ຄະນະປະຈຳ ສພຊ ສະເໜີລັດຖະບານ ເລັ່ງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວດີ ກວ່າເກົ່າ
ເວລາອອກຂ່າວ: 2026-07-07 11:04:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 434 | ຄວາມນິຍົມ: ![]()
ໃນວາລະດຳເນີນກອງປະຊຸມ ສະໄໝວິສາມັນເທື່ອ ທີ 1 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໃນວັນທີ 6 ກໍລະກົດ 2026 ນີ້, ພາຍຫຼັງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ຕາງໜ້າ ໃຫ້ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວ, ມີຄຸນນະພາບ, ຮັກສາສະຖຽນລະພາບດ້ານການເງິນ-ເງິນຕາ ໃຫ້ມີຄວາມໜັກແໜ້ນ, ຕໍ່ເນື່ອງ, ຍືນຍົງ ແລະ ບັນລຸຕາມແຜນການ.
ພ້ອມນີ້, ຄະນະປະຈຳສະພາແຫ່ງຊາດ ຍັງສະເໜີໃຫ້ລັດຖະບານ ສືບຕໍ່ຊຸກຍູ້ສົ່ງເສີມການລົງທຶນ ພາຍໃນ ແລະ ຕ່າງປະເທດ ໃນຂະແໜງການ ທີ່ຕ້ອງການຢ່າງມີຈຸດສຸມ ໂດຍສະເພາະການຜະລິດກະສິກຳ ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດ ສາຫະກຳ ເພື່ອທົດແທນການນໍາເຂົ້າ ໂດຍຫັນປ່ຽນຈາກແນວຄິດແບບເປັນແຕ່ລະໂຄງການ ມາສູ່ການຄິດແບບເປັນລະບົບ ທີ່ມີການເຊື່ອມໂຍງ ລະຫວ່າງ ການຜະລິດ, ການປຸງແຕ່ງ, ການຂົນສົ່ງ, ການຕະ ຫຼາດ ເຂົ້າກັນເປັນຕ່ອງໂສ້ມູນຄ່າທີ່ສາມາດສ້າງລາຍຮັບທີ່ຍືນຍົງໃຫ້ກັບປະຊາຊົນ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍການສ້າງເສດຖະກິດຂຶ້ນມາຈາກຮາກຖານ, ສ່ວນການຂຸດຄົ້ນ ຫຼື ນໍາໃຊ້ຊັບພະຍາກອນທຳມະຊາດ ອາດບໍ່ຈຳເປັນໃຫ້ການຍົກເວັ້ນ ຫຼື ຜ່ອນຜັນໃດໆ, ສ້າງມູນຄ່າເພີ່ມເປັນສິນຄ້າສົ່ງອອກ ໃຫ້ມີຄວາມຫຼາກຫຼາຍ ແລະ ເພີ່ມຜົນຜະລິດທີ່ມີຄຸນນະພາບ, ຫຼຸດຜ່ອນການສົ່ງອອກວັດຖຸດິບກະສິກຳ, ແຮ່ທາດ, ການຂາຍກະແສໄຟຟ້າໂດຍກົງຈາກໂຄງການໄປຕ່າງປະເທດ, ມີມາດຕະການປົກປ້ອງຜູ້ຜະລິດພາຍໃນ ທີ່ເໝາະສົມ ເພື່ອໃຫ້ເວລາແກ່ເຂົາເຈົ້າພັດທະນາຕົນເອງໃຫ້ເຂັ້ມແຂງ; ສືບຕໍ່ພັດທະນາຂະແໜງການທີ່ເປັນທ່າແຮງ ເປັນຕົ້ນອຸດສາຫະກໍາພະລັງງານໄຟຟ້າ ແລະ ບໍ່ແຮ່ ໃຫ້ກາຍເປັນເສົາຄໍ້າການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະ ການພັດທະນາພະລັງງານສະອາດ ເປັນມິດຕໍ່ສິ່ງແວດລ້ອມ ໃຫ້ກວມສ່ວນໃຫຍ່ ແລະ ພິຈາລະນາພະລັງງານຖ່ານຫີນຈໍານວນໜຶ່ງຢ່າງເລັ່ງດ່ວນ ຕາມຍຸດທະສາດຂອງຂະແໜງການ ເພື່ອຮັບປະກັນສະຖຽນລະພາບ ແລະ ການສະໜອງໄຟຟ້າລະດູແລ້ງ ໃຫ້ພຽງພໍ ແລະ ມີແຜນໃຫ້ກຸ້ມຕົນເອງໄດ້ພາຍໃນປີ 2030; ນໍາໃຊ້ທ່າແຮງຕ່າງໆ ເພື່ອໃຫ້ ສປປ ລາວ ກາຍເປັນສູນກາງການຄ້າພະລັງງານໃນຂົງເຂດພາກພື້ນ, ຊຸກຍູ້ກົນໄກການຄ້າ ລະຫວ່າງ ລະບົບສູ່ລະບົບ, ປັບປຸງອັດຕາພັນທະໄຟຟ້າທີ່ສົ່ງອອກຂາຍໃຫ້ຕ່າງປະເທດ ໃຫ້ມີຄວາມເໝາະສົມ, ສະໜອງພະລັງງານພາຍໃນໃຫ້ພຽງພໍ, ສ້າງລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ ໂດຍຢຸດຕິການຍົກເວັ້ນພາສີ-ອາກອນເກີນກວ່າທີ່ ກົດໝາຍ ວ່າດ້ວຍສົ່ງເສີມການລົງທຶນ ໄດ້ກຳນົດໄວ້; ສືບຕໍ່ຄຸ້ມຄອງ ແລະ ຕິດຕາມກວດກາຂະແໜງແຮ່ທາດ ໃຫ້ເຂັ້ມງວດເດັດຂາດ ໃນນັ້ນ, ໃຫ້ມີກຳນົດເວລາພາຍໃນ 2-3 ປີ ໃຫ້ຢຸດຕິການສົ່ງອອກແຮ່ດິບ ເພື່ອກະຕຸ້ນໃຫ້ເກີດມີການກໍ່ສ້າງໂຮງງານຫຼອມ, ປຸງແຕ່ງພາຍໃນ. ສໍາລັບບາງແຮ່ທາດເຂັ້ມຂຸ້ນ ເຊັ່ນ: ຄໍາ, ທອງແດງ, ເງິນ ທີ່ເຮົາມີໂຮງຫຼອມແລ້ວ ຄວນຢຸດຕິເດັດຂາດສົ່ງອອກແຮ່ດິບ ຫຼື ແຮ່ເຂັ້ມຂຸ້ນດັ່ງກ່າວທັນທີ, ພ້ອມທັງ ເປີດກວ້າງຮັບຕະຫຼາດໃໝ່ ເພື່ອປ້ອງກັນການຜູກຂາດດ້ານລາຄາ ສໍາລັບບາງແຮ່ທາດຍຸດທະສາດ, ດັດສົມໂຄງການຂຸດຄົ້ນແຮ່ຫາຍາກ, ປະຕິບັດມາດຕະການເດັດຂາດຕໍ່ໂຄງການແຮ່ທາດ; ຮີບຮ້ອນກໍານົດຄືນໃໝ່ປະເພດ ແຮ່ທາດທີ່ເປັນຍຸດທະສາດ ແລະ ແຮ່ທາດທົ່ວໄປ, ກຳນົດເຂດສະຫງວນ, ເຂດຫວງຫ້າມ, ເຂດທີ່ອະນຸຍາດໃຫ້ຂຸດຄົ້ນ ໃຫ້ຈະແຈ້ງຊັດເຈນ. ສໍາລັບໂຄງການຢູ່ໃນໄລຍະສຶກສາກ່ອນຈະກ້າວເຂົ້າສູ່ໄລຍະຂຸດຄົ້ນໃນຕໍ່ໜ້າ ໃຫ້ຄັດເລືອກເອົາໂຄງການທີ່ເຫັນວ່າຄົບທຸກເງື່ອນໄຂ ເປັນມືອາຊີບ, ມີປະສົບການ, ທຶນຮອນ ແລະ ມີເຕັກນິກວິຊາການທີ່ສາມາດຢັ້ງຢືນໄດ້ ແລະ ມີກົນໄກໃນການຄຸ້ມຄອງການຂຸດຄົ້ນໄປຕາມການອອກແບບ ຫຼື ແຜນການທີ່ວາງໄວ້ ເພື່ອຮັບປະກັນຄວາມປອດໄພ ແລະ ຜົນປະໂຫຍດຂອງປະຊາຊົນ, ລັດ ແລະ ຜູ້ລົງທຶນ ໃຫ້ເໝາະສົມ.
ສະເໜີໃຫ້ລັດຖະບານ ສຸມໃສ່ກໍ່ສ້າງ ແລະ ບູລະນະສ້ອມແປງທາງ ໃຫ້ໄດ້ມາດຕະຖານ ແລະ ສາມາດນໍາໃຊ້ໄດ້ປົກກະຕິ ໃຫ້ສົມຄູ່ກັບງົບປະມານການລົງທຶນ, ສືບຕໍ່ປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່ໃຫ້ສໍາເລັດ ເພື່ອເຊື່ອມຕໍ່ເຂດຜະລິດ, ໂຮງງານປຸງແຕ່ງ, ການຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ການທ່ອງທ່ຽວ; ເອົາໃຈໃສ່ປະຕິບັດຄາດໝາຍທີ່ຍັງມີຄວາມຄືບໜ້າໜ້ອຍ ຂອງຂະແໜງການສຶກສາ ແລະ ສາທາລະນະສຸກ ໃຫ້ບັນລຸຕາມແຜນການ ເປັນຕົ້ນ ການແກ້ໄຂບັນຫາການຂາດແຄນຄູ ແລະ ແພດຢູ່ຊົນນະບົດ, ການປະລະການຮຽນ, ຄຸນນະ ພາບຂອງຄູ ແລະ ນັກຮຽນ, ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເປີດສົກຮຽນໃໝ່, ການປັບປຸງລະບົບການສຶກສາສາຍສາມັນຈາກ 5+4+3 ເປັນ 6+3+3; ສືບຕໍ່ປະຕິບັດຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການກໍ່ສ້າງຮາກຖານການເມືອງ ໃຫ້ແຂງແຮງກວ່າເກົ່າ ຕາມຈຸດສຸມລັດຖະບານ ແລະ ທ້ອງຖິ່ນ, ສືບຕໍ່ສ້າງຕັ້ງຕາແສງໃຫ້ສຳເລັດຕາມຄາດໝາຍ 617 ຕາແສງ ໃນກາງປີ 2027, ພ້ອມທັງ ສະໜອງງົບປະມານໃຫ້ພຽງພໍໃນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານດັ່ງກ່າວ; ເອົາໃຈໃສ່ພັດທະນາ ແລະ ຂະຫຍາຍຜະລິດຕະພັນການທ່ອງທ່ຽວ ໃຫ້ເປັນທ່າແຮງລະດັບຊາດ, ອາຊຽນ, ພາກພື້ນ ແລະ ສາກົນ ໃນການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວແບບລະບົບນິເວດ, ຊຸມຊົນມີສ່ວນຮ່ວມ ໂດຍນໍາໃຊ້ ມໍລະດົກວັດທະນະທຳ, ບຸນປະເພນີ ຂອງຊາດ ແລະ ທ້ອງຖິ່ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















