ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ປິດອົບຮົມບຳລຸງການທະຫານຂັ້ນພື້ນຖານ
ເວລາອອກຂ່າວ: 2026-06-10 09:35:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ໄດ້ຈັດພິທີປິດຊຸດອົບຮົມບຳລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ II ສົກຮຽນ 2025-2026, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸກກະເສີມ ວິຍາວົງ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະແນກການທີ່ກຽວຂ້ອງ, ຄະນະອຳນວຍການໂຮງຮຽນ, ຄູ-ອາຈານ, ແຂກຖືກເຊີນ ຕະຫຼອດຮອດນັກຮຽນ ເຂົ້າ ຮ່ວມ.
ສະຫາຍ ພັນໂທ ສີຕັນ ແສງສຸທາ ຫົວໜ້າພະແນກທະຫານທ້ອງຖິ່ນ ກອງບັນຊາການ ທະຫານແຂວງໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດປິດ ການຮຽນ-ການສອນ ໃຫ້ນັກຮຽນບຳລຸງການທະ ຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດ II ສົກ 2025-2026 ຂອງໂຮງຮຽນການທະຫານ ທ້ອງ ຖິ່ນແຂວງໄຊຍະບູລີ. ຈາກນັ້ນ, ສະຫາຍ ພັນໂທ ຈວງພອນ ສອນ ມະນີ ຫົວໜ້າການທະຫານ ໂຮງ ຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນ ການອົບຮົມ-ຫັດແອບ ໄລຍະ 6 ເດືອນຜ່ານມາ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້, ຕະຫຼອດໄລຍະການອົບຮົມເຫັນວ່າ ນັກຮຽນທຸກສະຫາຍ ໄດ້ເອົາ ໃຈໃສ່ຄົ້ນຄວ້າສຶກສາຮ່ຳຮຽນ ແລະ ຫ້າວຫັນປະຕິບັດໂມງເວ ລາ ໃນການຂຶ້ນຫ້ອງ-ລົງຫ້ອງ, ປະຕິບັດລະບຽບວິໄນຂອງໂຮງຮຽນ ໄດ້ເປັນຢ່າງດີ. ຊຸດອົບຮົມ ຄັ້ງນີ້ມີນັກຮຽນທັງໝົດ 51 ສະຫາຍ, ຜ່ານການອົບຮົບສາມາດສະຫຼຸບຕີລາຄາຜົນໄດ້ຮັບຄື: ຜົນການສອບເສັງຈົບຊັ້ນວິຊາການ ເມືອງ ຂັ້ນເກັ່ງມີ 3 ສະຫາຍ, ກາງ 48 ສະຫາຍ, ວິຊາລະບຽບ ຂັ້ນເກັ່ງ 3 ສະຫາຍ, ກາງ 25 ສະຫາຍ, ຄາດໝາຍ 23 ສະຫາຍ, ວິຊາຍຸດທະວິທີຂັ້ນເກັ່ງ 9 ສະຫາຍ, ກາງ 44 ສະຫາຍ, ວິຊາສິລະປະຍຸດຂັ້ນເກັ່ງ 3 ສະຫາຍ, ກາງ 25 ສະຫາຍ, ຄາດໝາຍ 23 ສະຫາຍ, ສາມາດຕີລາຄາປະເພດ I ມີ 5 ສະຫາຍ ແລະ ປະເພດ II ມີ 10 ສະຫາຍ. ໃນພິທີຍັງໄດ້ມອບປະກາຊະນິຍະບັດໃຫ້ນັກຮຽນທີ່ສຳເລັດການອົບຮົມຄັ້ງນີ້, ໂດຍການມອບຂອງ ສະ ຫາຍ ພັນໂທ ສົງຄາມ ພຸດທະວົງ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ.
ໂອກາດນີ້, ສະຫາຍ ພັນໂທ ສຸກກະເສີມ ວິຍາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະອຳນວຍການໂຮງຮຽນ, ຄູ-ອາ ຈານ ແລະ ນັກຮຽນ ທີ່ໄດ້ພ້ອມກັນຜ່ານຜ່າອຸປະສັກຫຍຸ້ງຍາກນາໆ ປະການປະຕິບັດແຜນການຮຽນ-ການສອນປະສົບຜົນສຳ ເລັດຕາມຄາດໝາຍທີ່ວາງໄວ້. ພ້ອມທັງຮຽກຮ້ອງ ໃຫ້ນັກຮຽນແຕ່ລະສະຫາຍ ຈົ່ງນຳເອົາບົດ ຮຽນ ແລະ ຄວາມຮູ້ທີ່ຄູ-ອາຈານ ຖ່າຍທອດໃຫ້ນຳໄປຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຕົວຈິງ ຢູ່ໃນກົມກອງຂອງຕົນ.
ໂດຍ: ບົວລີວັນ ໂສພາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















