ພົບປະແລກປ່ຽນທາງວິຊາການ ລະຫວ່າງ ກົມພົວພັນຕ່າງປະເທດ ກັບ ກົມຂ່າວ ກອງທັບບົກ ອິນໂດເນເຊຍ ຄັ້ງທີ II
ເວລາອອກຂ່າວ: 2026-07-07 08:56:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 359 | ຄວາມນິຍົມ: ![]()
ວັນທີ 6 ກໍລະກົດ 2026 ນີ້, ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໄດ້ຈັດກອງປະຊຸມພົບປະແລກປ່ຽນທາງວິຊາການ ລະຫວ່າງ ກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບ ກົມຂ່າວ ກອງທັບບົກ ອິນໂດເນເຊຍ ຄັ້ງທີ II, ຝ່າຍລາວ ນຳໂດຍ ທ່ານ ພົນຈັດຕະວາ ວົງໄຊ ອິນທະຄຳ ຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຝ່າຍອິນໂດເນເຊຍ ນຳໂດຍ ທ່ານ ພົນຈັດຕະວາ ວາລຽນ ວິຈັກໂຊໂນ ຮອງຜູ້ຊ່ວຍເສນາທິການທະຫານບົກ, ຝ່າຍວາງແຜນສືບຂ່າວ ກອງທັບ ອິນໂດເນເຊຍ.
ໃນກອງປະຊຸມ ທ່ານ ພົນຈັດຕະວາ ວົງໄຊ ອິນທະຄຳ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ພົນຈັດຕະວາ ວາລຽນ ວິຈັກໂຊໂນ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ, ສອງກອງທັບ ລາວ-ອິນໂດເນເຊຍ ໃນໄລຍະຜ່ານມາ ໂດຍເພາະແມ່ນການແລກປ່ຽນທາງດ້ານທຶນການສຶກສາ ໃຫ້ແກ່ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ແລະ ການແລກປ່ຽນຄະນະຜູ້ແທນເຊິ່ງກັນ ແລະ ກັນ ໃນແຕ່ລະປີ ເພື່ອເປັນການເສີມຂະຫຍາຍສາຍພົວພັນ ລາວ-ອິນໂດເນເຊຍ ໃຫ້ນັບມື້ຈະເລີນງອກງາມຍິ່ງໆ ຂຶ້ນ.
ໂອກາດນີ້, ທ່ານ ພົນຈັດຕະວາ ວາລຽນ ວິຈັກໂຊໂນ ໄດ້ສະແດງຄຳຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ, ພ້ອມທັງ ກ່າວວ່າຈະສືບຕໍ່ພົວພັນຮ່ວມມື ໃນຂົງເຂດວຽກງານການແລກປ່ຽນທຶນການສຶກສາ ແລະ ການແລກປ່ຽນຄະນະຜູ້ແທນ ເພື່ອເຮັດສາຍພົວພັນການຮ່ວມມື ລະຫວ່າງ ສອງຊາດ, ສອງກອງທັບ ອິນໂດເນເຊຍ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆ ຂຶ້ນ. ຈາກນັ້ນ, ທັງສອງຝ່າຍ ໄດ້ຄົ້ນຄວ້າປຶກສາຫາລືແລກປ່ຽນທາງດ້ານວິຊາການ ແລະ ລົງນາມບົດບັນທຶກ ຮ່ວມກັນ.
ໃນຕອນບ່າຍ ຂອງມື້ດຽວກັນ, ທ່ານ ພົນຈັດຕະວາ ວາລຽນ ວິຈັກໂຊໂນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ທ່ານ ພົນຕີ ພັນແສງ ບຸນພັນ ໄດ້ກ່າວຕ້ອນຮັບຄະນະຜູ້ແທນດ້ວຍຄວາມອົບອຸ່ນ ແລະ ເນັ້ນເຖິງຄວາມໝາຍສຳຄັນ ຂອງການຢ້ຽມຢາມຄັ້ງນີ້ ທີ່ຈະຊ່ວຍສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ກໍຄື ສອງກອງທັບ ລາວ-ອິນໂດເນເຊຍ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, ຍັງໄດ້ນຳສະເໜີບົດລາຍງານໂດຍຫຍໍ້ ກ່ຽວກັບປະຫວັດການສ້າງຕັ້ງ, ພາລະບົດບາດ, ໜ້າທີ່, ໂຄງປະກອບການຈັດຕັ້ງ ແລະ ຜົນສຳເລັດທີ່ພົ້ນເດັ່ນ ຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນໄລຍະຜ່ານມາ. ຈາກນັ້ນ, ທ່ານ ພົນຈັດຕະວາ ວາລຽນ ວິຈັກໂຊໂນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ ຕື່ມອີກ.
ໂດຍ: ໂກແລັມ ອາໄພຍະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















