ມິນ ທີ່​ຍາມ​ໃດ​ກໍ​ຊ່ວຍ ເຫຼືອ​ເຊິ່ງ​ກັນ ແລະ ກັນ ຕະຫຼອດ​ມາ, ເພື່ອ​ເປັນ​ການ​ສືບ​ທອດ​ມູນເຊື້ອ ແລະ ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ພິເສດ ແລະ ການຮ່ວມ​ມື​ຮອບດ້ານ ຂອງ​ສອງ​ຊາດ, ສອງ​ກອງທັບ ໃຫ້​ເລິກເຊິ່ງ ໂດຍ​ສະເພາະ​ຊາວ​ໜຸ່ມຂອງ​ສອງ​ກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວຜູ້​ທີ່​ເປັນ​ກຳລັງ​ແຮງ, ເປັນ​ຕົວ​ແທນ ແລະ ເປັນ​ຜູ້​ສືບ​ທອດ​ໜ້າທີ່, ພາລະກິດ​ອັນ​ມີ​ກຽດ​ສະຫງ່າ ທີ່​ປະຊາຊົນ​ສອງ​ຊາດ ມອບ​ໝາຍ​ໃຫ້. ໂດຍ: ພຸດ​ທະ​ພອນ ລັດດາ​ນາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ