ປະກາດການສ້າງຕັ້ງພະແນກກົດໝາຍ ຢູ່ກອງບັນຊາການທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2026-06-12 11:03:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1375 | ຄວາມນິຍົມ: ![]()
ວັນທີ 11 ມີຖຸນາ 2026 ນີ້, ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີ ປະກາດການສ້າງຕັ້ງພະແນກກົດໝາຍ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສີ ສີວົງສາ ຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫັວນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ, ມີຄະນະພັກ - ຄະນະບັນຊາ ອົງການ 5 ຫ້ອງ, ແຂກທີ່ຖືກເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ວາດສະຫນາ ສີສຸລາດ ຫົວໜ້າ ພະແນກແຜນການສັງລວມ ກົມກົດໝາຍ ກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງ ແລະ ແຕ່ງ ຕັ້ງບຸກຄະລາກອນ ເຂົ້າດໍາລົງຕໍາແໜ່ງຢູ່ພະແນກກົດໝາຍ ກອງບັນຊາການທະຫານແຂວງໄຊສົມບູນ. ອີງຕາມແຜນຍຸດທະສາດຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປັບປຸງກໍ່ສ້າງກຳລັງດ້ານການຈັດຕັ້ງໃນການປະກອບຈໍານວນພົນ, ພະແນກດັ່ງກ່າວ ມີໂຄງປະກອບບຸກຄະລາກອນທັງໝົດ 5 ສະຫາຍ ໃນນັ້ນ, ຫົວໜ້າພະແນກ 1 ສະຫາຍ, ຮອງພະແນກ 1 ສະຫາຍ ແລະ ພະນັກງານວິຊາການ 3 ສະຫາຍ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງສະຫາຍ ພັນຕີ ລໍາດວນ ຈັນທິລາດວົງສີ ເປັນຫົວໜ້າພະແນກກົດໝາຍ, ສະຫາຍ ຮ້ອຍເອກ ບົວບານ ມອນທອງ ເປັນຮອງຫົວໜ້າພະແນກກົດໝາຍ, ພ້ອມທັງແຕ່ງຕັ້ງພະນັກງານວິຊາການນໍາອີກ. ການສ້າງຕັ້ງພະແນກດັ່ງກ່າວ ແມ່ນບາດກ້າວອັນສໍາຄັນໃນການຫັນປ່ຽນກໍາລັງຫຼວງ-ກຳລັງທ້ອງຖິ່ນ ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ທັງເປັນການເສີມຂະຫຍາຍລະບົບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ຄຸ້ມຄອງກອງທັບດ້ວຍກົດໝາຍໃຫ້ມີຄວາມສັກສິດເທື່ອລະກ່າວ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສີ ສີວົງສາ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພະແນກກົດໝາຍຊຸດໃໝ່ ເອົາໃຈໃສ່ບາງດ້ານ ຄື: ກຳແໜ້ນ ແລະ ເຊື່ອຊຶມມະຕິ, ຄໍາສັ່ງ ກໍຄືກົດໝາຍຂອງລັດຢ່າງເລິກເຊິ່ງ; ເຮັດໜ້າທີ່ເປັນເສນາທິການຍົກສູງບົດບາດດ້ານກົດໝາຍໃຫ້ແກ່ຄະນະພັກ-ຄະນະບັນຊາກກົມກອງຂອງຕົນ; ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມກົດໝາຍໃຫ້ອ້າຍນ້ອງນາຍ ແລະ ພົນທະຫານຢ່າງທົ່ວເຖິງ; ເພີ່ມທະວີຄວາມສາມັກຄີ, ເຊີດຊູຄວາມຮັບຜິດຊອບ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ; ຄົ້ນຄວ້າ, ກັ່ນຕອງ ແລະ ສະໜອງຂໍ້ມູນດ້ານກົດໝາຍໃຫ້ຄະນະພັກ-ຄະນະບັນຊາ ຢ່າງຖືກຕ້ອງ, ວ່ອງໄວ ແລະ ສອດຄ່ອງກັບແນວທາງຂອງພັກ. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ພັດທະນາບຸກຄະລະກອນ, ເຝິກອົບຮົມຍົກລະດັບຄວາມຮູ້ວິຊາສະເພາະກົດໝາຍໃຫ້ແກ່ພະນັກງານພາຍໃນພະແນກໃຫ້ມີຄວາມຊ່ຽວຊານ ເພື່ອເຮັດໜ້າທີ່; ເຊີດຊູຄວາມຮັບຜິດຊອບການເມືອງ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜັ້ແຟ້ນ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານມີຄວາມຮັດກຸມວ່ອງໄວ້ທັນກັບສະພາບການ. ໃນວາລະດຽວກັນ ຍັງໄດ້ມອບປຶ້ມຄູມືກ່ຽວກັບວຽກງານກົດໝາຍອີກຈໍານວນໜຶ່ງໃຫ້ກອງບັນຊາການທະຫານແຂວງໄຊສົມບູນ ອີກດ້ວຍ.
ໂດຍ: ນາງ ກ້າຈີທໍ່ ເພຍຫຼວງຈົ່ງເສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















