ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025
ເວລາອອກຂ່າວ: 2026-06-11 09:43:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 294 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026 ຂອງຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພັນໂທ ສີປະເສີດ ສອນພັນ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ, ມີສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ກຳມະການຄະນະປະຈໍາພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີໜ່ວຍປະຕິບັດງານ ຂອງກອງບັນຊາການທະຫານແຂວງ, ແຂກຖືກເຊີນ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີປະເສີດ ສອນພັນ ໄດ້ຂຶ້ນສະຫຼຸບການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ເຊິ່ງໄດ້ຍົກໃຫ້ເຫັນໜ້າທີ່, ພາລະບົດບາດ ຂອງຄະນະພັກຮາກຖານຫ້ອງການເມືອງ ຍາມໃດກໍໄດ້ເປັນເສນາທິການ ໃຫ້ຄະນະພັກກອງບັນຊາການທະຫານແຂວງ ໃນການປັບປຸງກໍ່ສ້າງພັກ ແລະ ຂະຫຍາຍພັກ ຕາມກົດລະບຽບຂອງພັກ, ພ້ອມທັງ ປັບປຸງກົງຈັກການຈັດຕັ້ງຢູ່ຮາກຖານພັກ ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ເຊິ່ງໃນໄລຍະ 1 ປີຜ່ານມາ ໄດ້ນໍາພາສະມາຊິກພັກ ແລະ ພະນັກງານ-ນັກຮົບ ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຕົນເຮັດ ໃຫ້ວຽກງານໄດ້ຮັບຜົນສໍາເລັດ, ສາມາດຕີລາຄາແບ່ງປະເພດ ຂອງສະມາຊິກພັກ ໄດ້ປະເພດແຂງ 72 ສະຫາຍ, ຍິງ 18 ສະຫາຍ, ບໍ່ໄດ້ແບ່ງ 6 ສະຫາຍ ຍ້ອນສະມາຊິກສໍາຮອງ ແລະ ຍົກຍ້າຍມາໃໝ່, ພະແນກການ 13 ພະແນກ ໄດ້ປະເພດແຂງ, ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງໄດ້ປະເພດແຂງ, 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງການເມືອງ ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ໃນກອງປະຊຸມ ຍັງໄດ້ຜ່ານ ຂໍ້ຕົກລົງຂອງຂັ້ນເທິງວ່າດ້ວຍການມອບໃບຢັ້ງ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ທັງ 4 ໜ່ວຍພັກ, ພ້ອມທັງຮັບຟັງການຜ່ານບົດບັນທືກຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026. ຈາກນັ້ນ, ຕາງໜ້າຄະນະໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ໄດ້ພ້ອມກັນຂຶ້ນຈັບມືຮັບຮອງເອົາແຂ່ງຂັນ ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ໄດ້ເໜັ້ນໃຫ້ເພີ່ມທະວີຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ມີຄວາມກະຕືລືລົ້ນ, ຫ້າວຫັນໃນການເຝິກຝົນຫຼໍ່ຫຼອມຕົນເອງ, ເອົາໃຈໃສ່ຍົກສູງພາລະບົດບາດຄວາມສາມັກຄີໃຫ້ເປັນປຶກແຜ່ນ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກຕ້ອງມີລະບຽບແບບແຜນ ແລະ ມີການຕິດຕາມກວດກາ ແລະ ສະຫຼຸບລາຍງານ, ເພິ່ມທະວີບົດບາດການນຳພາຂອງພັກ ໃຫ້ພະນັກງານ-ສະມາຊິກພັກ ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການຈັດຕັ້ງຢ່າງເລິກເຊິ່ງ, ຕັ້ງໜ້າຍູ້ແຮງຂະບວນການດ້ານຕ່າງໆໃຫ້ມີຄວາມຟົດຟື້ນ, ເຄື່ອນໄຫວປະຕິບັດໜ້າທີ່ຢ່າງຫ້າວຫັນ ເພື່ອເສີມຂະຫຍາຍ ແລະ ຮັກສາມູນເຊຶ້ອໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ.
ໂດຍ: ນາງ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















