ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 13 ກໍລະກົດ 2026

  

ເອົາໃຈໃສ່ເພີ່ມທະວີວຽກງານການເມືອງຮອບດ້ານ ໃນການເຝິກອົບຮົບ-ຫັດແອບຕີພິເສດ"ໃຕ້ຝຸ່ນ" ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣດສ໌2026"
ເວລາອອກຂ່າວ: 2026-06-11 14:30:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 381 | ຄວາມນິຍົມ:



ຖືເອົາວຽກງານການເມືອງແນວຄິດເປັນກົກ ນັ້ນຄືໜ້າທີ່ສໍາຄັນໜຶ່ງ ທີ່ມີພາລະບົດບາດສຳຄັນຫຼາຍ ໃນການຜັນຂະຫຍາຍວຽກງານການເມືອງ-ແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ຕະຫຼອດຮອດການປຸກລະດົມຂົນຂວາຍພໍ່ແມ່ປະຊາຊົນ, ໃຫ້ຮັບຮູ້, ເຂົ້າໃຈຕໍ່ແນວທາງ, ມະຕິຄໍາສັ່ງຕ່າງໆ ຂອງຂັ້ນເທິງ ໂດຍແມ່ນໜ້າທີ່ຫຼັກ ຂອງອົງການການເມືອງ, ລວມເຖີງສ້າງບັນຍາກາດ ໃຫ້ມີຄວາມຟົດຟື້ນ ແລະ ປຸກລະດົມຈິດໃຈ ໃຫ້ພະນັກງານ-ນັກຮົບ, ຢູ່ໜ້າສະໜາມຕົວຈິງ ໃຫ້ມີຄວາມເຊື່ອໝັ້ນຕໍ່ແນວທາງ, ມີແນວຄິດໜັກແໜ້ນ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ເວົ້າລວມ, ເວົ້າສະເພາະ ນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມການເຝິກອົບຮົບ-ຫັດແອບຕີພິເສດ "ໃຕ້ຝຸ່ນ" ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣດສ໌ 2026" ນີ້. ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ຮູ້ວ່າ: ການເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣສ 2026 “ ການດໍາເນີນວຽກງານພັກ-ວຽກງານການເມືອງ ແມ່ນມີຄວາມໝາຍ, ຄວາມສໍາຄັນຢ່າງຍິ່ງ ຕໍ່ການຈັດຕັ້ງ, ຊີ້ນໍາ-ນໍາພາ ການຫັດແອບ-ຊ້ອມຮົບຮ່ວມ ໃນຄັ້ງນີ້, ເປັນການປະກອບສ່ວນ ຊ່ວຍໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ແຕ່ລະຄຸງຫັດແອບເຊື່ອມຊຶມ, ເຂົ້າໃຈການຈັດຕັ້ງນໍາພາ-ບັນຊາກໍາລັງ ແລະ ຮູ້ນໍາພາເຄື່ອນໄຫວວຽກງານການເມືອງ ໃນແຕ່ລະໄລຍະ ຂອງການຫັດແອບ-ຊ້ອມຮົບຮ່ວມ ແລະ ປະກອບສ່ວນເຮັດໃຫ້ພະນັກງານ-ນັກຮົບ ຂອງບັນດາອົງການ, ກົມກອງ-ເຫຼົ່າຮົບຕ່າງໆ ທີ່ໄດ້ເຂົ້າຮ່ວມ ມີຄວາມຮັບຮູ້, ເຂົ້າໃຈ, ກຳແໜ້ນ ຈຸດປະສົງ-ຄາດໝາຍ ແລະ ໜ້າທີ່ການເມືອງຂອງຕົນ ໃນການຫັດແອບ-ຊ້ອມຮົບຮ່ວມ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ໃຫ້ເລິກເຊິ່ງ, ສ້າງຄວາມເຂັ້ມແຂງທາງດ້ານຈິດໃຈ, ມານະຈິດ ແລະ ຄວາມອົດທົນຜ່ານຜ່າອຸປະສັກນາໆ ປະການ, ສ້າງບັນຍາກາດ ຂອງການເຝິກອົບຮົມ ແລະ ຊ້ອມຮົບຮ່ວມ ໃຫ້ມີຄວາມຟົດຟື້ນ-ມ່ວນຊື່ນ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ກໍາລັງຂອງກອງທັບ ລາວ-ຣັດເຊຍ ໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ. ນອກນັ້ນ, ຍັງໃຫ້ຮູ້ອີກວ່າ: ວຽກງານການເມືອງ ປະດັບປະດາສະຖານທີ່ຂອບເຂດເຝິກອົບຮົມ ແລະ ຊ້ອມຮົບຮ່ວມ ດ້ວຍຜ້າສາກ, ຄໍາຂັວນ, ທຸງຊາດ ແລະ ທຸງທິວ ເປັນລະບຽບຈົບງາມ, ຮັບປະກັນລະບົບເຄື່ອງສຽງ, ໂທລະໂຄ່ງ ແລະ ເຄື່ອນໄຫວສາຍຮູບເງົາຢູ່ພາກສະໜາມ; ຈັດຕັ້ງເກັບກຳຂ່າວ, ບັນທຶກພາບການເຝິກອົບຮົມ-ຫັດແອບຊ້ອມຮົບ ເພື່ອລາຍງານຂ່າວຜ່ານສື່ຕ່າງໆ ເປັນແຕ່ລະໄລຍະ. ພ້ອມທັງ ຈັດຕັ້ງກິດຈະກໍາ, ຂະບວນການແລກປ່ຽນດ້ານສິລະປະ-ວັດທະນະທຳ ເຊິ່ງກັນ ແລະ ກັນ ເຮັດໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ສ້າງຄວາມສາມັກຄີ, ສາມາດຮັບປະກັນ ໃຫ້ການເຝິກອົບຮົມ-ຫັດແອບ ໃນຄັ້ງນີ້ ບັນລຸຜົນສຳເລັດຮອບດ້ານ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ