ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ປັບຫຼັກສູດໃຫ້ທັນໂລກ ປັບວິທີສອນໃຫ້ທັນຍຸກ ແລະ ປັບການຮຽນໃຫ້ທັນອະນາຄົດ
ເວລາອອກຂ່າວ: 2026-06-17 09:51:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 770 | ຄວາມນິຍົມ:



ການສຶກສາແມ່ນຮາກຖານສຳຄັນຂອງການພັດທະນາຄົນ, ພັດທະນາສັງຄົມ ແລະ ພັດທະນາປະເທດຊາດ, ປະເທດໃດທີ່ມີການສຶກສາດີ ປະເທດນັ້ນຍ່ອມມີຄົນທີ່ມີຄວາມຮູ້ ມີທັກສະ ແລະ ສາມາດນຳພາສັງຄົມໄປສູ່ຄວາມກ້າວໜ້າໄດ້. ໃນຍຸກປັດຈຸບັນ ໂລກໄດ້ປ່ຽນແປງໄປຢ່າງໄວວາ ທັງດ້ານເຕັກໂນໂລຊີ ເສດຖະກິດ-ສັງຄົມ ແລະ ວິທີການດໍາລົງຊີວິດ. ດັ່ງນັ້ນ ການສຶກສາກໍຕ້ອງປັບປຸງ ພັດທະນາ ແລະ ຍົກລະດັບໃຫ້ມີຄວາມທັນສະ ໄໝ ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງຍຸກໃໝ່ໄດ້ຢ່າງແທ້ຈິງ. ຄວາມທັນສະໄໝຂອງການສຶກສາ ບໍ່ໄດ້ໝາຍເຖິງການນຳເອົາຄອມພິວເຕີ, ອິນເຕີເນັດ ຫຼື ເຄື່ອງມືສະໄໝໃໝ່ເຂົ້າມາໃຊ້ເທົ່ານັ້ນ, ແຕ່ຍັງໝາຍເຖິງການປ່ຽນແປງວິທີຄິດ, ວິທີສອນ, ວິທີຮຽນ ການບໍລິຫານໂຮງຮຽນ ແລະ ການສ້າງຄົນໃຫ້ມີຄວາມພ້ອມຕໍ່ອະນາຄົດ, ການສຶກສາທີ່ທັນສະໄໝຄວນສ້າງໃຫ້ນັກຮຽນມີທັກສະການຄິດ, ການແກ້ໄຂບັນຫາ, ການສື່ສານ, ການເຮັດວຽກຮ່ວມກັນ ແລະ ການນໍາຄວາມຮູ້ໄປໃຊ້ໃນຊີວິດຈິງ ບໍ່ແມ່ນຮຽນແຕ່ເພື່ອຈື່ຈຳ ຫຼື ສອບໃຫ້ຜ່ານເທົ່ານັ້ນ. ການຍົກລະດັບການສຶກສາໃຫ້ທັນສະໄໝ ຕ້ອງເລີ່ມຈາກການພັດທະນາຫຼັກສູດການຮຽນ-ການສອນ ຄວນສອດຄ່ອງກັບສະພາບສັງຄົມ-ເສດຖະກິດ-ວັດທະນະທຳ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ, ວິຊາທີ່ຮຽນບໍ່ຄວນເປັນແຕ່ຄວາມຮູ້ໃນຕໍາລາ ແຕ່ຄວນເຊື່ອມໂຍງກັບຊີວິດຈິງ. ນັກຮຽນຄວນໄດ້ຮຽນທັງຄວາມຮູ້ທົ່ວໄປ, ຄວາມຮູ້ດ້ານວິຊາຊີບ, ພາສາຕ່າງປະເທດ, ເຕັກໂນໂລຊີດິຈິຕ໋ອນ ແລະ ທັກສະຊີວິດ. ຖ້າຫຼັກສູດຍັງຢູ່ແຕ່ຮູບແບບເກົ່າ ນັກຮຽນອາດມີຄວາມຮູ້ ແຕ່ຂາດທັກສະໃນການປັບຕົວຕໍ່ໂລກຈິງ. ໄປຄຽງຄູ່ການພັດທະນາຄູ-ອາຈານແມ່ນຫົວໃຈສຳຄັນຂອງການຍົກລະດັບການສຶກສາ. ຄູແມ່ນຜູ້ຖ່າຍທອດຄວາມຮູ້ ສ້າງແຮງບັນດານໃຈ ແລະ ປູກຝັງຄຸນນະທຳໃຫ້ແກ່ນັກຮຽນ. ຖ້າຄູບໍ່ທັນສະໄໝ ການຮຽນ-ການສອນ ກໍຍາກທີ່ຈະທັນສະໄໝໄດ້. ຄູຄວນໄດ້ຮັບການອົບຮົມ ພັດທະນາທັກສະການສອນແບບໃໝ່ ຮູ້ຈັກໃຊ້ສື່ດິຈິຕ໋ອນ, ຮູ້ຈັກອອກແບບບົດຮຽນໃຫ້ໜ້າສົນໃຈ ແລະ ສາມາດກະຕຸ້ນໃຫ້ນັກຮຽນຄິດເປັນ, ເຮັດເປັນ ແລະ ແກ້ບັນຫາເປັນ. ຄູຍຸກ ໃໝ່ບໍ່ຄວນເປັນພຽງຜູ້ບອກຄວາມຮູ້ ແຕ່ຄວນເປັນຜູ້ນຳທາງ, ຜູ້ສົ່ງເສີມ ແລະ ຜູ້ສ້າງໂອກາດໃຫ້ນັກຮຽນໄດ້ຮຽນຮູ້ດ້ວຍຕົນເອງ. ການນຳເຕັກໂນໂລຊີເຂົ້າມາໃຊ້ໃນການສຶກສາ ແມ່ນອີກປັດໄຈສຳຄັນໃນການສ້າງຄວາມທັນສະໄໝ. ປັດຈຸບັນ ຄວາມຮູ້ບໍ່ໄດ້ຈໍາກັດຢູ່ໃນຫ້ອງຮຽນ ຫຼື ໃນປື້ມຕຳລາເທົ່ານັ້ນ. ນັກຮຽນສາມາດຮຽນຮູ້ຜ່ານອິນເຕີເນັດ, ວິດີໂອການສອນ, ຫ້ອງຮຽນອອນລາຍ ແລະ ແຫຼ່ງຄວາມຮູ້ອື່ນໆ ໄດ້ຢ່າງກວ້າງຂວາງ. ຖ້າໂຮງຮຽນສາມາດນຳເຕັກໂນໂລຊີມາໃຊ້ຢ່າງເໝາະສົມ ກໍຈະຊ່ວຍໃຫ້ການຮຽນມີຄວາມໜ້າສົນໃຈ ນັກຮຽນເຂົ້າໃຈບົດຮຽນງ່າຍຂຶ້ນ ແລະ ຄູກໍສາມາດຈັດການຮຽນການສອນໄດ້ຫຼາກຫຼາຍຂຶ້ນ,ນອກຈາກນັ້ນ ການຍົກລະດັບການສຶກສາຍັງຕ້ອງໃຫ້ຄວາມສຳຄັນກັບຄຸນນະທຳ, ຈິດສຳນຶກ ແລະ ຄວາມຮັບຜິດຊອບ. ການສຶກສາທີ່ທັນສະໄໝບໍ່ຄວນຜະລິດແຕ່ຄົນເກັ່ງ ແຕ່ຕ້ອງຜະລິດຄົນດີ, ມີນໍ້າໃຈ, ມີວິໄນ, ຮູ້ຈັກເຄົາລົບກົດລະບຽບ, ຮັກຊາດ, ຮັກສັງຄົມ ແລະ ຮູ້ຈັກຢູ່ຮ່ວມກັບຜູ້ອື່ນ. ຖ້າຄົນມີຄວາມຮູ້ສູງແຕ່ຂາດຄຸນນະທຳ ຄວາມຮູ້ນັ້ນອາດຖືກນໍາໄປໃຊ້ໃນທາງທີ່ຜິດ. ດັ່ງນັ້ນ ການສຶກສາທີ່ດີຕ້ອງພັດທະນາທັງສະຕິປັນຍາ, ຈິດໃຈ, ຮ່າງກາຍ ແລະ ຄຸນນະທຳໄປພ້ອມກັນ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ