ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ລົງເຄື່ອນໄຫວ ກວດກາ, ຊຸກຍູ້, ຊີ້ນຳ ວຽກງານອົບຮົມ-ຫັດແອບ ຢູ່ກອງພັນໃຫຍ່ 11
ເວລາອອກຂ່າວ: 2026-07-07 09:45:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 447 | ຄວາມນິຍົມ:



ໃນວັນທີ 02 ກໍລະກົດ 2026 ນີ້, ສະຫາຍ ພັນເອກ ພັນສອນ ຄຳຜິວ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ກວດກາ, ຊຸກຍູ້, ຊີ້ນຳ ວຽກງານອົບຮົມ-ຫັດແອບ ຢູ່ກອງພັນໃຫຍ່ 11, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ສົມແພງ ແກ້ວສິລາ ຫົວໜ້າການທະຫານກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນໂທ ອິນຄຳ ຄູນປະເສີດ ຫົວໜ້າຂະແໜງອົບຮົມ ພະແນກເສນາທິການກອງພັນໃຫຍ່ 11 ໄດ້ຜ່ານບົດລາຍງານການຈັດຕັ້ງ ອົບຮົມ-ຫັດແອບ ວຽກງານການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳ 06 ເດືອນ ຕົ້ນປີ 2026 ຂອງກອງພັນໃຫຍ່ 11 ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ເນື້ອໃນການຈັດຕັ້ງອົບຮົມ-ຫັດແອບ ໃນຄັ້ງນີ້, ມີບັນດາ ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ກິລາການທະຫານ, ອົບຮົມວຽກງານເສນາທິການ, ອົບຮົມສິນລະປະຍຸດທະຫານຮາບ, ຍຸດທະວິທີທະຫານຮາບ, ອົບຮົມວຽກງານພະລາທິການ ແລະ ວຽກງານເຕັກນິກ. ໃນຕອນທ້າຍ, ສະຫາຍ ພັນເອກ ພັນສອນ ຄຳຜິວ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຫັດແອບໃຫ້ມີຄວາມຊຳນິຊຳນານ, ກຳແໜ້ນເນື້ອໃນບົດຮຽນ ແລະ ທິດສະດີຫຼັກການຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພໃນການຫັດແອບ ແລະ ນຳໃຊ້ອາວຸດ-ກະສຸນ, ບຳລຸງຮັກສາອາວຸດຍຸດໂທປະກອນ ແລະ ພາຫະນະເຕັກນິກໃຫ້ຢູ່ໃນສະພາບພ້ອມຮົບຮອບດ້ານ, ເພີ່ມທະວີຄວາມສາມັກຄີ ຮັກສາຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ ເພື່ອຮັບປະກັນໃຫ້ການອົບຮົມ-ຫັດແອບໃນຄັ້ງນີ້ ສຳເລັດຕາມແຜນການທີ່ວາງໄວ້. ຈາກນັ້ນ, ສະຫາຍ ພັນເອກ ພັນສອນ ຄຳຜິວ ພ້ອມດ້ວຍຄະນະ ກໍໄດ້ລົງຕິດຕາມການອົບຮົມ-ຫັດແອບ ຂອງກອງພັນໃຫຍ່ 11 ຢູ່ສະໜາມຕົວຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ