ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ກໍ່ສ້າງ​ພັກ-ພະນັກງານ ແນວໃດ​ຈຶ່ງ​ໄດ້​ຮັບ​ໝາກຜົນ
ເວລາອອກຂ່າວ: 2026-06-17 09:24:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1012 | ຄວາມນິຍົມ:



ການ​ກໍ່ສ້າງ​ພັກ-ພະນັກງານ ແມ່ນ​ໜຶ່ງ​ໃນ​ບັນຫາ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ສຳຄັນ​ພິເສດ ແລະ ເປັນ​ວຽກ​ງານ​ພື້ນຖານ​ທີ່​ກຳນົດ​ຄຸນ​ນະ​ພາບ ແລະ ຄວາມ​ສາມາດ​ການ​ນຳພາ​ຂອງ​ພັກ, ຕະຫຼອດ​ໄລຍະ​ການ​ປະຕິວັດ​ຂອງ​ປະເທດ​ຊາດ ພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້​ຖື​ເອົາ​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ເປັນໃຈ​ກາງຂອງ​ວຽກ​ງານ​ກໍ່ສ້າງ​ລະບອບ​ການເມືອງ ແລະ ເປັນ​ປັດ​ໄຈ​ຕັດສິນ​ຕໍ່​ຄວາມ​ສຳເລັດ​ຂອງ​ພາລະກິດ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ. ໃນ​ສະພາບ​ການ​ປັດຈຸບັນ ທີ່​ປະເທດ​ກຳລັງ​ສືບຕໍ່​ດຳເນີນ​ພາລະກິດ​ປ່ຽນແປງ​ໃໝ່ ແລະ ເຊື່ອມ​ໂຍງ​ເຂົ້າ​ສູ່​ພາກ​ພື້ນ ແລະ ສາກົນ​ຢ່າງ​ກວ້າງຂວາງ ໄດ້​ສ້າງ​ທັງ​ໂອກາດ ແລະ ສິ່ງ​ທ້າ​ທາຍ​ໃໝ່​ໃຫ້​ແກ່​ວຽກ​ງານ​ກໍ່ສ້າງ​ພັກ, ດັ່ງນັ້ນ ການ​ຕອບ​ຄຳ​ຖາມ​ວ່າ: “ກໍ່ສ້າງ​ພັກ-ພະນັກງານ​ແນວໃດ​ຈຶ່ງ​ໄດ້​ຮັບ​ໝາກຜົນ” ຈຶ່ງ​ເປັນ​ບັນຫາ​ທີ່​ຄວນ​ໄດ້​ຮັບ​ການ​ຄົ້ນ​ຄິດ ແລະ ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຈິງ​ຈັງ. ກ່ອນ​ອື່ນ​ໝົດ, ຕ້ອງ​ຖື​ເອົາ​ວຽກ​ງານ​ກໍ່ສ້າງ​ພັກ​ທາງ​ດ້ານ​ການເມືອງ-ແນວ​ຄິດ ເປັນ​ບັນຫາ​ຫຼັກ, ພະນັກງານ ແລະ ສະມາຊິກ​ພັກ ຈະ​ສາມາດ​ປະຕິບັດ​ໜ້າທີ່​ໄດ້​ດີ ກໍ​ຕໍ່​ເມື່ອ​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ, ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອຸດົມ​ການ ແລະ ເສັ້ນທາງ​ຂອງ​ພັກ, ດັ່ງນັ້ນ ການ​ສຶກ​ສາ​ອົບຮົມ​ທິດ​ສະ​ດີ​ມາກ-ເລ​ນິນ, ແນວ​ຄິດ​ໄກສອນ ພົມວິຫານ, ມະຕິ ແລະ ຄຳ​ສັ່ງ​ຕ່າງໆ​ຂອງ​ພັກ ຕ້ອງ​ເຮັດ​ເປັນ​ປະຈຳ, ຄຽງ​ຄູ່​ກັນ​ນັ້ນ ຕ້ອງ​ສ້າງ​ຄວາມ​ສາມາດ​ໃຫ້​ພະນັກງານ​ຮູ້ຈັກ​ວິເຄາະ ແລະ ໄຈ້ ​ແຍກ​ຂໍ້​ມູນ ເພື່ອ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ຂ່າວສານ​ບິດ​ເບືອນ ແລະ ການ​ໂຄສະນາ​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ພັກ. ສຸມ​ໃສ່​ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນ​ນະ​ທຳ, ຄຸນສົມບັດ​ສິນ​ທຳ​ປະຕິວັດ ເຊິ່ງ​ພະນັກງານ​ທີ່​ດີ ບໍ່​ພຽງ​ແຕ່​ມີ​ຄວາມ​ຮູ້ ແລະ ຄວາມ​ສາມາດ​ເທົ່າ​ນັ້ນ ແຕ່​ຕ້ອງ​ມີ​ຄຸນ​ນະ​ທຳ, ຈັນ​ຍາ​ບັນ ແລະ ຄວາມ​ຊື່ສັດ​ບໍ​ສຸດ, ແຕ່​ຖ້າ​ຂາດ​ຄຸນ​ນະ​ທຳ ແມ່ນ​ອາດ​ຈະ​ນຳໄປ​ສູ່​ການ​ສໍ້​ລາດ​ບັງ​ຫຼວງ, ການ​ສວຍ​ໃຊ້​ອຳນາດ ແລະ ການ​ເອົາ​ຜົນ​ປະໂຫຍດ​ສ່ວນ​ຕົວ​ເປັນ​ໃຫຍ່, ສະນັ້ນ ອົງການ​ພັກ​ຕ້ອງ​ຖື​ເອົາ​ການ​ສຶກ​ສາ​ຄຸນສົມບັດ​ສິນ​ທຳ​ປະຕິວັດ​ເປັນ​ວຽກ​ງານ​ປົກກະຕິ ໂດຍ​ຕິດ​ພັນ​ກັບ​ການ​ຍ້ອງຍໍ​ຄົນ​ດີ, ລົງ​ວິໄນ​ຜູ້​ກະທຳ​ຜິດ ແລະ ການ​ປູກຝັງ​ຈິດ​ສຳນຶກ​ຮັບ​ໃຊ້​ປະຊາຊົນ, ການ​ກໍ່ສ້າງ​ພະນັກງານ ຕ້ອງ​ຖືກ​ມອບ​ໝາຍ​ເປັນ​ວຽກ​ງານ​ກຸນແຈ, ພັກ​ຈະ​ເຂັ້ມແຂງ ຫຼື ບໍ່ ຂຶ້ນ​ກັບ​ຄຸນ​ນະ​ພາບ​ຂອງ​ພະນັກງານ, ດັ່ງນັ້ນ ຕ້ອງ​ມີ​ແຜນການ​ສ້າງ, ບຳລຸງ, ເຝິກອົບຮົມ ແລະ ພັດທະນາ​ພະນັກງານ​ໃນ​ໄລຍະ​ຍາວ ການ​ຄັດ​ເລືອກ ແລະ ແຕ່ງຕັ້ງ​ພະນັກງານ ຕ້ອງ​ຍຶດ​ຫຼັກ​ຄຸນສົມບັດ ແລະ ຄວາມ​ສາມາດ​ເປັນ​ສຳຄັນ, ຕ້ອງ​ຫຼີກເວັ້ນ​ການ​ເລືອກ​ຄົນ​ຕາມ​ຄວາມ​ສຳພັນ​ສ່ວນ​ຕົວ ຫຼື ຕາມ​ກຸ່ມ​ຜົນ​ປະໂຫຍດ. ຕ້ອງ​ສ້າງ​ອົງການ​ພັກ​ໃຫ້​ບໍລິສຸດ​ໜັກ​ແໜ້ນ ແຕ່​ລະ​ຮາກ​ຖານ​ພັກ​ຕ້ອງ​ປະຕິບັດ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ຢ່າງ​ເຄັ່ງ​ຄັດ, ຮັກສາ​ລະບອບ​ປະຊຸມ, ສຳ​ຫຼວດ​ກວດກາ ແລະ ຕຳ​ນິ​ກໍ່ສ້າງ, ການ​ສຳ​ຫຼວດ​ກວດກາ ແລະ ຕຳ​ນິ​ກໍ່ສ້າງ ບໍ່​ແມ່ນ​ເປັນ​ການ​ຈັບ​ຜິດ ຫຼື ໂຈມ​ຕີ​ກັນ ແຕ່​ແມ່ນ​ການ​ຊ່ວຍ​ກັນ​ຊອກ​ຫາ​ຂໍ້​ບົກ​ຜ່ອງ ເພື່ອ​ປັບປຸງ​ແກ້​ໄຂ​ໃຫ້​ດີ​ຂຶ້ນ, ຖ້າ​ບໍ​ມີ​ການ​ສຳ​ຫຼວດ​ກວດກາ ແລະ ຕຳ​ນິ​ກໍ່ສ້າງ ອົງການ​ນັ້ນ​ຍ່ອມ​ມີ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ພະຍາດ​ອາດຍາ​ສິດ ແລະ ຄວາມ​ເສື່ອມ​ຖອຍ. ຍົກ​ສູງ​ຄຸນ​ນະ​ພາບ​ການ​ກວດກາ ແລະ ການ​ຄຸ້ມ​ຄອງ, ການ​ກວດກາ​ແມ່ນ​ວິທີ​ການ​ສຳຄັນ​ໃນ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ການ​ຜິດພາດ, ອົງການ​ພັກ​ທຸກ​ຂັ້ນ ຕ້ອງ​ຖື​ເອົາ​ການ​ກວດກາ​ເປັນ​ໜ້າທີ່​ປົກກະຕິ ໂດຍ​ເນັ້ນ​ໜັກ​ການ​ກວດກາ​ພະນັກງານ​ທີ່​ດຳລົງ​ຕຳແໜ່ງ​ນຳພາ, ການ​ຄຸ້ມ​ຄອງ​ດ້ານ​ການ​ເງິນ, ຊັບ​ສິນ ແລະ ການ​ໃຊ້​ອຳນາດ, ບ່ອນ​ໃດ​ມີ​ການ​ກວດກາ​ດີ ບ່ອນ​ນັ້ນ​ຈະ​ຫຼຸດຜ່ອນ​ການ​ລະເມີດ​ວິໄນ ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ປະຊາຊົນ. ນອກຈາກ​ນີ້, ການ​ກໍ່ສ້າງ​ພັກ-ພະນັກງານ ໃຫ້​ໄດ້​ຮັບ​ໝາກຜົນ​ດີ​ນັ້ນ ຍັງ​ຕ້ອງ​ອາໄສ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ, ພັກ​ຕ້ອງ​ຍຶດ​ໝັ້ນ​ຫຼັກການ “ປະຊາຊົນ​ເປັນ​ຮາກ​ຖານ” ໂດຍ​ຮັບ​ຟັງ​ຄຳ​ເຫັນ, ຄຳ​ສະເໜີ ແລະ ການ​ຕິ​ຊົມ​ຈາກ​ປະຊາຊົນ, ພະນັກງານ​ທຸກ​ຄົນ​ຕ້ອງ​ລົງ​ຮາກ​ຖານ, ໃກ້ຊິດ​ປະຊາຊົນ, ຮູ້​ບັນຫາ​ຕົວ​ຈິງ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ຢ່າງ​ທັນ​ການ, ໃນ​ຍຸກ​ດິ​ຈິ​ຕອນ ພະນັກງານ​ຍັງ​ຈະ​ຕ້ອງ​ໄດ້​ພັດທະນາ​ຄວາມ​ຮູ້​ໃໝ່ໆ, ຄວາມ​ສາມາດ​ດ້ານ​ເທັກ​ໂນ​ໂລ​ຊີ, ທັກ​ສະການ​ບໍລິຫານ ແລະ ຄວາມ​ສາມາດ​ປັບ​ຕົວ​ໃຫ້​ທັນ​ກັບ​ສະພາບ​ການ​ໃໝ່, ຖ້າ​ພະນັກງານ​ຂາດ​ການ​ຮຽນ​ຮູ້ ແລະ ບໍ່​ທັນ​ຕໍ່​ການ​ປ່ຽນແປງ ຍ່ອມ​ຈະ​ບໍ່​ສາມາດ​ນຳພາ​ວຽກ​ງານ​ໃຫ້​ບັນລຸ​ຜົນສຳເລັດ​ໄດ້. ການ​ກໍ່ສ້າງ​ພັກ-ພະນັກງານ​ໃຫ້​ໄດ້​ຮັບ​ໝາກຜົນ​ດີ​ນັ້ນ ຕ້ອງ​ໄດ້​ເຮັດ​ຢ່າງຮອບດ້ານ, ຕໍ່​ເນື່ອງ ແລະ ເປັນ​ລະບົບ ໂດຍ​ຍຶດ​ໝັ້ນ​ຫຼັກການ​ຂອງ​ພັກ, ຄວບ​ຄູ່​ກັບ​ການ​ພັດທະນາ​ຄຸນ​ນະ​ພາບ​ພະນັກງານ​ໃຫ້​ຄົບ​ຖ້ວນ​ທັງ​ດ້ານ​ຄຸນສົມບັດ​ສິນ​ທຳ ແລະ ຄວາມ​ສາມາດ ຈຶ່ງ​ຈະ​ສາມາດ​ສ້າງ​ອົງການ​ພັກ​ໃຫ້​ເຂັ້ມແຂງ, ບໍລິສຸດ​ໜັກ​ແໜ້ນ ແລະ ສາມາດ​ນຳພາ​ການ​ພັດທະນາ​ປະເທດ​ຊາດ​ໃຫ້​ບັນລຸ​ຜົນສຳເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້. ໂດຍ: ສົມ​ພອນ ສີ​ສຸ​ມັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ