ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2026-07-08 09:08:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 226 | ຄວາມນິຍົມ:



ວັນທີ 7 ກໍລະກົດ 2026 ນີ້, ຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ດາວໄກ ເລີດລີວັນ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ, ມີຄະນະຫ້ອງ, ພະແນກການ ແລະ ພະນັກງານ - ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ບູນນຽນ ນົນສີມາວົງ ຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງການເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 6 ເດືອນຜ່ານມາ ແລະ ຜ່ານທິດທາງແຜນການ 6 ເດືອນທ້າຍປີ 2026, ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນຄະນະພັກ-ຄະນະບັນຊາທຸກຂັ້ນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ພະນັກງານ-ນັກຮົບ ເຮັດໜ້າທີ່ວຽກງານຕາມພາລະບົດບາດ ຂອງກົມກອງ ໂດຍປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງຂອງກົມການເມືອງສູນກາງພັກ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ມງວດ ແລະ ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນຫຼັກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ກຳແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານການເມືອງຂອງຕົນ, ສ້າງຂະບວນການເພື່ອຂຳນັບຮັບຕ້ອນວັນສຳຄັນ ຂອງຊາດ, ຂອງພັກ ແລະ ຂອງກອງທັບ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ຖືເອົາວຽກງານການອົບຮົມ-ຫັດແອບ ເປັນວຽກງານໜຶ່ງ ທີ່ສຳຄັນໃນການປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ເປັນຕົ້ນແມ່ນອົບຮົມ-ຫັດແອບ ໃຫ້ນາຍ ແລະ ພົນທະຫານ ຢູ່ໃນທົ່ວກົມກອງ ໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ, ມີຄວາມຊຳນິຊຳນານຄ່ອງແຄ້ວ ກຽມພ້ອມສູ້ຮົບໄດ້ທຸກເວລາ. ໃນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນ ເພື່ອແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມຂົງເຂດຄວາມຮັບຜິດຊອບຂອງຕົນ ແລະ ຮັບຮອງເອົາທິດທາງແຜນການ 6 ເດືອນທ້າຍປີ 2026 ນຳໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ. ຂ່າວ - ພາບ: ທູມມີ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ