ຍົກສູງຄວາມຮູ້, ຄວາມສາມາດ ແລະ ຄວາມຊຳນິຊໍານານ ໃນການນໍາສົ່ງກຳລັງ ທາງອາກາດເຂົ້າຕີເປົ້າໝາຍ
ເວລາອອກຂ່າວ: 2026-06-11 14:21:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 360 | ຄວາມນິຍົມ: ![]()
ການນໍາສົ່ງກຳລັງທາງພົນອາກາດ ເພື່ອເຂົ້າບຸກຕີກໍາລັງຜູ້ບໍ່ຫວັງດີ ແລະ ກຸ່ມກໍ່ການຮ້າຍຕ່າງໆ ທີ່ເຂົ້າມາຍຶດ, ຕັ້ງຄ້າຍໃນຂອບເຂດຮັບຜິດຊອບຕາມຊາຍແດນ, ຕົວເມືອງ ກໍເປັນໜ້າທີ່ໜຶ່ງ ທີ່ສຳຄັນຂອງກອງທັບ ເພື່ອສ້າງທ່າໄດ້ປຽບ ແລະ ຄວາມໄວ ໃນການເຂົ້າບຸກຕີ, ຍຶດພື້ນທີ່ຈຸດໄດ້ປຽບ. ດັ່ງນັ້ນ, ເພື່ອສ້າງໃຫ້ນາຍ ແລະ ພົນທະຫານ ໃນກອງທັບ ມີຄວາມຮູ້, ຄວາມສາມາດ, ຊໍານິຊໍານານ ໃນການນໍາໃຊ້ພະຫະນະອາວຸດ ແລະ ຍຸດທະວິທີການໂດດຈ້ອງ, ການໂຢດພົນທາງອາກາດ ດ້ວຍເຮືອບີນຂຶ້ນຊື່ Mi 17 ໃນການເຝິກຊ້ອມອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມລາວ-ຣັດເຊຍ ລາໂຣດສ໌ 2026 “.
ດັ່ງນັ້ນ, ນາຍ ແລະ ພົນທະຫານ ກອງທັບ ປະຊາຊົນລາວ ຈຶ່ງໄດ້ຮັບການສິດສອນ ແລະ ຂັ້ນຕອນການນໍາໃຊ້ຈ້ອງ, ຂັ້ນຕອນ, ວິທີການໂດດຈ້ອງ ແລະ ໂຢດພົນລົງສູ່ຈຸດເປົ້າໝາຍດ້ວຍເຮືອບີນ, ກໍາໄດ້ບາດກ້າວຂັ້ນຕອນຄະນະທີ່ເຮືອບີນ ກຳລັງບີນຢູ່ໃນລະດັບສູງ ແລະ ລະດັບຕໍ່າ ເພື່ອເຂົ້າບຸກຕີເປົ້າໝາຍ, ເສີມກໍາລັງດ້ວຍຄວາມວ່ອງໄວ ແລະ ຊໍານິຊໍານານ ໃນການນໍາໃຊ້ອຸປະກອນ, ຍຸດທະວິທີ ເຊິ່ງຖືເປັນສ່ວນສຳຄັນ ໃນການວາງແຜນສູ້ຮົບຊ່ວຍໜຸນດ້ານຕ່າງໆ ທີ່ເຂົ້າເຮັດໜ້າທີ່ສູ້ຮົບ ເພື່ອປັດເຂ່ຍກຸ່ມຄົນບໍ່ຫວັງດີ ແລະ ກໍາລັງຜູ້ກໍ່ການຮ້າຍ ດ້ວຍການຂົນສົ່ງທາງອາກາດ.
ໃນການເຝິກຊ້ອມອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມລາວ-ຣັດເຊຍ ລາໂຣດສ໌ 2026 “ ໃນຄັ້ງນີ້, ກອງທັບລາວ ຍັງໄດ້ຮັບການຖ່າຍທອດບົດຮຽນອັນສໍາຄັນ ຈາກຄູເຝິກ ແລະ ຊ່ຽວຊານກອງທັບຣັດເຊຍ ໃນການນໍາໃຊ້ໂດຮນ, ເຂົ້າໃນການສອດແນມ, ໃນການລາດຕະເວນ ລວມເຖິງການສູ້ຮົບ. ນອກນັ້ນ, ຍັງໄດ້ຖ່າຍຖອດການນໍາໃຊ້ເຄື່ອງກວດຈັບໂດຣນ, ຕໍ່ຕ້ານສະກັດກັ້ນໂດຣນ ເພື່ອສ້າງຂີດຄວາມສາມາດ ໃຫ້ກອງທັບລາວ ໃນການນໍາເຮືອບິນບໍ່ມີຄົນຂັບ (ໂດຣນ) ເຂົ້າໃນວຽກງານຂອງກອງທັບ ເພື່ອສ້າງຂິດຄວາມສາມາດ ແລະ ປະສິດທິພາບຂອງກອງທັບ ໃຫ້ນັບມື້ນັບສູງຂຶ້ນ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















