ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ກອງ​ພົນ​ທີ 2 ປິດ​ການ​ກໍ່ສ້າງ​ນາຍ​ສິບ ​ຊຸດ​ທີ VIII
ເວລາອອກຂ່າວ: 2026-06-16 08:34:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ:



     ວັນ​ທີ 11 ມິຖຸນາ 2026 ນີ້, ກອງ​ພົນ​ທີ 2 ໄດ້​ຈັດ​ຕັ້ງ​ປິດ​ການ​ກໍ່ສ້າງ​ນາຍ​ສິບ​ ຊຸດ​ທີ VIII ປະຈຳ​ສົກຮຽນ 2025-2026. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສອນ​ເພັດ ຈັນ​ສົມ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 2, ມີ​ຄະນະ​ຫ້ອງ, ພະແນກການ​ທີ່​ກ່ຽວຂ້ອງ, ຄະນະ​ພັກ-ຄະນະ​ບັນຊາ, ຄູ-ອາຈານ​ຕະຫຼອດ​ຮອດ​ນັກຮຽນ​ກໍ່​ສ້າງ​​​ນາຍ​ສິບ ​ເຂົ້າ​ຮ່ວມ.       ສະຫາຍ ພັນ​ໂທ ບຸນ​ຈັນ ມະນີ​ສອນ ຫົວໜ້າ​ການ​ທະຫານ​ສູນ​ເຝິກອົບຮົມ ກອງ​ພົນ​ທີ 2 ໄດ້​ຜ່ານ​ບົດ​ສະຫຼຸບ​ການ​ການ​ກໍ່ສ້າງ​ນາຍ​ສິບ​ ຊຸດ​ທີ VIII ປະຈຳ​ສົກຮຽນ 2025-2026. ເຊິ່ງ​ຕະຫຼອດ​ໄລຍະ​ຜ່ານ​ມາ​ເຫັນ​ໄດ້​ວ່າ​ນັກຮຽນ​ແຕ່​ລະ​ສະຫາຍ​ແມ່ນ​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄວາມ​ບຸກ​ບືນ​ຫ້າວຫັນ​ຕໍ່​ການເຝິກແອບ​ຮໍ່າຮຽນ, ປະຕິບັດ​ຂໍ້​ກຳນົດ, ​ກົດ​ລະບຽບ​ຂອງ​ໂຮງ ຮຽນ​ໄດ້​ດີ, ຄູ-ອາຈານ ​ໄດ້​ສິດ ສອນ​ສົ່ງ​ຄວາມ​ຮູ້​ໃຫ້​ນັກຮຽນ​ ເປັນ​ຢ່າງ​ດີ ສ່ວນ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ກໍ​ໄດ້​ລົງ​ໃກ້​ສິດ​ຕິດ​ແທດ​ກັບ​ ຄູ-ອາຈານແລະ ນັກຮຽນ ເປັນ​ປະຈຳ, ຜົນ​ການ​ຮຽນ​ໃນ​ແຕ່​ລະວິ​ຊາ​ຕະຫຼອດ​ໄລຍະ 1 ປີ ຜ່ານ​ມາ​ສາມາດ​ສະ ເລ່ຍ​ໄດ້ 89,86%.  ພ້ອມ​ນັ້ນ, ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ເລື່ອນ​ຊັ້ນ ​ສິບ​ໂທ​ ຂຶ້ນ​ຊັ້ນ ​ສິບ​ເອກ ​ຈຳນວນ 6 ສະຫາຍ ​ແລະ ປະດັບ​ທຽບ​ຊັ້ນ ​ສິບ​ຕີ ​ຂຶ້ນ​ເປັນ​ຊັ້ນ ​ສິບ​ເອກ​ ຈຳ ນວນ 25 ສະຫາຍ.         ໂອກາດ​ນີ້, ສະຫາຍ ພັນ​ເອກ ສອນ​ເພັດ ຈັນ​ສົມ ໄດ້​ຮຽກຮ້ອງ​ໃຫ້​ນັກຮຽນ​ຈົ່ງ​ນຳ​ເອົາ​ຄວາມ​ຮູ້​ຄວາມ​ສາມາດ​ດັ່ງກ່າວ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຢູ່​ໃນ​ກົມ​ກອງ​ຂອງ​ຕົນ, ປະຕິບັດ​ຂໍ້​ກຳນົດ​ກົດລະບຽບ​ຂອງ​ກອງທັບ​ວາງ​ ອອກ​ໃຫ້​ເຂັ້ມ​ງວດ, ດຸໝັ່ນ​ຄົ້ນຄວ້າ​ຮໍ່າຮຽນ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ຢູ່​ໃນ​ກົມ​ກອງ ແລະ ເປັນ​ແບບຢ່າງ​ທີ່​ດີ​ຂອງ​ກົມ​ກອງ. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ