ກອງບັນຊາການທະຫານແຂວງຊຽງຂວາງ ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ
ເວລາອອກຂ່າວ: 2026-06-16 10:38:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 489 | ຄວາມນິຍົມ: ![]()
ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2026 ຄົບຮອບ 46 ປີ, ໃນວັນທີ 12 ມິຖຸນາ 2026 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດພິທີປູກຕົ້ນໄມ້ ແລະ ອອກແຮງງານລວມ, ຢູ່ທີ່ເດີນຫໍມູນເຊື້ອຂອງກອງພັນທີ 2 ຜາວົງປິດລ້ອມທົ່ງໄຫຫີນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີ ບັນດາສະຫາຍຄະນະບັນຊາອົງການ 5 ຫ້ອງ, ຄະນະບັນຊາກອງຮ້ອຍ 157, ພ້ອມດ້ວຍສະມາຊິກອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດພິທີປູກຕົ້ນໄມ້ ແລະ ຖ່າງຫຍ້າອ້ອມຮອບບໍລິເວນສະຖານທີ່ແຫ່ງນີ້ ກໍເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນ ວັນປູກຕົ້ນໄມ້ແຫ່ງຊາດ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນເລິກເຊິ່ງ. ພ້ອມດຽວກັນນັ້ນ, ກໍເພື່ອແນໃສ່ປັບປຸງພູມສັນຖານ, ບູລະນະ ແລະ ປົກປັກຮັກສາ ສະຖານທີ່ປະຫວັດສາດ ຫໍມູນເຊື້ອກອງພັນທີ 2 ຜາວົງປິດລ້ອມທົ່ງໄຫຫີນ ເຊິ່ງເປັນສະຖານທີ່ ທີ່ມີຄວາມໝາຍອັນລ້ຳຄ່າທາງປະຫວັດສາດໃຫ້ມີຄວາມຂຽວງາມ, ສະອາດ, ຮົ່ມເຢັນ ແລະ ເປັນລະບຽບຮຽບຮ້ອຍ, ທັງເປັນການປູກຈິດສຳນຶກໃຫ້ພະນັກງານ-ນັກຮົບຮຸ່ນຫຼັງ ໄດ້ຮັບຮູ້, ເຂົ້າໃຈ ແລະ ຮ່ວມກັນປົກປັກຮັກສາໝາກຜົນຂອງການປະຕິວັດ ກໍຄືການຮັກສາສິ່ງແວດລ້ອມໃຫ້ຍືນຍົງຕະຫຼອດໄປ.
ໂດຍ: ວັດທະນາ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















