ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ກໍລະກົດ 2026

  

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2026-06-11 10:16:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 306 | ຄວາມນິຍົມ:



ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຫຼວງພະບາງ ຄັ້ງທີ 2 ສະໄໝທີ VIII ໄດ້ຈັດຂຶ້ນຕອນເຊົ້າວັນທີ 10 ມີຖຸນາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ກຳມະການພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ - ຄະນະບັນຊາ, ອົງການ 5 ຫ້ອງ, ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສິງທອງ ອິນທະວອງ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຜ່ານບົດສະຫຼຸບການນຳພາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ຄະນະພັກ - ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ປະຕິບັດວຽກງານຂອງຕົນຢ່າງຮອບດ້ານ ສາມາດເຮັດໃຫ້ສະພາບໃນທົ່ວແຂວງມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ. ໃນນັ້ນ ຄະນະພັກ - ຄະນະບັນຊາ ແຕ່ລະຂັ້ນໄດ້ຖືສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ນັກຮົບເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ເຮັດໃຫ້ນາຍ ແລະ ພົນທະຫານມີທັດສະນະຫຼັກໝັ້ນ, ຄຸນທາດການເມືອງໜັກແໜ້ນ, ວຽກງານກໍ່ສ້າງພັກ ໄດ້ຂະຫຍາຍມະຫາຊົນເຂົ້າພັກ ຈໍານວນ 66 ສະຫາຍ, ຍິງ 6 ສະຫາຍ ແລະ ເລື່ອນສໍາຮອງຂຶ້ນສົມບູນໄດ້ຈໍານວນ 54 ສະຫາຍ, ຍິງ 3 ສະຫາຍ, ວຽກງານພະນັກງານ ຜ່ານມາໄດ້ປະກາດເລື່ອນຊັ້ນໃຫ້ນາຍທະຫານ ຈໍານວນ 306 ສະຫາຍ, ແຕ່ງຕັ້ງໜ້າທີ່ໃຫ້ພະນັກງານນໍາພາ-ບັນຊາ 28 ສະຫາຍ, ໄດ້ນໍາສົ່ງພະນັກງານໄປຮຽນຢູ່ພາຍໃນ ແລະ ຕ່າງປະເທດ ຈໍານວນ 14 ສະຫາຍ, ໄດ້ສ້າງຕັ້ງໜ່ວຍພັກໃໝ່ 1 ໜ່ວຍແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະໜ່ວຍພັກ, ຮອງເລຂາ ແລະ ກຳມະການໜ່ວຍພັກແທນຕໍາແໜ່ງຫວ່າງໄດ້ 4 ໜ່ວຍ, ວຽກງານນະໂຍບາຍ ໄດ້ສະເໜີສ້າງຄອບຄົວງວດຕົ້ນປີ 92 ຄູ່, ໄດ້ອອກໃບສົມມະນາຄຸນ ຈໍານວນ 36 ໃບ ແລະ ໃບຍ້ອງຍໍ 34 ໃບ, ໄດ້ຈັດຕັ້ງລົງຮາກຖານການເມືອງພັດທະນາຊົນນະບົດຢ່າງຮອບດ້ານຕາມມູນເຊື້ອຂອງກອງທັບ ໄດ້ຈັດຕັ້ງກຳລັງອອກເຄື່ອນໄຫວຕາມຂອບເຂດຄວາມຮັບຜິດຊອບເປັນປົກກະຕິ, ຊີ້ນຳກົມກອງຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບໃຫ້ເຂັ້ມງວດ, ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ວຽກງານອົບຮົມຫັດແອບ ແລະ ປັບປຸງລະບົບແບບແຜນໄດ້ສຳເລັດການອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ພະນັກງານນໍາພາຄຸ້ມຄອງເປົ້າໜາຍ 3 ຊຸດທີ VI ຈໍານວນ 29 ສະຫາຍ, ຍິງ 5 ສະຫາຍ, ດ້ານວຽກງານພະລາທິການ-ເຕັກນິກໄດ້ຊີ້ນໍາກໍາມະການຕິດຕາມກວດກາໂຄງການກໍ່ສ້າງ ແລະ ສ້ອມເເປງຫ້ອງການທະຫານຊາຍແດນ ມາເຖິງປັດຈຸບັນສໍາເລັດ 70%, ສຸ່ມໃສ່ການກໍ່ສ້າງຫ້ອງອາຫານກອງບັນຊາການຫຼັງໃໝ່ ຂະໜາດ 20x 12,50 ແມັດ ແລະ ຫ້ອງການກອງຮ້ອຍຊາຍແດນ 163 ຈໍານວນ 2 ຫຼັງ ເຮືອນນອນ ແລະ ຫ້ອງການ, ໄດ້ຮັບການປັບປຸງດີຂຶ້ນ ໄດ້ສ້ອມແປງເຄຫະສະຖານ, ພາຫະນະຕາມແຜນການທີ່ໄດ້ກຳນົດໄວ້. ຈາກນັ້ນ ຜູ້ແທນກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນ ຕໍ່ການນໍາພາ - ຊີ້ນໍາຂອງຄະນະບໍລິຫານງານພັກກອງບັນຊາການຢ່າງກົງໄປກົງມາ. ໂດຍ: ທອງລິດ ແກ້ວທຸມມາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ