ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ກອງປະຊຸມທາບທາມຮ່າງດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ຢູ່ກອງບັນຊາການທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2026-06-16 10:29:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 308 | ຄວາມນິຍົມ:



ວັນທີ 15 ມິຖຸນາ 2026 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດກອງປະຊຸມທາບທາມຮ່າງດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຄະນະປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ ແລະ ສະຫາຍ ພັນໂທ ຄໍາທູນ ອິນທິລາດ ຮອງຫົວໜ້າກົມການທະຫານທ້ອງຖີ່ນ ກົມໃຫຍ່ເສນາທິການກອງທັບ, ມີຄະນະຮັບຜິດຊອບຈາກກົມການທະຫານທ້ອງຖີ່ນ, ມີບັນດາພະແນກການ, ຫ້ອງການ, ກົມກອງອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ ແຂວງ, ກອງບັນຊາການທະຫານເມືອງ-ນະຄອນ, ພະແນກການທີ່ກ່ຽວຂ້ອງຈາກກອງບັນຊາການທະຫານແຂວງ ແລະ ລັດວິສະຫະກິດໄຟຟ້າລາວ ສາຂາແຂວງຈໍາປາສັກ ເຂົ້າຮ່ວມ. ສະຫາຍ ພັນໂທ ພອນສຸກ ຈັນສະໄໝ ຮອງຫົວໜ້າພະແນກອົບຮົມ ກົມການທະຫານທ້ອງຖິ່ນ ໄດ້ຜ່ານຮ່າງດຳລັດ ວ່າດ້ວຍກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ເຊິ່ງປະກອບມີ 9 ພາກ, 11 ໝວດ,68 ມາດຕາ. ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໃສ່ຮ່າງດຳລັດດັ່ງກ່າວ ເພື່ອກຳນົດເອົາຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດ ຕາມ, ກວດກາກ່ຽວກັບວຽກງານ ກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ ແນໃສ່ເຮັດສໍາເລັດໜ້າທີ່ໃນການເຄື່ອນໄຫວເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ພາຍໃນທ້ອງຖີ່ນ ທີ່ຕົນຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເພື່ອປະກອບສວ່ນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ