ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນສອນຂັບລົດ 404 ປິດຊຸດອົບຮົມນັກຂັບຂີ່ຊຸດທີ 37 ປະຈຳປີ 2019
ເວລາອອກຂ່າວ: 2019-10-16 10:03:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:



ວັນທີ 11 ຕຸລາ 2019 ນີ້, ໂຮງຮຽນສອນຂັບລົດ 404 ໄດ້ ປິດຊຸດເຝິກອົບຮົມນັກຂັບຂີ່ຊຸດ ທີ 37 ປະຈໍາປີ 2019 ຂຶ້ນໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງ ຈໍາປາບານ ກຳມະການຄະນະປະ ຈຳພັກກົມໃຫຍ່ ຮອງຫົວໜ້າກົມ ໃຫຍ່ເຕັກນິກກອງທັບ, ມີຫົວໜ້າ ກົມເຕັກນິກ, ຄະນະກົມຄຸ້ມຄອງ ລົດ, ຄະນະໂຮງງານ ອ674, ຫົວ ໜ້າຄະນະວິຊາຄູ, ໂຮງຮຽນວິທະ ຍາຄານເຕັກນິກການທະຫານ, ຄະນະພັກ-ຄະນະອຳນວຍການ ໂຮງຮຽນສອນຂັບລົດ 404, ພະແນກການວິຊາສະເພາະ, ບັນ ດາຄູ-ອາຈານຕະຫຼອດຮອດ ນັກຂັບຂີ່ ຊຸດທີ 37 ເຂົ້າຮ່ວມ. ສະຫາຍ ພັນໂທ ສີນວນ ມະນີ ວົງ ຮອງຫົວໜ້າກົມຄຸ້ມຄອງລົດ ກົມໃຫຍ່ເຕັກນິກກອງທັບໄດ້ ຂຶ້ນອ່ານຂໍ້ຕົກລົງຂອງກົມໃຫຍ່ ເຕັກນິກກອງທັບ ວ່າດ້ວຍການ ອະນຸມັດປິດການຮຽນຂັບຂີ່ລົດ ການທະຫານ ຊຸດທີ 37 ເຊິ່ງມີ ຈຳນວນນັກຮຽນເຂົ້າຮ່ວມທັງ ໝົດ 75 ສະຫາຍ ແລະ ອີງຕາມ ໜັງສືສະເໜີຂອງໂຮງຮຽນສອນ ຂັບລົດ 404 ໂດຍຜ່ານກົມຄຸ້ມ ຄອງລົດ ວ່າດ້ວຍການອະນຸມັດ ປິດການຮຽນຂັບຂີ່ລົດການທະ ຫານ ຊຸດທີ 37, ການຈັດຕັ້ງປະ ຕິບັດແຜນການເຝິກອົບຮົມກໍ່ ສ້າງນັກຂັບຂີ່ຊຸດທີ 37 ສົກປີ 2018-2019 ນີ້, ຄະນະພັກ-ຄະ ນະບັນຊາໄດ້ຖືເອົາການສຶກສາ ອົບຮົມການເມືອງ-ແນວຄິດໃຫ້ ພະນັກງານ-ນັກຮົບ, ນັກຂັບຂີ່ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ, ໄດ້ເຊື່ອມຊຶມມະຕິຕ່າງໆຂອງພັກ ຢ່າງເລິກເຊີ່ງກວ້າງຂວາງ, ມີຄຸນ ສົມບັດ, ມີທັດສະນະລັກໝັ້ນດີ, ມີຄວາມຕຶ່ນຕົວ ແລະ ເປັນເຈົ້າ ການປະຕິບັດກົດລະບຽບຈະລາ ຈອນຕາມທ້ອງຖະໜົນ, ເພື່ອໃຫ້ ເຂົາເຈົ້າກາຍເປັນນັກຂັບຂີ່ທີ່ດີ ສົມກັບຄຳຂວັນທີ່ວ່າ: ຮັກລົດຄື ລູກແພງນຳ້ມັນຄືລູກ, ເອົາໃຈ ໃສ່ປະຕິບັດຂໍ້ກຳນົດກົດລະບຽບ ຂອງກອງທັບ, ກົດໝາຍຂອງ ລັດ, ຂໍ້ກຳນົດກົດລະບຽບຂອງ ກົມກອງວາງອອກຢ່າງເຂັ້ມ ງວດ. ໃນໂອກາດດັ່ງກ່າວນີ້ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງ ຈຳປາບານ ກໍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ກັບບັນດາຜົນ ງານຜົນສຳເລັດທີ່ຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ນັກຂັບຂີ່ ຊຸດທີ 37 ນີ້, ຈົ່ງພ້ອມກັນຍົກສູງ ສະຕິລະວັງຕົວເປັນເຈົ້າການປະຕິບັດລະບຽບວິໄນຂອງນັກຂັບ ຂີ່ຢ່າງເຂັ້ມງວດ, ເປັນມືອາຊີບໃນການນຳໃຊ້ພາຫະນະໃຫ້ຖືກ ຕ້ອງຕາມຫຼັກການທີ່ໄດ້ຮຽນມາ, ເອົາໃຈໃສ່ຢ່າງຕັ້ງໜ້າໃນການ ເຝິກຝົນຫຼໍ່ຫຼອມຕົນເອງ, ເປັນ ເຈົ້າການຊອກຮູ້ຮໍ່າຮຽນໃນຫຼາຍ ດ້ານ, ນຳເອົາຄວາມຮູ້ທີ່ຄູອາ ຈານຖ່າຍທອດໃຫ້ໄປຜັນຂະ ຫຍາຍໃນກົມກອງໃຫ້ເກີດດອກ ອອກຜົນ, ເພື່ອສ້າງຕົນເອງໃຫ້ກາຍເປັນນັກຂັບຂີ່ທີ່ດີເດັ່ນ ແລະ ກ້າວໜ້າໃນຖັນແຖວກອງທັບ ເວົ້າລວມ, ເວົ້າສະເພາະແມ່ນໃນ ກົມກອງຂອງຕົນໃຫ້ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ, ພ້ອມນີ້ຍັງໄດ້ຮຽກ ຮ້ອງໃຫ້ຄະນະພັກ-ຄະນະອຳ ນວຍການໂຮງຮຽນ, ບັນດາຄູ-ອາຈານຈົ່ງພ້ອມກັນຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນທີ່ການຈັດຕັ້ງກໍຄື ຂັ້ນເທິງມອບໝາຍໃຫ້, ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ເລິກເຊິ່ງເຖິງຖອງ ແລະ ໜັກແໜ້ນປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຊື່ອໝັ້ນຕໍ່ແນວທາງອຸດົມ ການຂອງພັກ ເພື່ອເປັນການປະ ກອບສ່ວນເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ຄຳສອນ ພົມໃຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ