ຄະນະນາຍທະຫານໜຸ່ມກອງທັບ ລາວ-ຫວຽດນາມ ທັດສະນະສຶກສາ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ
ເວລາອອກຂ່າວ: 2026-07-07 09:20:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 462 | ຄວາມນິຍົມ: ![]()
ວັນທີ 6 ກໍລະກົດ 2026 ນີ້, ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ, ນໍາພາໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ແລະ ສະຫາຍ ເລ່ຫ້າວ ຮອງຫົວໜ້າຫ້ອງການຊາວໜຸ່ມ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າທັດສະນະສຶກສາ ແລະ ຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 5 ຫາ 14 ກໍລະກົດ 2026 ນີ້.
ໂອກາດນີ້, ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າວາງຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ຍາດເອກະລາດ ມາໃຫ້ປວງຊົນລາວບັນດາເຜົ່າ. ເຊິ່ງການທັດສະນະສຶກສາຄັ້ງນີ້, ເພື່ອສຶກສາປະຫວັດຄວາມເປັນມາ ຂອງປະທານ ໄກສອນ ພົມວິຫານ, ມູນເຊື້ອ, ນໍ້າໃຈ ແລະ ແນວຄິດການປະຕິວັດ ຂອງຜູ້ນຳທີ່ເຄົາລົບຮັກຂອງປວງຊົນລາວ, ເປັນຜູ້ລິເລີ່ມເສີມສ້າງສາຍພົວພັນລະຫວ່າງ ສອງຊາດ ລາວ-ຫວຽດນາມ ຮ່ວມກັບຜູ້ນຳການປະຕິວັດລາວທ່ານອື່ນໆ ເພື່ອນຳເອົາແນວຄິດການປະຕິວັດ, ຕໍ່ສູ້ຍາດເອົາເອກະລາດ ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາໃຫ້ປວງຊົນລາວ, ສຶກສາມູນເຊື້ອນໍ້າໃຈສາມັກຄີພິເສດ ຂອງຜູ້ນຳ ລາວ-ຫວຽດນາມ ໂດຍສະເພາະປະທານ ໄກສອນ ພົມວິຫານ ແລະ ປະທານ ໂຮ່ຈີມິນ ທີ່ຍາມໃດກໍຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາ, ເພື່ອເປັນການສືບທອດມູນເຊື້ອ ແລະ ເສີມຂະຫຍາຍຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ, ສອງກອງທັບ ໃຫ້ເລິກເຊິ່ງ ໂດຍສະເພາະຊາວໜຸ່ມ ຂອງສອງກອງທັບ ຜູ້ທີ່ເປັນກໍາລັງແຮງ, ເປັນຕົວແທນ ແລະ ເປັນຜູ້ສືບທອດໜ້າທີ່, ພາລະກິດອັນມີກຽດສະຫງ່າ ທີ່ປະຊາຊົນສອງຊາດ ມອບໝາຍໃຫ້.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















