ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 21 ກໍລະກົດ 2026

  

ມູນເຊື້ອ​ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ ລວມ​ທັງ​ຜົນງານ ແລະ ໄຊຊະນະ​ ຂອງກອງພັນ​ທະຫານ​ຮາບ 409 ວີລະ​ຊົນ
ເວລາອອກຂ່າວ: 2026-06-17 09:09:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1000 | ຄວາມນິຍົມ:



ກອງພັນ 409 ເປັນ​ກອງພັນ​ທະຫານ​ຮາບ ຂຶ້ນ​ກັບ​ກອງ​ພົນ​ທີ 2, ມີ​ພາລະ​ບົດບາດ​ເປັນ​ກຳລັງ​ເຄື່ອນ​ທີ່​ໄວ​ຂອງ​ກອງ​ພົນ, ເຮັດ​ໜ້າທີ່​ກຽມພ້ອມ​ສູ້​ຮົບ ຕອບ​ຕ້ານ​ທຸກ​ກົນອຸບາຍ​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ ແລະ ກອບ​ກູ້​ໄພພິບັດ​ທີ່​ອາດ​ຈະ​ເກີດ​ຂຶ້ນ ທັງ​ເຮັດ​ໜ້າທີ່​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ ເພື່ອ​ເຮັດ​ໃຫ້​ທ້ອງຖິ່ນ​ມີ​ຄວາມ​ສະຫງົບ​ປອດ​ໄພ. ກອງພັນ​ດັ່ງກ່າວ ແມ່ນ​ກົມ​ກອງ​ໜຶ່ງ​ທີ່​ມີ​ບົດບາດ​ສຳຄັນ ໃນ​ພາລະ​ກຳ​ປະຫວັດສາດ ແຫ່ງ​ການ​ປະຕິວັດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ກໍ​ຄືໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃນ​ປັດຈຸບັນ. ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ ເພື່ອ​ສ້າງ​ກຳລັງ​ປະ ກອບ​ອາວຸດລຸກ​ຮື​ຂຶ້ນ​ຕໍ່ສູ້​ຕ້ານ​ກັບ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່​ຜູ້​ຮຸກ​ຮານ, ກອງພັນ​ທະຫານ​ຮາບ 409 ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 15 ມິຖຸນາ 1961 ຢູ່​ ເມືອງ​ລອງ ແຂວງ​ຫຼວງ​ນ້ຳທາ, ພາຍ​ໃຕ້​ການ​ຊີ້​ນຳ-ບັນຊາ​ໂດຍ​ສູນ​ກາງ​ທະຫານ​ເຂດ II ພາກ​ເໜືອ, ເຊິ່ງ​ໄດ້​ທ້ອນໂຮມ​ເອົາ​ບັນ ດາ​ກອງຮ້ອຍ​ເອກະລາດຂອງ ​ກຳລັງ​ທ້ອງຖິ່ນ​ເຂດ​ແຂວງ​ພາກ ​ເໜືອເຂົ້າ​ມາ​ເປັນ​ກຳລັງຂອງ​ກົມ​ກອງ, ໂຄງ​ປະກອບ​ການຈັດຕັ້ງ​ໃນ​ເບື້ອງ​ຕົ້ນ ປະກອບ​ມີ 2 ກອງ ຮ້ອຍ​ທະຫານ​ຮາບ, 1 ກອງຮ້ອຍ​ຕີ​ພິເສດ, 1 ກອງ​ກຳລັງ​ໄຟ​ແບກ​ຫາບ, 1 ໝວດ​ສື່ສານ, 1 ໝູ່​ສືບ​ຂ່າວ, 1 ໝູ່​ເຄ​ມີ, 1 ໝູ່​ຜ່າຕັດ, ມີ​ຈຳນວນ​ພົນ​ທັງ​ໝົດ 400 ສະ ຫາຍ. ນັບ​ແຕ່​ມື້​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນກົມ​ກອງ​ກໍ​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ບັນດາ​ກົມ​ກອງ​ເພື່ອນ ປະ ກອບສ່ວນ​ຢ່າງ​ຕັ້ງຫນ້າ ເຂົ້າ​ໃນ​ພາລະກິດ​ປະຕິວັດ ທີ່​ລະ​ອິດ​ລະ​ອ້ຽວ, ຂ້ຽວຂາດ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ເສຍສະຫຼະ​ເລືອດ​ເນື້ອ ຂອງ​ພະນັກງານ-ນົກ​ຮົບ ໃນ​ແຕ່​ ລະ​ໄລຍະ​ຂອງ​ການ​ປະຕິວັດ, ກົມ​ກອງ​ໄດ້​ເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ສູ້​ຮົບ​ຢູ່​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ ເຊັ່ນ: ແຂວງຫຼວງພະ​ ບາງ, ແຂວງ​ອຸດົມ​ໄຊ ແລະ ແຂວງ​ຫຼວງ​ນ້ຳ​ທາ. ໄລຍະ​ນີ້ແມ່ນ​ ໄລຍະ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ ອອກ​ຈາກ​ການ​ປົກຄອງ​ຂອງ​ລັດຖະບານ​ຫຸ້ນ​ວຽງ​ຈັນ ເຊິ່ງ​ເປັນ​ລູກແຫຼ້ງ​ຕີນ​ມື​ຂອງ​ພວກ​ຈັກ ກະພັດ​ອາ​ເມ​ຣິ​ກາ, ກອງພັນ ໄດ້​ເຂົ້າ​ຮ່ວມ​ຫຼາຍ​ບັ້ນ​ຮົບ, ບັ້ນ​ຕີ​ທີ່​ສຳຄັນ, ມີ​ຄວາມ​ໝາຍ​ຕັດສິນ​ທາງ​ດ້ານ​ຍຸດທະວິທີ-ຍຸດ​ທະ​ບັ້ນ ​ຮົບ, ເປັນຕົ້ນ​ແມ່ນ​ໄດ້​ເຂົ້າຮ່ວມ ​ບັ້ນ​ຮົບ​ຕໍ່ສູ້​ຈັ່ງ​ທ່າ​ຢູ່​ປ້ອມ​ກິ່ວ ຂວາງ ເມືອງ​ງອຍ ແຂວງ​ຫຼວງ​ພະ​ບາງ ຄັ້ງ​ວັນ​ທີ 3-4 ຕຸລາ 1966 ສາມາດ​ປັດ​ເຂ່ຍ​ສັດຕູ​ອອກ​ຈາກ​ວົງ​ສູ່​ຮົບ​ໄດ້ 135 ຕົນ, ຂ້າ​ຕາຍ 37 ຄົນ, ບາດເຈັບ 67 ຄົນ, ຈັບ​ໄດ້ 12 ຄົນ, ຢຶດ​ອາວຸດ​ປືນ​ຊະນິດ​ຕ່າງໆ​ໄດ້ 200 ກະບອກ, ໂທລະເລກ 1 ເຄື່ອງ, ໂຟ​ນີ 5 ໜ່ວຍ, ເຄື່ອງ​ສັນຍານ​ຍົນ 2 ຊຸດ, ງ້າວ 2 ດວງ ແລະ ເຄື່ອງ​ວັດຖຸ​ອຸປະກອນ​ຕ່າງໆ​ປະມານ 3 ໂຕນ ແລະ ເຂົ້າ​ຮ່ວມ​ອີກ​ຫຼາຍ​ບັ້ນ​ຮົບ-ບັ້ນ​ຕີ​ທີ່​ສຳຄັນ ສາມາດ​ຍາດ​ໄດ້​ໄຊຊະນະ​ເປັນ​ກ້າວໆ​ມາ, ຈົນ​ກ້າວ​ໄປ​ສູ່​ການ​ປົດ​ປ່ອຍປະ​ເທດ​ຊາດ​ໄດ້​ຢ່າງ​ສົມບູນ​ໃນ​ປີ 1975. ພາຍຫຼັງ​ປະເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ, ແຕ່​ຢູ່​ບາງ​ທ້ອງຖິ່ນ ຍັງ​ມີ​ລູກແຫຼ້ງ​ຕີນ​ມື​ຂອງ​ພວກ​ເຂົາ​ທີ່​ຫຼົງ​ເຫຼືອ​ຢູ່ ເຄື່ອນ​ໄຫວ​ຕໍ່ຕ້ານ, ກໍ່​ຄວາມ​ບໍ່​ສະຫງົບ ສະນັ້ນ, ກອງພັນ 409 ຈຶ່ງ​ໄດ້​ຮັບ​ມອບ​ໝາຍ ໃຫ້​ສືບຕໍ່​ເຮັດ​ໜ້າທີ່​ລົງ​ກໍ່ສ້າງ​ຮາກ​ຖານ ແລະ ເຄື່ອນ​ໄຫວ​ສູ້​ຮົບ ກວາດ​ລ້າງ​ພວກ​ປະຕິ​ການ​ພັດ​ຖິ່ນ ຢູ່​ຂອບ​ເຂດ​ສາລາ​ພູ​ຄູນ, ພູ​ກອງ​ເຂົ້າ, ນ້ຳ​ຈັດ, ພູ​ລາວ​ພໍ້ ເມືອງ​ຊຽງ​ເງິນ ແຂວງ​ຫຼວງ​ພະ​ບາງ ແລະ ຢູ່​ຜາ​ສິ່ງ​ແປນ, ປາກ​ຕຸງ, ປາກ​ຮາງ. ຕົ້ນ​ປີ 1979 ກົມ​ກອງ ໄດ້​ກັບ​ຄືນ​ມາ​ປັບປຸງ​ກຳລັງ ຢູ່​ບ້ານ​ນາ​ພັນ​ຫຼວງ ເມືອງ ແລະ ແຂວງ ຫຼວງ​ພະ​ບາງ, ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ ເພື່ອ​ປັບປຸງ​ກຳລັງ​ຫຼວງ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່-ເຂັ້ມແຂງ, ກອງພັນ 409 ໄດ້​ຖືກ​ປະກາດ​ໃຫ້​ຂຶ້ນ​ກັບ​ກອງພັນ​ໃຫຍ່ 205 ປະກອບ​ມີ​ກອງພັນ​ນ້ອຍ​ຄື: ກອງ ພັນ 409, ກອງພັນ 406, ກອງ ພັນ 404 ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ ສູນ​ກາງ​ກອງ​ບັນຊາ​ການ​ເຂດ​ເໜືອ ຫຼັງ​ຈາກ​ນັ້ນ, ກອງພັນ 409 ໄດ້​ຍົກຍ້າຍ​ກຳລັງ​ຂ້າມ​ຂອງ​ໄປ​ແຂວງ ໄຊ​ຍະ​ບູ​ລີ, ກົມ​ກອງ​ໄດ້​ຕັ້ງ​ທັບ​ຢູ່​ປາກ​ນ້ຳ​ຕວນ ເມືອງ ແລະ ແຂວງ​ໄຊ​ຍະ​ບູ​ລີ. ປີ 1981 ໂດຍ​ຕອບ​ສະໜອງ​ຕາມ​ໜ້າທີ່​ການເມືອງ​ຂອງພັກ, ເພື່ອ​ສ້າງ​ໃຫ້​ກອງທັບ​ມີ​ການ​ເຕີບ​ໃຫຍ່​ເຂັ້ມແຂງ ແລະ ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ກອງ​ພົນທະຫານ​ຮາບ​ທີ 2 ໄດ້​ຖືກ​ປະກາດ​ສ້າງຕັ້ງ​ຂຶ້ນ ໃນ​ນັ້ນ, ກອງພັນ 409 ກໍ​ແມ່ນ​ກົມ​ກອງ​ຫນຶ່ງ ທີ່​ໃຫ້​ຂຶ້ນ​ກັບ​ກອງ​ພົນ, ໄລຍະ​ປີ​ແຕ່ 1982-1983 ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ພົນ​ທີ 2 ໃຫ້​ກອງພັນ 409 ອອກ​ເຄື່ອນ​ໄຫວ​ສູ້​ຮົບ ໂດຍ​ໄດ້​ເຂົ້າ​ຮ່ວມ​ບັ້ນ​ຮົບນ້ຳ​ລອບ ກວາດ​ລ້າງ​ພວກ​ປະຕິ​ການ​ພັດ​ຖິ່ນ, ຕີ​ສັດຕູ 1 ຄັ້ງ, ຂ້າ​ສັດຕູ​ຕາຍ 32 ຄົນ, ບາດເຈັບ 56 ຄົນ, ຍຶດ​ປືນ​ໄດ້ 38 ກະບອກ, ດາບ 30 ດວງ, ຈັກ​ຫຍິບ 10 ເຄື່ອງ, ພິມ​ດີດ 2 ເຄື່ອງ, ເທັບ ແລະ ວິທະຍຸ 32 ເຄື່ອງ, ກ້ອງຖ່າຍຮູບ 5 ເຄື່ອງ ແລະ ສັດລ້ຽງ​ຈຳນວນ​ໜຶ່ງ, ເຂົ້າ​ຮ່ວມ​ບັ້ນ​ຮົບ 3 ໝູ່​ບ້ານ (ເມືອງ​ທົ່ງ) ເມືອງ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ລີ​ໃນ​ປີ 1984-1985, ຕີ​ສັດຕູ​ທັງ​ຫມົດ 20 ຄັ້ງ, ຂ້າ​ສັດຕູ​ຕາຍ 30 ຄົນ, ບາດເຈັບ 20 ຄົນ, ເຂົ້າ​ຮ່ວມ​ບັ້ນ​ຮົບ​ຕອບ​ຕ້ານ​ການ​ບຽດ​ຍຶດ​ດິນແດນ​ຂອງ​ພວກ​ປະຕິ​ການ ຢູ່​ຕາແສງ ນາ​ບໍ່​ນ້ອຍ ເມືອງ​ບໍ່​ແຕນ ແຂວງ​ໄຊ​ຍະ​ບູ​ລີ, ຕີ​ສັດຕູ 100 ຄັ້ງ, ຂ້າ​ສັດຕູ​ຕາຍ ປະມານ 400 ກວ່າ​ຄົນ, ບາດເຈັບ 1.000 ກວ່າ​ຄົນ, ຢຶດ​ປືນ​ຊະນິດ​ຕ່າງໆ​ໄດ້ 98 ກະບອກ ແລະ ຢຶດ​ລູກປືນ​ໄດ້​ຈຳນວນ​ຫຼາຍ. ໃນ​ໄລຍະ​ນີ້ ກອງພັນ ໄດ້​ເຄື່ອນ​ຍ້າຍ​ມາ​ຕັ້ງ​ທັບ​ຢູ່​ບ້ານດອນ (ເມືອງ​ທົ່ງ) ເມືອງ​ປາກ​ລາຍ, ຫຼັງ​ຈາກ​ນັ້ນ, ກໍ​ໄດ້​ຍົກຍ້າຍ​ມາ​ຕັ້ງ​ທັບ​ຢູ່ ບ້ານ ບໍ່​ສ້ານ ເມືອງ​ບໍ່​ແຕນ. ປີ 1989 ກອງພັນ​ໄດ້​ຍົກ ຍ້າຍ​ຈາກ ບ້ານບໍ່​ສ້ານ ເມືອງ​ບໍ່​ແຕນ ໄປ​ຕັ້ງ​ທັບ​ຢູ່​ບ້ານ​ສຸວັນນະ​ພູມ ເມືອງ​ປາກ​ລາຍ, ມາ​ຮອດ​ປີ 1995 ກອງພັນ ໄດ້​ຍົກຍ້າຍ​ມາ​ຕັ້ງ​ຢູ່​ບ້ານ​ໂພນ​ໄຊ ເມືອງ​ໄຊ​ຍະ​ບູ​ລີ ຈົນ​ເຖິງ​ປັດຈຸບັນ, ໄລຍະ​ແຕ່​ປີ 1991-2002 ກອງພັນ​ໄດ້​ຮັບ​ມອບ​ໝາຍ​ໜ້າທີ່ ໃຫ້​ເຄື່ອນ​ໄຫວ​ກວາດ​ລ້າງ​ພວກ​ປຸ້ນ ຢູ່​ຂອບ​ເຂດ​ເມືອງ​ກາສີ, ເມືອງ​ເຟືອງ, ເມືອງ​ຊະນະ​ຄາມ ແຂວງ​ວຽງ​ຈັນ ໄດ້​ສູ້​ຮົບ​ກັບ​ສັດຕູ​ຫຼາຍ​ຄັ້ງ ແລະ ຂ້າ​ສັດຕູ​ຕາຍ​ຫຼາຍ​ຄົນ ໃນ​ປີ 2002 ກອງພັນ ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ຖອນ​ກຳລັງ​ອອກ​ຈາກ ບັ້ນ​ຮົບ​ກວາດ​ລ້າງ​ພວກ​ປຸ້ນ ຢູ່​ນາ​ມອນ ເມືອງ​ກາສີ ກັບ​ຄືນ​ສູ່​ທີ່​ຕັ້ງ​ເດີມ ຢູ່​ບ້ານ​ໂພນ​ໄຊ ເມືອງ​ໄຊ​ຍະ​ບູ​ລີ, ນັບ​ແຕ່​ນັ້ນ​ເປັນຕົ້ນ​ມາ, ຄະນະ​ພັກ-ຄະນະ​ບັນຊາ​ກໍ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກຳລັງ, ສັບ​ຊ້ອນ​ການຈັດຕັ້ງ​ຂັ້ນ​ຕ່າງໆ ເພື່ອ​ໃຫ້​ແທດເໝາະ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ກົມ​ກອງ ໂດຍ​ສະເພາະ​ແມ່ນ​ໄດ້​ເອົາໃຈໃສ່​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ຄ້າຍ​ຄູ, ທີ່ຢູ່​ອາໄສ, ບ່ອນ​ທຳ​ການ​ເພີ່ມ​ພູນ​ຜະລິດຜົນ​ຂອງ​ກົມ​ກອງ ເພື່ອ​ຮັບປະກັນ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກ ຮົບ ທັງ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ ເຮັດ​ໃຫ້​ພະນັກງານ-ນັກຮົບ ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ, ສືບຕໍ່​ປະຕິບັດ​ພາ ລະ​ບົດບາດ​ໜ້າທີ່​ການເມືອງ​ຂອງ ​ກົມ​ກອງ ທີ່​ພັກ-ລັດ ແລະ ການ ຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ ໄດ້​ຮັບ​ຜົນສຳເລັດ​ຕະຫຼອດ​ມາ. ຕະຫຼອດ​ໄລຍະ​ເວລາ 65 ປີຜ່ານມາ ກົມ​ກອງ​ທັງ​ເຮັດ​ໜ້າທີ່​ສູ້​ຮົບ ທັງ​ປັບປຸງ​ກໍ່ສ້າງ​ກຳລັງ​ທາງ​ດ້ານ​ການຈັດຕັ້ງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ, ກົມ​ກອງ​ໄດ້​ຜ່ານ​ຜ່າ​ອຸປະສັກ, ຄວາມ​ຫຍຸ້ງ ຍາກ​ນາໆ ປະການທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເສຍສະຫຼະ​ອັນ​ສູງ​ສົ່ງ ຂອງ​ບັນດາ​ສະຫາຍ​ພະນັກງານ-ນັກຮົບ, ທີ່​ຕັ້ງ​ຂອງ​ກົມ​ກອງ​ບໍ່​ຄົງ​ທີ່, ມີ​ການ​ເຄື່ອນ​ຍ້າຍ​ໄປ​ມາ ເພື່ອ​ໃຫ້​ແທດເໝາະ​ກັບ​ສະພາບ​ການ​ໃນ​ແຕ່​ລະ​ໄລຍະ​ຂອງ​ການ​ປະຕິວັດ, ແຕ່​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຮຸ່ນ ກໍ​ໄດ້​ນຳພາ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ ແລະ ຍາດ​ໄດ້ຜົນ​ງານ, ໄຊຊະນະ​ອັນ​ໃຫຍ່​ຫຼວງ ປະກອບສ່ວນ​ເຂົ້າ​ໃນ​ໄຊຊະນະ​ລວມ​ຂອງ​ຊາດ. ຜ່ານ​ການເຄື່ອນໄຫວ​ສູ້​ຮົບ​ໃນ​ໄລຍະ​ຕໍ່ສູ້​ປົດ​ປ່ອຍ​ຊາດ ກໍ​ຄືການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາພັດ ທະນາ​ປະເທດ​ຊາດຕະຫຼອດໄລ ຍະ 65 ປີຜ່ານມາ ຂອງ​ກອງພັນ 409, ສາມາດ​ຍາດ​ໄດ້ຜົນງານ ດັ່ງນີ້: ໄດ້​ເຄື່ອນ​ໄຫວ​ສູ້​ຮົບທັງ ​ນ້ອຍ ແລະ ໃຫຍ່ ຈຳນວນ 25.815 ຄັ້ງ, ຂ້າ​ສັດຕູ​ຕາຍ 47.861 ຄົນ, ປັດ​ເຂ່ຍ​ສັດຕູ​ອອກ​ຈາກ​ວົງ​ສູ້​ຮົບ 19.486 ຄົນ, ຈັບ​ເປັນ​ສະ​ເລີຍ​ເສິກ​ໄດ້ 35 ຄົນ, ສັດຕູ​ໄດ້​ຮັບ​ບາດເຈັບ 9.486 ຄົນ, ຢຶດ​ອາວຸດ​ຊະນິດ​ຕ່າງໆ​ໄດ້ 12.865 ກະບອກ, ທຳລາຍ​ລົດ​ຊະນິດ​ຕ່າງໆ​ໄດ້ 48 ຄັນ, ຍິງ​ຍົນ​ຕົກ 3 ລຳ ແລະ ຢຶດ​ເຄື່ອງ​ສິນ​ເສິກ ໄດ້​ຈຳນວນ​ໜຶ່ງ. ເພື່ອ​ຕອບ​ສະໜອງ​ຜົນງານ​ຄຸນງາມຄວາມດີ​ຂອງ ກົມ​ກອງ ກໍ​ຄື ພະນັກ ງານ-ນັກຮົບ​ກອງພັນ 409 ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ປະເທດ​ຊາດ ໄດ້​ມອບ​ນາມມະຍົດ​ຕ່າງໆ ໃຫ້​ບຸກຄົນ ແລະ ລວມ​ໝູ່​ຄື: ກອງພັນ 409 ໄດ້​ຮັບ​ນາມມະຍົດ​ເປັນ​ກົມ​ກອງ​ວິລະ​ຊົນ 2 ຄັ້ງ​ຄື: ຄັ້ງ​ທີ I ໃນ​ປີ 1979 ໄລຍະ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ ແລະ ຄັ້ງ​ທີ II ໃນ​ປີ 1988 ໄລຍະ​ປົກ ​ປັກ​ຮັກສາ ແລະ ສ້າງສາ​ພັດທະ ນາ​ປະເທດ​ຊາດ ໃນ​ບັ້ນ​ຮົບ​ຕອບ​ຕ້ານ​ການ​ບຸກ​ຕີ​ບຽດ​ຢຶດ​ຂອງ​ພວກ​ປະຕິ​ການຢູ່​ຕາແສງ ນາ​ບໍ່​ນ້ອຍ ເມືອງ​ບໍ່​ແຕນ​ແຂວງ​ໄຊ​ຍະ​ບູ​ລີ, ພະນັກງານ-ນັກຮົບ ໄດ້​ຮັບ​ຫຼຽນ​ໄຊ​ອິດສະຫຼະ​ຊັ້ນ I, II, III ຈຳນວນ 17 ໜ່ວຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ I, II, III ຈຳນວນ 27 ໜ່ວຍ, ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ I, II, III ຈຳນວນ 46 ໜ່ວຍ, ຫຼຽນ​ກາ​ຕໍ່ຕ້ານ​ອາເມລິກາ 10 ໜ່ວຍ, ຫຼຽນ​ກາ 46 ໜ່ວຍ ແລະ ຍັງ​ມີ​ອີກ​ຫຼາຍ​ສະຫາຍ​ໄດ້​ຮັບ​ການ​ຍ້ອງຍໍ​ປະເພດ​ຕ່າງໆ​ຢ່າງ​ສົມ​ກຽດ. ປະຫວັດ​ການ​ກຳເນີດ, ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ຜົນງານ​ໄຊຊະນະ​ອັນ​ໃຫຍ່​ຫຼວງ ທີ່​ກອງ ພັນ 409 ຍາດ​ມາ​ໄດ້​ຈາກ​ພຶດຕິ​ກຳ​ຕົວ​ຈິງ ໃນ​ພາລະກິດ​ປະຕິວັດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ຍາດ​ເອົາ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ ກໍ​ຄືພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ນັ້ນ, ໄດ້​ເປັນ​ບົດຮຽນ​ອັນ​ລ້ຳ​ຄ່າ​ ທີ່​ສຸດ ໃຫ້​ແກ່​ພະນັກງານ-ນັກ ຮົບ​ຮຸ່ນ​ສືບ​ທອດ​ເວົ້າ​ລວມ, ເວົ້າ​ ສະເພາະ​ແມ່ນພະນັກງານ-ນັກຮົບ​ຂອງ​ກອງພັນ 409 ໃນ​ປັດ ຈຸບັນ ໄດ້​ສຶກ​ສາ​ຮຽນ​ຮູ້ ແລະ ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ຕົນ ຢ່າງ​ປະດິດ​ສ້າງ ເພື່ອ​ພ້ອມ​ກັນ​ສືບຕໍ່​ປັບປຸງ​ກໍ່ສ້າງ​ກົມ​ກອງ ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ກອງທັບ​ໃຫ້​ກາຍເປັນ​ກອງທັບ​ປະຕິວັດ, ມີ​ລະບຽບ​ແບບແຜນ​ທັນ​ສະໄໝ. ຮຽບ​ຮຽງ​ໂດຍ: ນາງ ຍ້ອມ​ເພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ