ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ສ່ອງ​ແສງ​ວຽກ​ງານ​ຮອບດ້ານ ປະຈຳ​ໄຕ​ມາດ​ທີ II ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ໄຕ​ມາດ​ທີ III ປີ 2026 ບັນດາ​ກົມ​ກອງ ເຂດ IV ທະຫານ​ແຂວງ​ຈຳປາ​ສັກ
ເວລາອອກຂ່າວ: 2026-07-08 09:04:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ:



ກອງ​ປະຊຸມ​ສ່ອງ​ແສງ​ວຽກ​ງານ​ຮອບດ້ານ ປະຈຳ​ໄຕ​ມາດ​ທີ II ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ໄຕ​ມາດ​ທີ III ປີ 2026 ບັນດາ​ຫົວໜ່ວຍ​ກົມ​ກອງ ເຂດ IV ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຈຳປາ​ສັກ, ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ມິຖຸ​ນາ 2026, ຢູ່​ທີ່​ກອງ​ກອງພັນ 709, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພູ​ເວີນ ສູນນິວົງ ຫົວໜ້າ​ ຫ້ອງການເມືອງ ກອງ​ບັນຊາ​ການ​ ທະຫານ​ແຂວງ​ຈຳປາ​ສັກ, ມີ​ຄະ ນະ​ພັກ-ຄະນະ​ບັນຊາ ອົງການ 6 ຫ້ອງ, ກອງ​ບັນຊາການ​ ທະຫານ​ ເມືອງປະທຸມ​ພອນ, ກອງ​ບັນຊາ​ການ​ທະຫານ​ເມືອງ​ໂຂງ, ກອງ ພັນ 709, ກອງພັນ 608, ໂຮງ ຮຽນ​ການ​ທະຫານ​ທ້ອງຖິ່ນ ແຂວງຈຳປາ​ສັກ, ກອງຮ້ອຍ 809, ກອງຮ້ອຍ 526, ກອງ ຮ້ອຍ 527, ກອງຮ້ອຍ 519 ແລະ ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ ລະກົມ​ກອງ ໄດ້​ຜັດປ່ຽນ​ກັນ​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຮອບ ດ້ານ ປະຈຳ​ໄຕ​ມາດ​ທີ II ແລະ ທິດທາງ​ແຜນການ​ໃນຕໍ່ໜ້າ ໂດຍ ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ກະຊວງ​ປ້ອງ​ກັນ​ປະ ເທດວາງ​ອອກ ເປັນຕົ້ນ​ແມ່ນ​ວຽກ​ງານປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​ລົງ​ກໍ່ ສ້າງ​ຮາກ​ຖານ​ການເມືອງ ໂດຍ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ ຕິດ​ພັນ​ກັບວຽກ​ງານ 3 ສ້າງ. ພ້ອມ​ນັ້ນ​ຍັງ​ໄດ້​ເອົາໃຈໃສ່​ກໍ່ສ້າງ​ພັກ-ກໍ່ສ້າງ​ພະນັກງານ ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ແນໃສ່​ເຮັດ​ໃຫ້​ສະມາຊິກ​ພັກ, ພະນັກງານ ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ມີ​ແບບແຜນ​ວິທີ​ເຮັດ​ວຽກ ແລະ ມີ​ຄວາມ​ເຂັ້ມແຂງ​ດ້ານ​ການຈັດຕັ້ງ ເພື່ອ​ກຽມພ້ອມ​ຕອບ​ຕ້ານ ສະກັດ​ກັ້ນທຸກ​ປະກົດ​ການ​ຫຍໍ້ທໍ້​ທີ່​ຈະ​ເກີດ​ຂຶ້ນ​ຢູ່​ຕາມ​ຂອບ​ເຂດ​ທີ່​ກົມ​ກອງ​ຮັບຜິດຊອບໃຫ້​ມີ​ຄວາມ​ສະ ຫງົບ​ປອດ​ໄພ​ໂດຍ​ພື້ນຖານ. ສະຫາຍ ພັນ​ເອກ ພູ​ເວີນ ສູນນິວົງ ໄດ້​ຮຽກຮ້ອງ​ໃຫ້​ບັນ ດາຄະນະ​ພັກ-ຄະນະ​ບັນຊາແຕ່​ ລະ​ກົມ​ກອງ ສືບຕໍ່​ປະຕິບັດໜ້າ ທີ່​ການເມືອງ​ຂອງຕົນ​ໃຫ້ສູງ, ເອົາໃຈໃສ່​ສຶກ​ສາ​ອົບຮົມການ ເມືອງ-ນຳພາ​ແນວ​ຄິດ​ໃຫ້ພະນັກ ງານ-ນັກຮົບ ໃຫ້​ມີ​ຄຸນ​ທາດການ ເມືອງ​ໜັກ​ແໜ້ນ, ປັບປຸງ​ບູລະ ນະ​ການຈັດຕັ້ງ​ໃຫ້​ມີ​ຄວາມ​ເຂັ້ມ ແຂງ, ສືບຕໍ່​ກໍ່ສ້າງ​ໜ່ວຍ​ພັກໃຫ້​ມີ​ຄວາມ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ປົກ​ປັກຮັກສາບົວລະບັດ​ຜັດ​ເຊັດ​ພາຫະນະ, ອາວຸດ-ລູກ​ກະສຸນ ທີ່​ຂັ້ນ​ເທິງ​ປະກອບ​ໃຫ້ ບໍ່​ໃຫ້​ເປ້​ເພ-ເສຍ​ຫາຍ ແລະ ນຳ​ໃຊ້​ໄດ້​ຍາວ​ນານ, ຍູ້​ແຮງ​ຂະ​ບວນ​ການ​ເພີ່ມ​ພູນ​ຜະລິດຜົນ ໂດຍ​ຖື​ເອົາ​ວຽກງານ​ການ​ປູກ-ການ​ລ້ຽງ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ໃນ​ກົມ​ກອງ​ໃຫ້​ນັບ​ມື້​ດີ​ຂຶ້ນ. ໂດຍ: ສົມ​ພອນ ພົງ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ