ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ກອງທັບ​ອາກາດ ສະຫະລັດ ເຝິກ​ຊ້ອມ​ຍິງ​ລູກ​ສອນ​ໄຟ LRASM ຈາກ​ຍົນ​ຖິ້ມ​ລະເບີດ B-2
ເວລາອອກຂ່າວ: 2026-07-07 09:38:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ຕາມ​ເວບ​ໄຊ ຂ່າວ​ການທະ ຫານ​ຕ່າງປະເທດ ລາຍ​ງານວ່າ: ກອງທັບ​ອາກາດ​ສະຫະລັດ ປະຈຳ​ຢູ່​ປາ​ຊີ​ຟິກ ໄດ້​ເຝິກ​ຊ້ອມ​ຍິງ​ລູກ​ສອນ​ໄຟ LRASM ເພື່ອ​ທຳລາຍ​ເປົ້າໝາຍ​ທາງ​ທະເລ ໂດຍ​ໃຊ້​ຍົນ​ຖິ້ມ​ລະເບີດ B-2 Spirit ທາງ​ພາກ​ເໜືອ​ຂອງ​ໝູ່​ເກາະ​ມາ​ເຣຍ​ນາ. ການ​ເຝິກ​ຊ້ອມ​ນີ້​ກ່ຽວຂ້ອງ​ກັບ​ການ​ໃຊ້​ລູກ​ສອນ​ໄຟ​ຕ້ານ​ເຮືອ​ໄລຍະ​ໄກ ເພື່ອ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາມາດ​ທີ່​ເພີ່ມ​ຂຶ້ນ​ໃນການ​ບັນລຸ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ພາຍ​ໃນ​ຂອບ​ເຂດ​ຂອງ​ໄພ​ຂົ່ມຂູ່​ທີ່​ອາດ​ເກີດ​ຂຶ້ນ. LRASM ແມ່ນ​ລູກ​ສອນ​ໄຟ​ຕ້ານ​ເຮືອ​ທີ່​ຖືກ​ອອກ​ແບບ​ມາ​ເພື່ອ​ກວດ​ຈັບ ແລະ ທຳລາຍ​ເຮືອ​ສູ້​ຮົບ​ຂອງ​ສັດ ຕູ​ໃນ​ໄລຍະ​ໄກ ພັດທະນາ​ໂດຍ​ສະຫະລັດ ມັນ​ຖືກ​ອະທິບາຍ​ວ່າ​ເປັນ​ອົງ​ປະກອບ​ຫຼັກ​ຂອງ​ການ​ປະຕິບັດ​ການ​ໂຈມ​ຕີ​ທາງ​ທະເລ​ຂອງ​ກອງທັບ​ເຮືອ​ ສະຫະລັດ. ໃນ​ການ​ນຳ​ໃຊ້ LRASM ບັນຈຸ​ໃສ່​ຍົນ​ຖິ້ມ​ລະເບີດ B-2 Spirit ເປັນ​ບາດກ້າວ​ທີ່​ສຳຄັນ​ໃນ​ການ​ແກ້​ໄຂ​ໄພ​ຂົ່ມຂູ່​ທາງ​ທະເລ. ກອງທັບ​ອາກາດ ປະຈຳ​ຢູ່​ປາ​ຊີ​ຟິກ ໄດ້​ກ່າວ​ວ່າ: ເຫດການ​ນີ້​ສະແດງ​ໃຫ້​ເຫັນ​ເຖິງ​ນະ​ວັດຕະ​ກຳ​ທີ່​ກ້າວໜ້າ ແລະ ເສີມ​ສ້າງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ກອງທັບ​ເຮືອ​ສະຫະລັດ​ໃນ​ການ​ປົກ​ປ້ອງ​ຜົນ​ປະໂຫຍດ​ຂອງ​ຊາດ ແລະ ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ໂລກ. ພົນ​ເອກ ເຄວີນ ບີ ສະໄນ​ເດີ ຜູ້​ບັນຊາ​ການ​ກອງທັບ​ອາກາດ ປະຈຳ​ຢູ່​ເຂດ​ປາ​ຊີ​ຟິກ ກ່າວ​ວ່າ, “ຜົນງານ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ຍົນຖີ້ມລະບີດ B-2 ຢືນຢັນ​ເປົ້າ​ໝາຍ​ຂອງ​ກອງທັບ​ເຮືອ​ສະຫະລັດ​ໃນ​ການ​ປັບ​ໂຕ ແລະ ຄວາມສາມາດ ​ໃນ​ການ​ຕອບ​ສະໜອງ​ຕໍ່​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທີ່​ພັດທະນາ​ຢູ່​ເລື້ອຍໆ. ໂດຍ​ການ​ສຸມ​ໃສ່​ການ​ປະຕິບັດ​ງານ​ໂຈມ​ຕີ​ທາງ​ທະເລ ພວກ​ເຮົາ​ສາມາດ​ຮັກສາ​ຄວາມ​ໄດ້​ປຽບ​ທີ່​ເດັດຂາດ​ຕໍ່​ສັດຕູ, ປົກ​ປ້ອງສິດ​ຜົນ​ປະໂຫຍດ​ຂອງ​ຊາດ. ການ​ເຝິກ​ຊ້ອມ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ຄວາມ​ສາມາດ​ຂອງ​ຍົນ​ຖິ້ມ​ລະເບີດ B-2 Spirit ໃນ​ການ​ສະໜັບສະໜູນ​ການ​ປະຕິບັດ​ງານ​ຕໍ່ສູ້​ທາງ​ທະເລ​ໄລຍະ​ໄກ ທີ່​ມີ​ຄວາມ​ແມ່ນ​ຍຳ​ໃນ​ການ​ຕອບ​ສະໜອງ​ຕໍ່​ໄພ​ຂົ່ມຂູ່​ທາງ​ທະເລ. ນອກຈາກ​ນີ້, ສະຫະລັດ ຍັງ​ໄດ້​ທົດ​ລອງ​ຂີ​ປະ​ນາ​ວຸດ​ໄຮ​ເປີ​ໂຊ​ນິກ ລຸ້ນ Dark Eagle ເຊິ່ງ​ສາມາດ​ເຈາະ​ລະບົບ​ປ້ອງ​ກັນ​ດ້ວຍ​ຄວາມ​ໄວ​ສູງ, ເຊິ່ງ​ຂີ​ປະ​ນາ​ວຸດ​ດັ່ງກ່າວ​ໄດ້​ຖືກ​ຍິງ​ອອກ​ຈາກ​ຖານ​ອາ​ວະ​ກາດ Cape Canaveral ໃນ​ລັດ ​ຟ​ຫຼໍ​ຣິ​ດາ ຂອງ ສະຫະລັດ ອາເມລິກາ ໃນ​ທ້າຍ​ເດືອນ​ມີນາ 2026 ທີ່​ຜ່ານ​ມາ. ນັກ​ວິເຄາະ ແລະ ແຫຼ່ງ​ຂໍ້​ມູນ​ທາງ​ທະຫານ​ຢືນຢັນ​ວ່າ​ນີ້​ແມ່ນ​ອີກ​ບາດກ້າວ​ໜຶ່ງ​ໃນ​ການ​ທົດ​ລອງ​ລະບົບ​ອາວຸດ​ໄຮ​ເປີ​ໂຊ​ນິກ​ໄລຍະ​ໄກ (LRHW) ທີ່​ພັດທະນາ​ຮ່ວມ​ກັນ​ໂດຍ​ກອງທັບ ແລະ ກອງທັບ​ເຮືອ ສະຫະລັດ, ເຊິ່ງ​ມີ​ຊື່​ວ່າ "Dark Eagle." ຄຸນສົມບັດ​ທີ່​ໜ້າ​ສົນໃຈ​ຂອງ​ລະບົບ Dark Eagle ສາມາດ​ຄອບ​ຄຸມ​ເປົ້າ​ໝາຍ​ໄດ້​ເຖິງ ປະມານ 2.700 ກິ ໂລແມັດ. ໄວ​ກວ່າ​ສຽງ​ຫ້າ​ເທົ່າ ບິນ​ດ້ວຍ​ຄວາມ​ໄວ​ສູງ​ກວ່າ​ສຽງ ຫຼື ໄວ​ກວ່າ 5 ມັກ ຫຼື ເທົ່າ​ກັບ 6.000 ກິໂລແມັດ​ຕໍ່​ຊົ່ວໂມງ ເຊິ່ງ​ຍາກ​ທີ່​ຈະ​ສະກັດ​ກັ້ນ​ໄດ້ ຈຸດ​ເດັ່ນ​ຂອງ​ອາວຸດ​ນີ້​ແມ່ນ​ການ​ໃຊ້​ຫົວ​ເລື່ອນ​ທີ່​ເອີ້ນ​ວ່າ Common Hypersonic Glide Body. ເມື່ອ​ຍິງ​ແລ້ວ, ຫົວ​ເລື່ອນ​ຈະ​ແຍກ​ອອກ​ຈາກ​ກັນ ແລະ ເລື່ອນ​ໄປ​ຫາ​ເປົ້າ​ໝາຍ​ດ້ວຍ​ຄວາມ​ໄວ​ສູງ​ຫຼາຍ. ຍິ່ງ​ໄປ​ກວ່າ​ນັ້ນ, ມັນ​ສາມາດປ່ຽນ ​ທິດ​ທາງ​ໄດ້​ຢ່າງ​ເສລີ​ ເພື່ອ​ຫຼົບ​ຫຼີກ​ການ​ກວດ​ພົບ, ເຮັດ​ໃຫ້​ມັນ​ຍາກ​ຫຼາຍ​ສຳລັບ​ລະບົບ​ປ້ອງກັນ ​ໄພທາງ​ອາກາດ​ໃນ​ປັດຈຸ​ບັນ​ທີ່​ຈະ​ ສະກັດ​ກັ້ນ. ໂຄງການ​ນີ້​ຖື​ວ່າ​ເປັນ​ການເຄື່ອນໄຫວ​ທີ່​ສຳຄັນ​ສຳລັບ ສະຫະລັດ ໃນ​ການ​ຍົກ​ລະດັບ​ຄວາມ​ສາມາດ​ໃນ​ການ​ໂຈມ​ຕີ​ໄລຍະ​ໄກ​ທີ່​ແນ່ນອນ​ຂອງ​ຕົນ​ເພື່ອ​ຮັກສາ​ຄວາມ​ສົມ​ດຸນ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ​ອຳນາດ​ຕໍ່​ກັບ​ໂຄງການ​ຄວາມ​ໄວ​ກວ່າ​ສຽງ​ຂອງ​ມະຫາ​ອຳນາດ​ອື່ນໆ. ຖ້າ​ການ​ທົດ​ລອງ​ເບື້ອງ​ຕົ້ນ​ເຫຼົ່າ​ນີ້​ປະສົບ​ຜົນສຳເລັດ, ພວກ​ເຮົາ​ສາມາດ​ຄາດ​ຫວັງ​ວ່າ​ຈະ​ເຫັນ​ລະ ບົບ​ນີ້​ຖືກ​ນຳ​ໃຊ້​ຢ່າງ​ເຕັມທີ່​ໃນ​ກອງທັບ​ສະຫະລັດ​ໃນ​ອະນາຄົດ​ອັນ​ໃກ້​ນີ້. ຂະນະ​ດຽວ​ກັນ, ກະຊວງ​ປ້ອງ​ກັນ​ປະເທດ​ສະຫະລັດ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ມູນ​ຄ່າ 399 ລ້ານ​ໂດ​ລາ ກັບ​ບໍລິສັດ Raytheon Technologies ເພື່ອ​ສືບຕໍ່​ການ​ຄົ້ນຄວ້າ ແລະ ພັດ ທະນາ​ລູກ​ສອນ​ໄຟ​ຈາກ​ພື້ນ​ສູ່​ອາ ກາດ AIM-120 AMRAAM. ໃນ​ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ລົງ​ນາມ​ໃນ​ເດືອນ​ມິຖຸນາ 2026 ມີ​ຜົນ​ບັງຄັບ​ໃຊ້​ຈົນ​ຮອດ​ເດືອນ​ທັນວາ 2027 ແລະ ກວມ​ເອົາ​ການອອກ ​ແບບ, ການ​ວິເຄາະ​ເບື້ອງ​ຕົ້ນ​ສຳ ລັບ​ຮຸ່ນ D4 ແລະ C9 ທີ່​ວາງ​ແຜນ​ໄວ້. ປັດຈຸ​ບັນ ລູກ​ສອນ​ໄຟ​ຈາກ​ພື້ນ​ສູ່​ອາກາດ AIM-120 AMRAAM, ຜະລິດ​ໃນ​ຮຸ່ນ C-8 ແລະ D-3, ແມ່ນ​ອາວຸດ​ສຳລັບ​ຍົນ​ສູ້​ຮົບ 14 ລຳ ຫຼາຍ​ໜ້າທີ່​ ທີ່​ແຕກ​ຕ່າງ​ກັນ​ຈາກ​ສະຫະລັດ, ເອີ​ຣົບ ແລະ ອາຊີ. ລູກ​ສອນ​ໄຟ AIM-120 AMRAAM ຫຼາຍ​ກວ່າ 6.000 ລູກ​ໄດ້​ຖືກ​ທົດ​ລອງ ແລະ ເລີ່ມ​ການ​ສູ້​ຮົບ. ລູກ​ສອນ​ໄຟ​ເຫຼົ່າ​ນີ້​ຖືກ​ນຳ​ໃຊ້​ກັບ​ຍົນ​ສູ້​ຮົບ F-16AM/BM Fighting Falcon ແລະ ລະບົບ NASAMS, ເຊິ່ງ​ຂໍ້​ຕົກລົງ​ນີ້​ໄດ້​ຮັບ​ສະໜັບສະໜູນ​ການ​ພັດທະນາ AMRAAM, ເຊິ່ງ​ໄດ້​ຮັບ​ທຶນ​ຈາກ​ຄູ່​ຮ່ວມ​ມື​ສົ່ງ​ອອກ​ຜ່ານ​ໂຄງ ການ FMS. ນອກຈາກ​ນັ້ນ, ວຽກ​ງານ​ຍັງ​ຈະ​ສືບຕໍ່​ກ່ຽວ​ກັບ​ການ​ພັດທະນາ​ລູກ​ສອນ​ໄຟ​ລຸ້ນ​ຕ່າງໆ​ໃນ​ອະນາຄົດ ​ເພື່ອ​ຮັກສາ​ບົດບາດ​ຂອງ​ອາວຸດ​ລະບົບ​ການ​ຕໍ່ສູ້​ທາງ​ອາກາດ ແລະ ການ​ປ້ອງ​ກັນ​ທາງ​ອາກາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ