ປະກາດການເລື່ອນຊັ້ນພັນຕີຂຶ້ນ ຊັ້ນພັນໂທໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຄຳມ່ວນ
ເວລາອອກຂ່າວ: 2026-06-16 08:35:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ: ![]()
ໃນວັນທີ 11 ມິຖຸນາ 2026 ນີ້, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີ ຄະນະພັກ-ຄະນະບັນຊາ, ອົງການ 7 ຫ້ອງ, ຕະຫຼອດຮອດພະນັກງານ ແລະ ບັນດາສະຫາຍທີ່ໄດ້ຮັບເລື່ອນຊັ້ນໃໜ່ເຂົ້າຮ່ວມ.
ສະຫາຍ ພັນໂທ ແອັນນາ ໝັ້ນລະດີ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການເລື່ອນຊັ້ນພັນຕີຂຶ້ນຊັ້ນພັນໂທ ໃຫ້ນາຍທະຫານ ຢູ່ກອງບັນຊາການທະ ຫານແຂວງຄຳມ່ວນກະຊວງປ້ອງກັນປະເທດ ຕົກລົງເລື່ອນຊັ້ນພັນຕີຂຶ້ນພັນໂທຈຳນວນ 19 ສະຫາຍ, ຍິງ 6 ສະຫາຍ.
ໂອກາດນີ້, ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ໄດ້ເນັ້ນໜັກໃຫ້ສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ສືບຕໍ່ເອົາໃຈໃສ່ໃນວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ມີຄວາມເຂັ້ມເເຂງໜັກແໜ້ນ, ຮັບ ຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ປັບປຸງແບບແຜນວິທີນຳພາ-ບັນຊາ, ແບບແຜນວິທີເຮັດວຽກ, ການດຳລົງຊີວິດ ແລະ ການເປັນຢູ່ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ທີ່ພັກ-ລັດ ແລະ ປະຊາ ຊົນມອບໝາຍໃຫ້.
ໂດຍ: ນາງ ຄຳພູວາ ຈັນທະປານ
ພາບ: ສຸກກັນດາ ບຸນນະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















