ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ເຫຼົ່າຮົບສື່ສານ ລາວ-ຫວຽດນາມ ປຶກສາຫາລືໃນການກວດກາ, ບຳລຸງຮັກສາ ແລະ ເຝິກອົບຮົມລະບົບໂທລະສັບສາຍດ່ວນ
ເວລາອອກຂ່າວ: 2026-07-08 09:06:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ:



ວັນທີ 7 ກໍລະກົດ 2026 ນີ້, ທີ່ ກົມພົວພັນຕ່າງປະເທດ ກອງທັບປະຊາຊົນລາວ, ກົມສື່ສານ ກົົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ເຮັດວຽກຮ່ວມກັບຄະນະວິຊາການກອງທັບປະຊາຊົນຫວຽດນາມ ເພື່ອປຶກສາຫາລືໃນການກວດກາ, ບຳລຸງຮັກສາ ແລະ ເຝິກອົບຮົມລະບົບໂທລະສັບສາຍດ່ວນ ຂອງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ຝ່າຍລາວນໍາໂດຍ ສະຫາຍ ພັນເອກ ອຸລາລອນ ສີສຸນາມ ຮອງຫົວໜ້າກົມສື່ສານ ກົົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫວຽດ ຫວຽດ ເກືອງ ຮອງຫົວໜ້າສູນເຕັກນິກສື່ສານ-ເຕັກໂນໂລຊີຂັ້ນສູງ, ເຫຼົ່າຮົບສື່ສານ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ. ຈຸດປະສົງຂອງເຮັດວຽກຮ່ວມກັນ ໃນຄັ້ງນີ້, ກໍເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນອະນຸສັນຍາຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສອງເຫຼົ່າຮົບສື່ສານ ລາວ-ຫວຽດນາມ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ທາງດ້ານປະລິມານ ແລະ ຄຸນນະພາບ ຕາມແຜນການມາເຮັດວຽກ ຂອງຄະນະວິຊາການໃຫ້ໄດ້ຮັບໝາກຜົນສູງ ແລະ ສຳເລັດຈົບງາມຕາມຄາດໝາຍທີ່ວາງໄວ້ ແລະ ເພື່ອເຮັດໃຫ້ລະບົບສາຍດ່ວນ ຂອງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ສາມາດນຳໃຊ້ໄດ້ຢ່າງປົກກະຕິ, ຮັບປະກັນຄວາມສະດວກ, ວ່ອງໄວ, ປິດລັບ ແລະ ປອດໄພ, ພ້ອມທັງ ອຳນວຍຄວາມສະດວກທຸກເງື່ອນໄຂ ໃຫ້ຄະນະວິຊາການ ຈາກ ສສ ຫວຽດນາມ ໃນການປະຕິບັດໜ້າທີ່ ຢູ່ ສປປ ລາວ ໃຫ້ໄດ້ຮັບຜົນດີ. ນອກຈາກນີ້, ຍັງເປັນໂອກາດອັນດີໃນການຖອດຖອນບົດຮຽນ, ຍົກສູງຄວາມຮູ້ຄວາມສາມາດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງແບບພິເສດ ລະຫວ່າງ ສອງຊາດ, ສອງກອງທັບ ໂດຍສະເພາະແມ່ນ ສອງເຫຼົ່າຮົບສື່ສານ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ເຊິ່ງໜ້າວຽກທີ່ຈະໄດ້ປະຕິບັດຮ່ວມກັນມີ: ກວດກາ ເຄື່ອງ-ອຸປະກອນ ແລະ ສາຍສົ່ງ; ບໍາລຸງຮັກສາລະບົບອຸປະກອນ ແລະ ດໍາເນີນການເຝິກອົບຮົມ ການຕິດຕາມກວດກາ ແລະ ແກ້ໄຂບັນຫາ ໃຫ້ພະນັກງານກົມສື່ສານ ກົົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ໂດຍ: ສຸເວດ ສີດາຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ