ກອງຮ້ອຍທະຫານຊາຍແດນ 113 ເຊື່ອມຊຶມຜົນສຳເລັດມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກ ແລະ ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2026-06-17 09:05:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ: ![]()
ວັນທີ 11 ມິຖຸນາ 2026 ຜ່ານມານີ້, ກອງຮ້ອຍທະຫານຊາຍແດນ 113 ໄດ້ເຜີຍແຜ່ເຊື່ອມຊຶມຜົນສຳເລັດມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກ ແລະ
ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນຈັນ ທອງອ່ອນປະເສີດ ຫົວໜ້າຫ້ອງພະລາທິການກອງບັນຊາການທະ ຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາກົມກອງ, ນາຍ ແລະ ພົນທະຫານເຂົ້າຮ່ວມ.
ໃນກອງປະຊຸມສະຫາຍປະ ທານໄດ້ເຜີຍແຜ່ເອກະສານຜົນ ສຳເລັດມະຕິກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເຊື່ອມຊຶມຜົນສຳເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນ ປະເທດ, ຜົນສຳເລັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງ ອົງຄະນະພັກແຂວງ. ຈາກນັ້ນ, ສະຫາຍ ພັນໂທ ເພັງ ວິໄລ ຫົວ ໜ້າການເມືອງ ກອງຮ້ອຍທະ ຫານຊາຍແດນ 113 ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024, ປີ 2025 ແລະ ທິດທາງແຜນການປະຈຳປີ 2026. ເຊິ່ງຄະນະໜ່ວຍພັກໄດ້ນຳເອົາມະຕິຄຳສັ່ງຂອງຄະນະພັກຂັ້ນເທິງກົດລະບຽບຂອງພັກມາຈັດຕັ້ງຜັນຂະຫຍາຍເຜີຍແຜ່ໃຫ້ສະມາຊິກພັກ, ນາຍ ແລະ ພົນທະຫານໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງພາຍໃນ ໜ່ວຍພັກ, ດ້ານການເມືອງແນວຄິດສະມາຊິກພັກແຕ່ລະສະຫາຍມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດທີ່ຖືກຕ້ອງມີຄວາມຈົ່ງຮັກພັກດີຕໍ່ ອຸດົມການຂອງພັກ, ມີນໍ້າໃຈເສຍ ສະຫຼະຮັບໃຊ້ຊາດຮັບໃຊ້ປະຊາ ຊົນຢ່າງສຸດໃຈ, ຮູ້ຈຳແນກໄດ້ມິດສັດຕູຢ່າງຈະແຈ້ງບໍ່ຫວັນໄຫວຄອນແຄນຕໍ່ສະພາບການຕ່າງໆທີ່ຈະເກີດຂຶ້ນ, ເດັດດ່ຽວຕ້ານທຸກກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ ເປັນເຈົ້າການປົກປ້ອງແນວທາງອຸດົມການຂອງພັກ, ຕໍ່ຕ້ານສິ່ງຕ່າງໆທີ່ຈະເກີດຂຶ້ນພາຍໃນໜ່ວຍພັກເປັນຢ່າງດີ, ຄະນະໜ່ວຍໄດ້ສຶກສາອົບຮົມພະນັກງານສະມາຊິກພັກມີສະຕິຕໍ່ການຈັດຕັ້ງປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ 3 ທິດນຳໃນການກໍ່ສ້າງ ແລະ ປັບປຸງພັກ, ຄະນະໜ່ວຍພັກ ສະ ມາຊິກພັກໄດ້ເປັນເຈົ້າການຍົກສູງໜ້າທີ່ຄວາມຮັບຜິດຊອບ ໂດຍບໍ່ໄດ້ເລືອກວຽກໜັກວຽກເບົາວຽກຫຍຸ້ງຍາກສັບສົນບໍ່ໄດ້ຈົ່ມວ່າຄຽງຄູ່ກັບການຕັດສິນໃຈສູງເຮັດແທ້ທຳຈິງ ແລະ ພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງໃນແຕ່ລະໄລຍະເປັນຢ່າງດີ. ພ້ອມດຽວກັນນັ້ນ, ສະຫາຍ ພັນໂທ ໄຊແກ້ວ ພົນຮຸ່ງເລີດ ຫົວໜ້າພະແນກກວດກາ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ປີ 2025 ໃຫ້ແກ່ໜ່ວຍພັກກອງຮ້ອຍທະຫານຊາຍແດນ 113 ຕື່ມອີກ.
ຂ່າວ: ນາງ ສຸນາລີ ອຸ່ນວີໄຊ
ພາບ: ຄໍ 113
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















