ກອງພັນໃຫຍ່ 643 ມອບການຍ້ອງຍໍ ຜົນງານ 5 ປີ
ເວລາອອກຂ່າວ: 2026-07-07 14:32:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 497 | ຄວາມນິຍົມ: ![]()
ວັນທີ 6 ກໍລະກົດ 2026 ນີ້, ກອງພັນໃຫຍ່ 643 ໄດ້ຈັດພິທີ ປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍ ຜົນງານ 5 ປີ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024), ໂດຍການເປັນປະທານຂອງ ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 643, ພະແນກການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຖາວອນ ແສງສະທອງ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 643 ໄດ້ຂຶ້ນຜ່ານລັດຖະດໍາລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ I, ຊັ້ນ II, ຊັ້ນ III ແລະ ຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ໃບຍ້ອງຍໍ ຂອງລັດຖະບານ. ພ້ອມທັງ ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ຊັ້ນ I, ຊັ້ນ II, ຊັ້ນ III ແລະ ໃບຍ້ອງຍໍ ໃຫ້ແກ່ນາຍ ແລະ ພົນທະຫານກອງພັນໃຫຍ່ 643 ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ໃນນີ້, ໄດ້ປະດັບຫຼຽນໄຊແຮງງານຊັ້ນ I ຈໍານວນ 2 ສະຫາຍ, ຊັ້ນ II ຈໍານວນ 31 ສະຫາຍ, ຊັ້ນIII ຈໍານວນ 55 ສະຫາຍ, ຫຼຽນກາແຮງງານ ຈໍານວນ 141 ສະຫາຍ ແລະ ໃບຍ້ອງຍໍລັດຖະບານ ຈໍານວນ 99 ສະຫາຍ; ຫຼຽນໄຊພິລະອາດຫານ ຊັ້ນ I ຈໍານວນ 2 ສະຫາຍ, ຊັ້ນ II ຈໍານວນ 55 ສະຫາຍ, ຊັ້ນ III ຈໍານວນ 110 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ຈໍານວນ 27 ສະຫາຍ. ໃຫ້ກຽດຂຶ້ນປະດັບຫຼຽນ ແລະ ມອບໃບຍ້ອງຍໍ ໂດຍສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ຜັດປ່ຽນກັນຂຶ້ນມອບ ຢ່າງສົມກຽດ.
ຂ່າວ: ທອນ ແສງດວງຕາ, ພາບ: ພູວອນ ໄຊຍະແສງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















