ຄະນະພັກ ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານນຳພາ 6 ເດືອນ ຕົ້ນປີ 2026
ເວລາອອກຂ່າວ: 2026-06-16 11:11:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 511 | ຄວາມນິຍົມ: ![]()
ວັນທີ 15 ມິຖຸນາ 2026 ນີ້, ຄະນະພັກ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານນຳພາ 6 ເດືອນ ຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະປະຈຳພັກ ແລະ ຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ເຂົ້າຮ່ວມ.
ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດສະຫຼຸບການນຳພາ ຂອງຄະນະພັກ ໃຫຍ່ເສນາທິການກອງທັບ ປະຈຳ 6 ເດືອນຕົ້ນປີຜ່ານມາ ໄດ້ຈັດຕັ້ງກໍາລັງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຢູ່ບັນດາແຂວງ, ຈຸດຫຼໍ່ແຫຼມ ຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບວຽກງານ 3 ສ້າງ, ພ້ອມນັ້ນ ຍັງໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ກົດໝາຍຂອງລັດ ໂຄສະນາເຜີຍແຜ່ ໃຫ້ອົງການປົກຄອງທ້ອງຖິ່ນ, ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງ ໂດຍສະເພາະແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ກໍາແໜ້ນແນວທາງນະໂຍບາຍ ຂອງພັກ, ຂໍ້ກຳນົດ, ກົດລະບຽບຂອງລັດ ແລະ ຂອງກອງທັບ ຢ່າງທົ່ວເຖິງ ສາມາດນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນຢ່າງແທ້ຈິງ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານຕ່າງ ແລະ ພິທີປາຖະກະຖາມູນເຊື້ອວັນສໍາຄັນ ຂອງຊາດ, ຂອງພັກ ແລະ ຂອງກອງທັບ, ປັບປຸງ-ກໍ່ສ້າງພັກ ທາງດ້ານການເມືອງນໍາພາແນວຄິດ, ເສີມຂະຫຍາຍບົດບາດການນໍາພາຂອງ ພັກ ປະຕິບັດຕາມ 5 ຫຼັກ 3 ທິດນໍາ ຂອງພັກວາງອອກ, ໄດ້ບົ່ງຕົວແຕ່ງຕັ້ງກຳມະການຄະນະພັກກົມໃຫຍ່, ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກຳມະການຄະນະໜ່ວຍພັກຂຶ້ບກັບຄະນະພັກຮາກຖານ, ຍົກລະດັບໜ່ວຍຂຶ້ນເປັນຄະນະພັກຮາກຖານ, ສ້າງຕັ້ງໜ່ວຍຂຶ້ນເປັນຄະນະພັກຮາກຖານ, ອະນຸມັດມະຫາຊົນກ້າວໜ້າຮຽນສະໜັບສະໜູນ ແລະ ຮຽນກົດລະບຽບພັກ 641 ສະຫາຍ, ເຂົ້າພັກສໍາຮອງ 85 ສະຫາຍ, ສໍາຮອງຂຶ້ນສົມບູນ 52 ສະຫາຍ ແລະ ອອກບັດສະມາຊິກພັກສົມບູນ 227 ບັດ, ຕິດຕາມຊຸກຍູ້ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກະກຽມຕີລາຄາແບ່ງຄຸນນະພາບໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ນໍາພາ-ຊີ້ນໍາ, ຊຸກຍູ້ອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ, ກຳມະບານ ເຄື່ອນໄຫວຕາມພາລະບົດບາດ, ຕາມຄໍາຂວັນ 4 ບຸກ, 3 ດີ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຢ່າງເປັນຂະບວນການຟົດຟື້ນ ແລະ ມີຜົນສໍາເລັດໃນຫຼາຍດ້ານ, ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ, ພະນັກງານບຳນານ ຖືກຕ້ອງຕາມລະບຽບຫຼັກການຂອງພັກວາງອອກ, ນໍາພາ-ຊີ້ນໍາ ກົມກອງກໍາລັງຫຼວງ-ກຳລັງທ້ອງຖິ່ນ ຈັດຕັ້ງອົບຮົມຫັດແອບ ປະຈໍາປີ 2026, ຫັດແອບກະກຽມເຂົ້າຮ່ວມການແຂ່ງຂັນຍິງປືນກອງທັບບົກອາຊຽນ ຄັ້ງທີ 34 ທີ່ປະເທດມາເລເຊຍ, ນໍາພາ-ຊີ້ນໍາ ບັນດາກົມກອງ ເອົາໃຈໃສ່ວຽກງານເພີ່ມພູນຜະລິດດ້ວຍການປູກຝັງ-ລ້ຽງສັດ, ຕາມເງື່ອນໄຂທ່າແຮງຂອງກົມກອງທີ່ມີ ເພື່ອຜະລິດເປັນສິນຄ້າ, ຫາລາຍໄດ້ເຂົ້າກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ, ພ້ອມທັງ ພັດທະນາພື້ນຖານໂຄງລ່າງໃຫ້ແໜ້ນໜາຖາວອນ. ໃນກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳຄິດເຫັນ ໃສ່ຮ່າງບົດສະຫຼຸບວຽກງານນຳພາ ແລະ ທິດທາງແຜນການນຳພາ 6 ເດືອນ ທ້າຍປີ 2026 ຂອງຄະນະພັກ ກົມໃຫຍ່ເສນາທິການກອງທັບ ພ້ອມທັງ ຮັບຟັງການໂອ້ລົມເນັ້ນໜັກຫຼາຍບັນຫາ ຈາກສະຫາຍປະທານ ຕື່ມອີກ.
ໂດຍ: ນາງ ສຸພາພອນ ລາດສີເມືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















