ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ຮັບປະກັນ​ວຽກ​ງານ​ການເມືອງ ຢູ່​ພາກ​ສະໜາມ​ການ​ຊ້ອມ​ຮົບ​ຮ່ວມ​ ລາວ-ຣັດ​ເຊຍ
ເວລາອອກຂ່າວ: 2026-06-15 15:33:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ:



ສະຫາຍ ພັນ​ເອກ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່ການ ເມືອງ​ກອງທັບ ໄດ້​ໃຫ້​ຮູ້​ວ່າ: ໃນ ​ການ​ເຝິກອົບຮົມ-ຫັດ​ແອບ​ຊ້ອມ​ຮົບ​ຕີ​ພິເສດ “ ໃຕ້​ຝຸ່ນ ແລະ ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ລາ​ໂລ​​ຣສ 2026 “ ວຽກ​ງານ​ການເມືອງ ແມ່ນ​ມີ​ຄວາມ​ໝາຍ, ຄວາມ​ສຳຄັນ​ຢ່າງ​ຍິ່ງ ຕໍ່​ການຈັດຕັ້ງ, ນຳພາ-ຊີ້​ນຳ​ການ​ຫັດ​ແອບ-ຊ້ອມ​ຮົບ​ຮ່ວມ​ໃນ​ຄັ້ງ​ນີ້ ເປັນ​ການ​ປະກອບສ່ວນ​ຊ່ວຍ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ, ແຕ່​ລະ​ຄຸງ​ຫັດ​ແອບ​ເຊື່ອມ​ຊຶມ, ເຂົ້າໃຈ​ການຈັດຕັ້ງ​ນຳພາ-ບັນຊາ​ກຳລັງ ແລະ ຮູ້​ນຳພາ​ເຄື່ອນ​ໄຫວ​ວຽກ​ງານ​ການເມືອງ​ໃນ​ແຕ່​ລະ​ໄລຍະ ​ຂອງ​ການ​ຫັດ​ແອບ-ຊ້ອມ​ຮົບ​ຮ່ວມ ປະກອບສ່ວນ​ເຮັດ​ໃຫ້​ພະ ນັກງານ-ນັກຮົບ​ບັນດາ​ອົງການ, ກົມ​ກອງ-ເຫຼົ່າ​ຮົບ ຕ່າງໆ ທີ່​ເຂົ້າ​ຮ່ວມ​ໃນ​ຄັ້ງ​ນີ້ ເຂົ້າໃຈ, ກຳ​ແໜ້ນ ຈຸດປະສົງ-ຄາດໝາຍ ແລະ ໜ້າທີ່​ການເມືອງ​ຂອງ​ຕົນ ໃນ​ການ​ຫັດ​ແອບ-ຊ້ອມ​ຮົບ​ຮ່ວມ ລະຫວ່າງ​ສອງ​ກອງທັບ ລາວ-ຣັດ​ເຊຍ ໃຫ້​ເລິກເຊິ່ງ; ສ້າງ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ຈິດໃຈ, ມານະ​ຈິດ ແລະ ຄວາມ​ອົດທົນ​ຜ່ານ​ຜ່າ​ອຸປະສັກ​ນາໆ​ປະການ, ສ້າງ​ບັນຍາກາດ​ຂອງ​ການ​ເຝິກອົບຮົມ ແລະ ຊ້ອມ​ຮົບ​ຮ່ວມ ມີ​ຄວາມ​ຟົດຟື້ນ-ມ່ວນຊື່ນ, ມີ​ຄວາມ​ສາມັກຄີ​ຮັກ ແພງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ​ສອງ​ກອງທັບ ລາວ-ຣັດ​ເຊຍ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ນອກ​ນັ້ນ, ອະນຸ​ກຳມະການ​ການເມືອງ​ທີ່​ປະຈຳ​ຢູ່​ພາກ​ສະ ໜາມ​ຫັດ​ແອບ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ຍັງ​ໄດ້​ຊີ້​ນຳ​ໜ່ວຍ​ງານ​ໂຄສະນາ​ເຄື່ອນ​ໄຫວ​ປະດັບ​ປະດາ​ສະຖານທີ່​ຂອບ​ເຂດ​ເຝິກ ອົບຮົມ ແລະ ຊ້ອມ​ຮົບ​ຮ່ວມ​ຕີ​ພິເສດ “ ໃຕ້​ຝຸ່ນ ແລະ ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ລາ​ໂລ​​ຣສ 2026 “ ດ້ວຍ​ການ​ປະດັບ​ປະດາ​ຕິດ​ຜ້າ​ສາກ, ຄຳ​ຂັວນ, ທຸງຊາດ ແລະ ທຸງ​ທິວ ເປັນ​ລະບຽບ​ຈົບງາມ, ຮັບປະກັນ​ລະບົບ​ເຄື່ອງ​ສຽງ, ໂທລະ​ໂຄ່ງ ແລະ ເຄື່ອນ​ໄຫວ​ສາຍຮູບເງົາ​ຢູ່​ພາກ​ສະໜາມ; ຈັດ​ຕັ້ງ​ເກັບ​ກຳ​ຂ່າວ, ບັນທຶກ​ພາບ​ການ​ເຝິກອົບຮົມ-ຫັດ​ແອບ​ຊ້ອມ​ຮົບ ເພື່ອ​ລາຍ​ງານ​ຂ່າວ​ຜ່ານ​ສື່​ຕ່າງໆ​ເປັນ​ແຕ່​ລະ​ໄລຍະ. ພ້ອມ​ທັງ​ຈັດ​ຕັ້ງ​ກິດຈະກຳ​ຂະ​ບວນ​ການ​ແຂ່ງຂັນ​ກິລາ, ແລກປ່ຽນ​ດ້ານ​ສິລະ​ປະ-ວັດທະນະທຳ​ເຊິ່ງ​ກັນ ແລະ ກັນ ເຮັດ​ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ ແລະ ສ້າງ​ຄວາມ​ສາມັກຄີ, ສາມາດ​ຮັບປະກັນ​ໃຫ້ການ​ເຝິກອົບຮົມ-ຫັດ​ແອບ ໃນ​ຄັ້ງ​ນີ້ ບັນລຸ​ຜົນສຳເລັດ​ຮອບ ດ້ານ. ໂດຍ: ພຸດ​ທະ​ພອນ ລັດດາ​ນາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ