ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ສະຫາຍ ພົນເອກ ຟານວັນຢາງ ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ເວລາອອກຂ່າວ: 2026-06-11 14:49:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 399 | ຄວາມນິຍົມ:



ວັນທີ 9 ມິຖຸນາ 2026 ນີ້, ທີ່ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໃນໂອກາດຕິດຕາມ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດອາຊຽນ ຄັ້ງທີ 3. ໃນການພົບປະ, ສະຫາຍ ພົນເອກ ຟານວັນຢາງ ໄດ້ສະແດງຄວາມຍິນດີຕໍ່ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ທີ່ໄດ້ຮັບຕຳແໜ່ງໃໝ່ ແລະ ມີຜົນສຳເລັດ ໃນການມາປະຕິບັດພາລະກິດ ຢູ່ ສສ ຫວຽດນາມ. ພ້ອມທັງ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ-ລາວ ຍັງຄົງໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ເລິກເຊິ່ງ ແລະ ມີເນື້ອໃນຕົວຈິງ, ເຊິ່ງເປັນເສົາຄ້ຳສຳຄັນ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ. ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ສະຫາຍ ພົນເອກ ຟານວັນຢາງ ໄດ້ສະເໜີໃຫ້ສອງຝ່າຍ ສຸມໃສ່ຜັນຂະຫຍາຍບາງເນື້ອໃນສຳຄັນ ເຊັ່ນ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ໂດຍສະເພາະຂັ້ນສູງ, ສືບຕໍ່ຮັກສາກົນໄກການຮ່ວມມືທີ່ມີຢູ່ ໃຫ້ມີປະສິດທິຜົນ, ພ້ອມທັງ ເສີມຂະຫຍາຍການຮ່ວມມືດ້ານວຽກງານພັກ ແລະ ວຽກງານການເມືອງ, ປະສານງານກະກຽມໃຫ້ດີ ສຳລັບການພົບປະມິດຕະພາບປ້ອງກັນຊາຍແດນ ຫວຽດນາມ-ລາວ ຄັ້ງທີ 3, ການພົບປະ ປະຈຳປີ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ລາວ-ກຳປູເຈຍ ແລະ ການຊ້ອມຮົບຮ່ວມ ຂອງກອງທັບ ທັງສາມປະເທດ ເພື່ອຮັບມືກັບຄວາມທ້າທາຍດ້ານຄວາມໝັ້ນຄົງຮູບແບບໃໝ່ ທີ່ບໍ່ແມ່ນການທະຫານ ແລະ ອື່ນໆ. ສະຫາຍ ພົນເອກ ຟານວັນຢາງ ໄດ້ສະເໜີໃຫ້ສອງຝ່າຍ ຊີ້ນຳບັນດາອົງການທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ສະເໜີກິດຈະກຳທີ່ເປັນຮູບປະທຳ ເພື່ອສະຫຼອງ 2 ເຫດການສຳຄັນໃນປີ 2027 ຄື: ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ຄົບຮອບ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື (ປີແຫ່ງຄວາມສາມັກຄີ-ມິດຕະພາບ ຫວຽດນາມ-ລາວ) ແລະ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ປະສານງານຢ່າງໃກ້ຊິດ ໃນວຽກງານຄົ້ນຫາ ແລະ ນຳສົ່ງອັດຖິທະຫານອາສາສະມັກ ແລະ ຊຽວຊານທະຫານຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ ສປປ ລາວ ກັບຄືນປະເທດ ຫວັງວ່າ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈະສືບຕໍ່ເອົາໃຈໃສ່ຊີ້ນຳ ແລະ ຊ່ວຍເຫຼືອ ເພື່ອຊຸກຍູ້ການປະສານງານໃນວຽກງານນີ້ໃຫ້ມີປະສິດທິຜົນຍິ່ງຂຶ້ນ. ໃນໂອກາດນີ້, ສະຫາຍ ພົນເອກ ຟານວັນຢາງ ໄດ້ເຊີນຢ່າງເປັນທາງການໃຫ້ ສະຫາຍ ຮອງນາຍົກລັດຖະມົນຕີ, ລັດຖະມົນກະຊວງປ້ອງກັນປະເທດ ແລະ ວິສາຫະກິດອຸດສາຫະກຳປ້ອງກັນຊາດ ຂອງລາວ ເຂົ້າຮ່ວມ ແລະ ຈັດສະແດງຜະລິດຕະພັນ ໃນງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນທັນວາ 2026. ໂອກາດນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບ ສະຫາຍ ພົນເອກ ຟານວັນຢາງ ແລະ ດ້ວຍຄວາມຍິນດີ ຮັບຄຳເຊີນເຂົ້າຮ່ວມງານວາງສະແດງປ້ອງກັນຊາດ ສາກົນຫວຽດນາມ ຄັ້ງທີ 3. ໂດຍເນັ້ນໜັກເຖິງສາຍພົວພັນມິດຕະພາບ ປະເພນີອັນດີງາມ ລະຫວ່າງ ລາວ-ຫວຽດນາມ ໄດ້ຮັບການຖະນຸຖະໜອມ ແລະ ເສີມສ້າງຈາກສອງຝ່າຍຢ່າງສະເໝີມາ ແລະ ໄດ້ຢືນຢັນວ່າ ການນໍາຂອງກະຊວງປ້ອງກັນປະເທດຂອງສອງປະເທດ ມີການພົບປະ ແລະ ແລກປ່ຽນຄວາມເຫັນກັນຢ່າງສະໝໍ່າສະເໝີ, ປະກອບສ່ວນຍົກສູງການພົວພັນຮ່ວມມືດ້ານການປ້ອງກັນຊາດ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ສອງຝ່າຍໄດ້ຊຸກຍູ້ເນື້ອໃນການຮ່ວມມືຫຼາຍດ້ານໃຫ້ມີຄຸນນະພາບ ແລະ ປະສິດທິຜົນ ເຊັ່ນ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ໂດຍສະເພາະຂັ້ນສູງ, ການແລກປ່ຽນຂໍ້ມູນຂ່າວສານ, ການລາດຕະເວນຮ່ວມຕາມຊາຍແດນ, ການເຝິກອົບຮົມບຸກຄະລາກອນ ແລະ ການປະສານງານຄົ້ນຫາ ແລະ ອັດຖິທະຫານອາສາສະມັກ ແລະ ຊຽວຊານທະຫານຫວຽດນາມ ທີ່ເສຍຊີວິດສະຫຼະຢູ່ລາວ ກັບຄືນປະເທດ. ສຳລັບໃນທິດທາງຕໍ່ໜ້າ, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ສະເໜີໃຫ້ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ ແລະ ຜັນຂະຫຍາຍເນື້ອໃນການຮ່ວມມືທີ່ໄດ້ຕົກລົງກັນໄວ້ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນອີກ ເພື່ອນຳພາການຮ່ວມມືດ້ານປ້ອງກັນຊາດ ລາວ-ຫວຽດນາມ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຕົວຈິງ. ໂດຍ: ສົມພອນ (ແປຈາກ: ໜັງສືພິມກອງທັບ ຫວຽດນາມ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ